ສ້າງກອບນິຕິກຳໃຫ້ສົມບູນແບບເພື່ອໃຫ້ສັງຄົມດີຈີຕອນມີຄວາມປອດໄພ ແລະ ວັດທະນະທຳມະນຸດ
(VOVWORLD) - ກົດໝາຍວ່າດ້ວຍການຫັນເປັນດີຈີຕອນ ຄາດວ່າຈະໄດ້ຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດ XV. ກົດໝາຍບໍ່ພຽງແຕ່ກຳນົດຄວາມຮັບຜິດຊອບຂອງສຳນັກງານ, ອົງການຈັດຕັ້ງໃນການສ້າງພື້ນຖານໂຄງລ່າງດີຈີຕອນ, ຂໍ້ມູນດີຈີຕອນເທົ່ານັ້ນ ຫາກຍັງຍົກສູງສິດຜົນປະໂຫຍດ, ພັນທະ ແລະ ການເຂົ້າຮ່ວມຂອງປະຊາຊົນໃນຂົງເຂດດີຈີຕອນອີກດ້ວຍ. ນີ້ແມ່ນບາດກ້າວສະແດງໃຫ້ເຫັນຄວາມຕັດສິນໃຈຂອງ ຫວຽດນາມ ໃນການສ້າງສະພາບແວດລ້ອມດີຈີຕອນເພື່ອມະນຸດ, ເພື່ອການພັດທະນາແບບຍືນຍົງ.









