ອາຊຽນ ຊຸກຍູ້ການສົມທົບກັນຮັບມືກັບໂລກລະບາດໃນອະນາຄົດ
(VOVWORLD) - ວັນທີ 24 ສິງຫາ, ຢູ່ນະຄອນຫຼວງ ຈາກາຕາ ຂອງ ອິນໂດເນເຊຍ ໄດ້ດຳເນີນກອງປະຊຸມລັດຖະມົນຕີການເງິນ ແລະ ສາທາລະນະສຸກ ອາຊຽນ ໃນຂອບເຂດກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ ອາຊຽນ (AFMGM) ຄັ້ງທີ 10.










