ງານບຸນປ່ອຍວ່າວບ້ານ ບ໊າເຢືອງໂນ້ຍ
(VOVWORLD) -ແຕ່ລະປີຮອດວັນເພັງເດືອນສາມໄລ່ຕາມຈັນທະປະຕິທິນ, ໝູ່ບ້ານ ບ໊າເຢືອງໂນ້ຍ, ຕາແສງ ຮົ່ງຮ່າ ເມືອງ ດານເຟື້ອງ ໄດ້ຈັດງານບຸນປ່ອຍວ່າວໃນໝູ່ບ້ານ. ໃນໄລຍະຕໍ່ມາງານບຸນປ່ອຍວ່າວໝູ່ບ້ານ ບ໊າເຢືອງໂນ້ຍ ໄດ້ເປີດກວ້າງ ເພື່ອໃຫ້ບັນດາທ້ອງຖິ່ນອື່ນໆໄດ້ເຂົ້າຮ່ວມນຳ. ງານບຸນປ່ອຍວ່າວບ້ານ ບ໊າເຢືອງໂນ້ຍ ໄດ້ມີມາກ່ວາພັນປີ ແລະ ເປັນງານບຸນປ່ອຍວາວໃຫຍ່ກ່ວາໝູ່ຢູ່ພາກເໜືອຫວຽດນາມ










