ACDFM – 21: ຮ່ວມມືເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງ ອາຊຽນ
(VOVWORLD) - ກອງປະຊຸມຜູ້ບັນຊາການກຳລັງປ້ອງກັນປະເທດບັນດາປະເທດ ອາຊຽນ ຄັ້ງທີ 21 (ACDFM – 21) ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 05 ກັນຍາ, ຢູ່ນະຄອນຫຼວງ ວຽງຈັນ.

(VOVWORLD) - ກອງປະຊຸມຜູ້ບັນຊາການກຳລັງປ້ອງກັນປະເທດບັນດາປະເທດ ອາຊຽນ ຄັ້ງທີ 21 (ACDFM – 21) ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 05 ກັນຍາ, ຢູ່ນະຄອນຫຼວງ ວຽງຈັນ.

(VOVWORLD) - ວັນທີ 03 ກັນຍາ, ຢູ່ນະຄອນຫຼວງ ວຽງຈັນ, ປະເທດ ລາວ, ໄດ້ດຳເນີນກອງປະຊຸມຜູ້ນຳອົງການສືບລາຊະການລັບກອງທັບບັນດາປະເທດສະມາຊິກ ອາຊຽນ ຄັ້ງທີ 21 (AMIM – 21), ດ້ວຍການເຂົ້າຮ່ວມຂອງຜູ້ນໍາອົງການສືບລາຊະການລັບກອງທັບ 10 ປະເທດສະມາຊິກ ອາຊຽນ ພ້ອມດ້ວຍຜູ້ຕາງໜ້າ Timor Leste ເຂົ້າຮ່ວມ ດ້ວຍຖານະເປັນຜູ້ສັງເກດການ.

(VOVWORLD) - ສິລະປະປະຕິມາກຳໜັງ ແມ່ນສ່ວນໜຶ່ງມໍລະດົກວັດທະນະທຳພື້ນເມືອງຂອງ ກຳປູເຈຍ ທີ່ມີມາແຕ່ດົນນານ, ຊ້ຳບໍ່ໜຳ ຍັງມີກ່ອນປີກໍ່ສ້າງວັດ ອັງກໍ ແລະ ໄດ້ສືບທອດກັນມາຈົນເຖິງປັດຈຸບັນ. ບັນດາຜົນງານປະຕິມາກຳໜັງ ມີຄຸນຄ່າສິລະປະທີ່ເປັນເອກະລັກ, ດ້ວຍບັນດາຮູບພາບທີ່ມີຊີວິດຊີວາໃນເລື່ອງລາວພື້ນເມືອງ ແລະ ໃກ້ຊິດກັບພື້ນຖານວັດທະນະທຳຂະແມ. ໄປຄຽງຄູ່ກັນນັ້ນ, ອາຊີບປະຕິມາກຳໜັງ ຍັງຕິດພັນກັບປະເພດສິລະປະຟ້ອນຕຸກກະຕາເງົາ Sbek Thom, ເຊິ່ງອົງການ UNESCO ໄດ້ຮັບຮອງວ່າ ເປັນມໍລະດົກວັດທະນະທຳນາມມະທຳທຳອິດຢູ່ອິນດູຈີນ.

(VOVWORLD) - ສຳລັບບັນດາຜູ້ຟັງທີ່ຮູ້ຈັກເຖິງປະເທດຊາດ ແລະ ຊາວ ຫວຽດນາມ ຜ່ານລາຍການຕ່າງໆຂອງ VOV, ເມື່ອເຂົາເຈົ້າໄດ້ມາຢ້ຽມຢາມ, ໄດ້ເຫັນກັບຕາ ແລະ ໄດ້ສຳຜັດກັບຕົວເອງນັ້ນ ແມ່ນສິ່ງທີ່ເໜືອກວ່າຄາດຫວັງ. ການເດີນທາງຄົ້ນຫາ, ທ່ອງທ່ຽວຢູ່ ຫວຽດນາມ DX Tour 5 ຫວຽດນາມ ຂອງ ຄະນະຜູ້ຟັງວິທະຍຸທ່ີ່ມາຈາກປະເທດ ອິນໂດເນເຊຍ ໄດ້ເປັນການຢືນຢັນໃຫ້ແກ່ສິ່ງດັ່ງກ່າວ.

(VOVWORLD) - ອາຊຽນ ແມ່ນໜຶ່ງໃນບັນດາອົງການຈັດຕັ້ງສຳຄັນ, ມີຄວາມໄວ້ວາງໃຈຂອງພາກພື້ນ ແລະ ໃນໂລກ. ຜ່ານໄລຍະແຫ່ງການສ້າງຕັ້ງ ແລະ ພັດທະນາມາເປັນເວລາ 57 ປີ (ວັນທີ 8 ສິງຫາ 1967 – 8 ສິງຫາ 2024), ອາຊຽນ ໄດ້ສ້າງຫຼາຍຂີດໝາຍສຳຄັນໃນວິວັດການຮ່ວມມື, ເຮັດໃຫ້ທົ່ວກຸ່ມພັດທະນາ, ເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງ ໃນເວທີສາກົນ. ໃນໄລຍະເກືອບ 30 ປີ ຮ່ວມເດີນທາງພ້ອມກັບ ອາຊຽນ, ຫວຽດນາມ ໄດ້ມີການປະກອບສ່ວນຫຼາຍຢ່າງ ບົນຈິດໃຈເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ.

(VOVWORLD) - ສຳລັບບັນດາຜູ້ຟັງທີ່ຮັກລາຍການວິທະຍຸ, ແລ້ວມີໂອກາດໄດ້ພົບປະກັບໂຄສົກ, ຢ້ຽມຢາມບ່ອນເຮັດວຽກ, studio - ເຊິ່ງເປັນບ່ອນທີ່ແຕ່ລະມື້ ໂຄສົກໄດ້ອ່ານຂ່າວໃນຄື້ນວິທະຍຸນັ້ນ ແມ່ນຄວາມຝັນ ຄວາມປາດຖະໜາ ໂດຍບໍ່ແມ່ນຜູ້ໃດກໍສາມາດປະຕິບັດໄດ້, ພິເສດ ເມື່ອນັ້ນແມ່ນບັນດາສະຖານີວິທະຍຸສາກົນຢູ່ຕ່າງປະເທດ. ຫວ່າງແລ້ວນີ້, ການຢ້ຽມຢາມຂອງຄະນະຜູ້ຟັງລາຍການວິທະຍຸ ຂຶ້ນກັບສະໂມສອນ Borneo Listener Club (ເກາະ Kamlimantan, ອິນໂດເນເຊຍ) ມາ ຫວຽດນາມ ແລະ ວິທະຍຸກະຈາຍສຽງ ຫວຽດນາມ (VOV) ກໍ່ໄດ້ຫັນຄວາມຝັນຂອງບັນດາຜູ້ມັກຟັງລາຍການວິທະຍຸໃຫ້ປະກົດຜົນເປັນຈິງ.
(VOVWORLD) - ວັນທີ 8 ສິງຫາ, ອາຊຽນ ໄດ້ສະເຫຼີມສະຫຼອງການສ້າງຕັ້ງຄົບຮອບ 57 ປີ (8/8/1967 – 8/8/2024). 57 ປີ ຜ່ານມາ, ຜົນສຳເລັດທີ່ສຳຄັນທີ່ສຸດຂອງ ອາຊຽນ ແມ່ນຮັບປະກັນການຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ບັນດາປະເທດສະມາຊິກສ້າງໄດ້ສາຍພົວພັນຮ່ວມມືທີ່ນັບມື້ນັບດີງາມກວ່າເກົ່າ. ຄວາມແຕກຕ່າງກັນລະຫວ່າງບັນດາສະມາຊິກ, ຂໍ້ຂັດແຍ້ງ ຫຼື ຄວາມບໍ່ລົງລອຍກັນສ່ວນໃດໜຶ່ງ ລ້ວນແຕ່ໄດ້ຮັບການເຈລະຈາ ແລະ ໄກ່ເກ່ຍບົນພື້ນຖານເພື່ອຜົນປະໂຫຍດສ່ວນລວມ.

(VOVWORLD) - ປະຕິມາກຳທອງ ແມ່ນປະເພດສິລະປະທີ່ເປັນເອກະລັກ, ເຂັ້ມຄົ້ນໄປດ້ວຍສີສັນວັດທະນະທຳຂອງ ກຳປູເຈຍ. ພວກເຮົາສາມາດພົບເຫັນບັນດາຜົນງານປະຕິມາກຳໄດ້ທົ່ວໄປດ້ວຍຮູບຊົງ, ລວດລາຍທີ່ເປັນເອກະລັກຢູ່ຕາມວັດວາອາຮາມແຫ່ງຕ່າງໆໃນທົ່ວປະເທດ ກຳປູເຈຍ, ພິເສດແມ່ນເຂດຮ່ອງຮອຍ ອັງກໍວັດ. ແລະ ມາຮອດທຸກວັນນີ້, ທ່ານ Chea Yuthea, ຊ່າງປະຕິມາກຳທອງ ອາຍຸ 70 ປີ ແຕ່ໄດ້ຕິດພັນກັບອາຊີບນີ້ເປັນເວລາເກືອບ 60 ປີ ຢູ່ເມືອງ Ponhea Leu ຂອງແຂວງ Kandal ຍັງສືບຕໍ່ປະຕິບັດພາລະກຳຮັກສາ ແລະ ຖ່າຍທອດອາຊີບທີ່ເປັນມູນເຊື້ອນີ້ໃຫ້ຄົນລຸ້ນຫຼັງ.

(VOVWORLD) - ການຈາກໄປຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແມ່ນຄວາມເສົ້າສະຫຼົດໃຈອັນສຸດຊື້ງສຳລັບຫຼາຍຄົນ, ບໍ່ພຽງແຕ່ສຳລັບປະຊາຊົນ ຫວຽດນາມ ເທົ່ານັ້ນ, ຫາກຍັງນັບທັງປະຊາຊົນໃນພາກພື້ນ ແລະ ໃນໂລກອີກດ້ວຍ, ໃນນັ້ນ ມີປະຊາຊົນລາວບັນດາເຜົ່າອ້າຍນ້ອງ. ວັນທີ 25 – 26 ກໍລະກົດຜ່ານມາ, ພັກ, ລັດ ແລະ ປະຊາຊົນລາວ ໄດ້ໄວ້ອາໄລລະດັບຊາດເພື່ອອາໄລຫາເພິ່ນ. ສິ່ງນັ້ນ ໄດ້ສະແດງໃຫ້ເຫັນເຖິງນ້ຳໃຈອັນພິເສດຂອງປະຊາຊົນ ລາວ ບັນດາເຜົ່າທີ່ມີຕໍ່ທ່ານຜູ້ນຳທີ່ແສນເຄົາລົບຮັກ. ຮູບພາບຂອງເພິ່ນ ຍາມໃດກໍຝັງເລິກໃນຈິດສຳນຶກຂອງປະຊາຊົນດິນແດນແຫ່ງດອກຈຳປາຕະຫຼອດໄປ.

(VOVWORLD) - ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 57 (AMM 57) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ນະຄອນຫຼວງ ວຽງຈັນ (ລາວ), ວັນທີ 26 ກໍລະກົດ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂດ໊ຮຸ່ງຫວຽດ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດຮ່ວມມື ແມ່ຂອງ - ຍີ່ປຸ່ນ ຄັ້ງທີ 15 (MJC 15) ແລະ ກອງປະຊຸມລັດຖະມົນຕີການຕ່າງປະເທດ ຮ່ວມມື ແມ່ຂອງ - ສ.ເກົາຫຼີ ຄັ້ງທີ 12 (MKC 12).
