ປະທານາທິບໍດີ ອິນໂດເນເຊຍ ຢ້ຽມຢາມ ສິງກະໂປ
(VOVWORLD) - ຫ້ອງວ່າການລັດຖະບານນາຍົກລັດຖະມົນຕີ ສິງກະໂປ ຖະແຫຼງວ່າ ໃນລະຫວ່າງວັນທີ 8 – 9 ຕຸລາ, ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ຈະໄປຢ້ຽມຢາມ ສິງກະໂປ ແລະ ເຂົ້າຮ່ວມກອງປະຊຸມເຈລະຈາວົງແຄບ ກັບທ່ານນາຍົກລັດຖະມົນຕີປະເທດເຈົ້າພາບ ຫຼີຊຽນຫຼົງ.








