ມຸ່ງໄປເຖິງເປົ້າໝາຍການເຕີບໂຕບັນລຸລະດັບສອງຕົວເລກໂດຍສັງເກດຈາກໝາກຜົນເສດຖະກິດໃນໄຕມາດທີ I
[VOVWORLD] - ໝາກຜົນຂອງການເຕີບໂຕ GDP ໄຕມາດທີ I ປີ 2026 ດ້ວຍລະດັບການເຕີບໂຕບັນລຸກວ່າ 7,83% ໄດ້ສົ່ງສັນຍານທີ່ຕັ້ງໜ້າກ່ຽວກັບທ່າຟື້ນຟູ ແລະ ບຸກທະລຸຂອງພື້ນຖານເສດຖະກິດ ຫວຽດນາມ ໃນສະພາບການທີ່ໂລກມີຄວາມຂາດສະຖຽນລະພາບຫຼາຍຢ່າງ. ເຖິງວ່າຍັງບໍ່ທັນບັນລຸໄດ້ຄວາມມຸ່ງຫວັງສູງສຸດຕາມແຜນການ ແຕ່ນີ້ຍັງກໍ່ແມ່ນລະດັບການເຕີບໂຕທີ່ເປັນໜໜ້ຊື່ນຊົມ, ສ້າງພື້ນຖານສຳຄັນເພື່ອຫັນເປົ້າໝາຍການເຕີບໂຕບັນລຸລະດັບສອງຕົວເລກໃນທັງປີໃຫ້ປະກົດຜົນເປັນຈິງ









