ບຸນເຂົ້າໃໝ່ປະເພນີທີ່ເປັນເອກະລັກສະເພາະຂອງພໍ່ແມ່ປະຊາຊົນ ຊົນເຜົ່າ ໄຕ່
(VOVWORLD) -ບຸນເຂົ້າໃໝ່ ແມ່ນງານບຸນທີ່ສຳຄັນທີ່ສຸດໃນລະບົບບັນດາງານບຸນປະເພນີຂອງ ປະຊາຊົນຫວຽດນາມ. ສຳລັບພໍ່ແມ່ປະຊາຊົນ ຊົນເຜົ່າ ໄຕ່ ທີ່ດຳລົງຊີວິດຢູ່ເຂດພູສູງທາງທິດຕາເວັນຕົກສ່ຽງເໜືອຂອງ ຫວຽດນາມ ແລ້ວ, ຕາມປົກກະຕິ ບຸນເຂົ້າໃໝ່ ແມ່ນໄດ້ຈັດຂຶ້ນໃນເດືອນ 9, ເດືອນ 10 ໄລ່ຕາມຈັນທະປະຕິທິນຂອງທຸກໆປີ ດ້ວຍຈຸດປະສົງຊົມເຊີຍລະດູການປູກຝັງໄດ້ຮັບຄວາມສະດວກແລະ ສົມມະນາຄຸນບັນດາເທວະດີຟ້າແຖນດົນບັນດານໃຫ້ປະຊາຊົນມີລະດູການເກັບກ່ຽວທີ່ໄດ້ຮັບຜົນດີ.










