ສາສະດາຈານຫວູຄຽວ-ຜູ້ສ້າງພື້ນຖານໃຫ້ແກ່ການພັດທະນາ ຂອງຂະແໜງສັງຄົມວິທະຍາ ແລະ ປານີດວິທະຍາ ຫວຽດນາມ
(VOVWORLD) - ນັກຮຽນຮູ້ທີ່ມີຄວາມເກັ່ງກ້າສາມາດ ປັນຍາຊົນທີ່ມີຊື່ສຽງຂອງ ຫວຽດນາມ ໃນຍຸກສະໄໝ ໂຮ່ຈີມິນ, ຜູ້ກໍ່ຕັ້ງພື້ນຖານໃຫ້ແກ່ການພັດທະນາຂອງຂະແໜງສັງຄົມວິທະຍາ ແລະ ປານີດວິທະຍາ ຫວຽດນາມ... ພ້ອມກັນນັ້ນ ກໍ່ຍັງມີຫຼາຍຖານະນາມອັນສູງສົ່ງອື່ນໆ ເຊິ່ງວົງການນັກຮຽນຮູ້ ແລະ ປະຊາຊົນໄດ້ສະຫງວນໃຫ້ແກ່ເພິ່ນ ເພື່ອເຕື້ອງເຖິງ ສາສະດາຈານ ຫວູຄຽວ ດ້ວຍຄວາມເຄົາລບນັບຖື. ສາສະດາຈານ ຫວູຄຽວ ມີຊື່ສຽງຍ້ອນຄວາມຮູ້ຮອບຕົວ ຈິດວິນຍານອັນດີງາມ ຄຸນລັກສະນະອັນສູງສົ່ງ ແລະ ຄວາມເມດຕາປານີ. ສາສະດາຈານ ໄດ້ສ້າງບັນດາກິດຈະກຳຄົ້ນຄວ້າອັນລ້ຳຄ່າໃນຫຼາຍຂົງເຂດໃຫ້ແກ່ປະເທດຊາດ










