ສະຖານະການ ການເມືອງ

06/01/2022

ປ່ຽນ​ແປງ​ໃໝ່​, ປະ​ດິດ​ຄິດ​ສ້າງ, ສາ​ມັກ​ຄີ ແລະ ມາ​ນະ​ພະ​ຍາຍາມ ຜັນ​ຂະ​ຫຍາຍ​ໜ້າ​ທ​ີ່​ປີ 2022

(VOVWORLD) - ກ່າວຄຳເຫັນທີ່ກອງປະຊຸມທາງໄກລະຫວ່າງ ລັດຖະບານ ແລະ ທ້ອງຖິ່ນຕ່າງໆ ກ່ຽວກັບການສະຫຼຸບວຽກງານປີ 2021, ຜັນຂະຫຍາຍໜ້າທີ່, ມາດຕະການຕົ້ນຕໍໃນປີ 2022 ວັນທີ 5 ມັງກອນ 2022, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ຢືນຢັນວ່າບັນດາໝາກຜົນ, ຜົນງານອັນຍິ່ງໃຫຍ່ທີ່ບັນລຸໄດ້ໃນປີ 2021 ໄດ້ປະກອບສ່ວນສຳຄັນເຂົ້າໃນການນຳ ຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກທີ່ບໍ່ເຄີຍມີມາກ່ອນ ຍ້ອນໂລກລະບາດໂຄວິດ - 19 ກໍ່ຂຶ້ນ, ສືບຕໍ່ເຮັດໃຫ້ປະຫວັດສາດ ແລະ ມູນເຊື້ອອົງອາດກ້າຫານຂອງຊາດ ຫວຽດນາມ ໃສແຈ້ງ ແລະ ສວຍງາມກວ່າ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເຈາະຈີ້ມບັນດາບັນຫາທີ່ມີລັກສະນະກຳນົດທິດກ່ຽວກັບເປົ້າໝາຍ ແລະ ໜ້າທີ່ພັດທະນາເສດຖະກິດສັງຄົມຂອງ ຫວຽດນາມ ໃນປີ 2022.

ປ່ຽນ​ແປງ​ໃໝ່​, ປະ​ດິດ​ຄິດ​ສ້າງ, ສາ​ມັກ​ຄີ ແລະ ມາ​ນະ​ພະ​ຍາຍາມ ຜັນ​ຂະ​ຫຍາຍ​ໜ້າ​ທ​ີ່​ປີ 2022
05/01/2022

ຕິດ​ແທດ​ບັນ​ດາ​ ເປົ້າ​ໝາຍຂອງ​ສະ​ພາ​ແຫ່ງ​ຊາດ, ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ໃນ​ການ​ຜັນ​ຂະ​ຫຍາຍ​ໜ້າ​ທີ່ວຽກ​ງານ

(VOVWORLD) -ລັດຖະບານ ຫວຽດນາມ ກຳນົດວ່າ ປີ 2022 ຕ້ອງຍາດແຍ່ງເອົາທຸກກາລະໂອກາດ ເພື່ອຟື້ນຟູການເຕີບໂຕ, ບັນລຸໄດ້ບັນດາເປົ້າໝາຍພັດທະນາ ເຊິ່ງກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ XV ວາງອອກ. ເພາະສະນັ້ນ, ນັບແຕ່ອາທິດທຳອິດຂອງປີໃໝ່ສາກົນ, ລັດຖະບານໄດ້ດຳເນີນບັນດາການເຄື່ອນໄຫວເພື່ອສະແດງຄວາມຕັດສິນໃຈນີ້.

ຕິດ​ແທດ​ບັນ​ດາ​ ເປົ້າ​ໝາຍຂອງ​ສະ​ພາ​ແຫ່ງ​ຊາດ, ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ໃນ​ການ​ຜັນ​ຂະ​ຫຍາຍ​ໜ້າ​ທີ່ວຽກ​ງານ
04/01/2022

ສຸມ​ທຸກ​ແຫຼ່ງກຳ​ລັງ​ເພື​່ອ​ເປົ້າ​ໝາຍ​ພັດ​ທະ​ນາ​ປະ​ເທດ​ຊາດ

(VOVWORLD) - ຕອນເຊົ້າວັນທີ 4 ມັງກອນ ເປັນຄັ້ງທຳອິດທີ່ສະພາແຫ່ງຊາດຫວຽດນາມ ໄດ້ດຳເນີນກອງປະຊຸມວິສາມັນ, ພິຈາລະນາ, ຕັດສິນ 4 ເນື້ອໃນຮີບດ່ວນແນໃສ່ຍູ້ໄວຂະບວນວິວັດຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມໃນສະພາບການໂລກລະບາດໂຄວິດ - 19 ທີ່ຍັງມີການຜັນແປຢ່າງສັບສົນ. ການຈັດຕັ້ງກອງປະຊຸມຄັ້ງນີ້ ສືບຕໍ່ຢັ້ງຢືນຄວາມເປັນເຈົ້າການ, ຄວາມຮັບຜິດຊອບຂອງສະພາແຫ່ງຊາດໃນການສ້າງຕັ້ງພື້ນຖານນິຕິກຳເພື່ອແກ້ໄຂບັນດາໜ້າທີ່ຮີບດ່ວນຂອງປະເທດຊາດ. ນີ້ກໍແມ່ນປະຖົມປັດໄຈເພື່ອໃຫ້ສະພາແຫ່ງຊາດສືບຕໍ່ປ່ຽນແປງໃໝ່ວິທີການຈັດຕັ້ງກອງປະຊຸມຢ່າງມີໄຫວພິບກວ່າ, ແນໃສ່ປະຕິບັດເປົ້າໝາຍສູງສຸດແມ່ນຟື້ນຟູການພັດທະນາຂອງປະເທດຊາດ.

ສຸມ​ທຸກ​ແຫຼ່ງກຳ​ລັງ​ເພື​່ອ​ເປົ້າ​ໝາຍ​ພັດ​ທະ​ນາ​ປະ​ເທດ​ຊາດ
03/01/2022

ຮູບພາບກ່ຽວກັບສະພາແຫ່ງຊາດແຫ່ງການກະທຳ, ປ່ຽນແປງໃໝ່

(VOVWORLD) -ໃນເບື້ອງຕົ້ນ, ສະພາແຫ່ງຊາດ ໄດ້ສະແດງໃຫ້ເຫັນແມ່ນສະພາແຫ່ງຊາດແຫ່ງການກະທຳ, ສືບທອດມູນເຊື້ອດ້ວຍຄວາມຫວັງຢາກປ່ຽນແປງໃໝ່ ແລະ ອຸທິດສ່ວນ, ຍາມໃດກໍ່ຖືປະຊາຊົນ ແລະ ວິສາຫະກິດເປັນໃຈກາງໃນທຸກລັດຖະນະໂຍບາຍ

ຮູບພາບກ່ຽວກັບສະພາແຫ່ງຊາດແຫ່ງການກະທຳ, ປ່ຽນແປງໃໝ່
31/12/2021

10 ເຫດການສາກົນທີ່ພົ້ນເດັ່ນປີ 2021 ໂດຍວິທະຍຸກະຈາຍສຽງຫວຽດນາມ ຄັດເລືອກ

(VOVWORLD) -ປີ 2021, ເສດຖະກິດໂລກໄດ້ຄາດຄະເນບັນລຸລະດັບເຕີບໂຕ 5-6%, ເປັນການຫັນປຽນຢ່າງຕັ້ງໜ້າເມື່ອທຽບໃສ່ລະດັບການເຕີບໂຕ ລົບ 4,4% ຂອງປີ 2020.

10 ເຫດການສາກົນທີ່ພົ້ນເດັ່ນປີ 2021 ໂດຍວິທະຍຸກະຈາຍສຽງຫວຽດນາມ ຄັດເລືອກ
30/12/2021

10 ເຫດການທີ່ພົ້ນເດັ່ນພາຍໃນປະເທດປີ 2021 ໂດຍ ວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ

(VOVWORLD) -ເຖິງວ່າໂລກລະບາດໂຄວິດ - 19 ໄດ້ກໍ່ຜົນຮ້າຍຢ່າງໜັກໜ່ວງກໍ່ຕາມ, ແຕ່ດ້ວຍການ ບໍລິຫານຢ່າງຂ້ຽວຂາດ, ມີໄຫວພິບຂອງລັດຖະບານ, ຄວາມເປັນຈິດຫນຶ່ງໃຈດຽວ ຄວາມຕັດສິນໃຈຂອງທຸກຂັ້ນ, ຂະແໜງການ, ທ້ອງຖິ່ນ ແລະ ປະຊາຊົນ, ຄາດຄະເນວ່າ GDP ຂອງ ຫວຽດນາມປີ 2021 ຍັງມີການເຕີບໂຕເປັນບວກ; ວົງເງິນການສົ່ງອອກ, ນຳເຂົ້າບັນລຸລະດັບສະຖິຕິກວ່າ 600 ຕື້ USD. ປີ 2021 ກໍ່ແມ່ນຂີດໝາຍການພັດທະນາຢ່າງກະໂດດຂັ້ນຂອງການຄ້າເອເລກໂຕນິກ ແລະ ເສດຖະກິດດີຈີຕອນ.

10 ເຫດການທີ່ພົ້ນເດັ່ນພາຍໃນປະເທດປີ 2021 ໂດຍ ວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ
29/12/2021

ບັນ​ດາ​ບາດ​ກ້າວ​ເດີນ​ໃນ​ການ​ສ້າງ​ລັດ​ຖະ​ບານ​ເອ​ເລັກ​ໂຕ​ນິກ

(VOVWORLD) -ປີ 2021, ການສ້າງລັດຖະບານເອເລັກໂຕນິກ ຢູ່ ຫວຽດນາມ ບັນລຸໄດ້ບັນດາບາດກ້າວເດີນໃໝ່. ຈາກການປະກາດໃຊ້ນະໂຍບາຍທີ່ມີລະດັບ ຍຸດທະຍາດຕະຫຼອດຮອດການນຳເຂົ້າເຄື່ອນໄຫວບາງໂຄງການໜູນຊ່ວຍການຫຼຸດຜອ່ນ ແລະ ຫັນການປະຕິບັດລະບຽບການບໍລິຫານເປັນງ່າຍດາຍ. ບັນດາໝາກຜົນນີ້ ບໍ່ພຽງແຕ່ຫັນການສ້າງລັດຖະບານເອເລັກໂຕນິກເປັນລະອຽດເທົ່ານັ້ນ ຫາກຍັງແມ່ນປະຖົມປັດໄຈສຳຄັນ ເພື່ອໃຫ້ ຫວຽດນາມ ກ້າວໄປເຖິງການສ້າງ ລັດຖະບານດີຈີຕອນ.

ບັນ​ດາ​ບາດ​ກ້າວ​ເດີນ​ໃນ​ການ​ສ້າງ​ລັດ​ຖະ​ບານ​ເອ​ເລັກ​ໂຕ​ນິກ
28/12/2021

ເສດ​ຖະ​ກິດ ໂລກ ປີ 2021: ຟື້ນ​ຟູ​ໃນ​ສິ່ງ​ທ້າ​ທາຍ

(VOVWORLD) -ໂດຍບໍ່ຫົວຊາຕໍ່ການກະທົບຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19, ເສດຖະກິດໂລກ ໃນປີ 2021 ສ່ວນຫຼາຍ ແມ່ນໄດ້ຫຼຸດພົ້ນອອກຈາກຄວາມສ່ຽງຖືກຊຸດໂຊມ, ຟື້ນຕົວຢ່າງວ່ອງໄວ ແລະ ກັບຄືນສູ່ທ່າເຕີບໂຕ. ເຖິງຢ່າງໃດກໍຕາມ, ຍ້ອນມີການປະກົດຕົວຢ່າງລຽນຕິດຈາກເຊື້ອໄວຣັດສາຍພັນໃໝ່ ຄື Delta, Omicron… ພ້ອມດ້ວຍຜົນຕາມມາຫຼາຍຢ່າງຄື ການຕັດຕອນຂອງລະບົບສະໜອງ, ສະພາບໄພເງິນເຟີ້…, ການຟື້ນຟູເສດຖະກິດທົ່ວໂລກ ແມ່ນຍັງປະເຊີນໜ້າກັບສິ່ງທ້າທາຍຢ່າງໃຫຍ່ຫຼວງ, ຂາດສະຖຽນລະພາບ ກໍຄືຄວາມສະໝ່ຳສະເໝີ.

ເສດ​ຖະ​ກິດ ໂລກ ປີ  2021: ຟື້ນ​ຟູ​ໃນ​ສິ່ງ​ທ້າ​ທາຍ
27/12/2021

ຂີດໝາຍການບໍລິຫານລັດຖະບານປີ 2021

(VOVWORLD) - ລັດຖະບານ ໄດ້ສະແດງໃຫ້ເຫັນຄວາມເປັນເຈົ້າການ, ບໍລິຫານຢ່າງມີໄຫວພິບ ມີບັນດາຄຳຕັດສິນນະໂຍບາຍໃນໄລຍະຍາວ, ສົ່ງຜົນກະທົບເຖິງພື້ນຖານເສດຖະກິດຢ່າງເລິກເຊິ່ງ.

ຂີດໝາຍການບໍລິຫານລັດຖະບານປີ 2021
24/12/2021

​ປີ​ໜຶ່ງ​ຂອງຄວາມ​ເຄັ່ງ​ຕຶງ​ໃນ​ການ​ພົວ​ພັນ ອາ​ເມ​ລິ​ກາ-ຈີນ

(VOVWORLD) - ກໍ່ຄືກັນກັບຄວາມວິຕົກກັງວົນຂອງນັກໄຈ້ແຍກຫຼາຍທ່ານ, ໃນປີ 2021, ການພົວພັນລະຫວ່າງສອງປະເທດມະຫາອຳນາດ ແລະ ກໍ່ແມ່ນສອງພື້ນຖານເສດຖະກິດໃຫ່ຍກ່ວາໝູ່ໃນໂລກ ຄື ອາເມລິກາ ແລະ ຈີນ, ສືບຕໍ່ເກີດຄວາມເຄັ່ງຕຶງ. ແຕ່ວ່າສະພາບຄວາມເຄັ່ງຕຶງເຖິງວ່າບໍ່ທັນໄດ້ຮັບການແກ້ໄຂເທື່ອ, ຊ້ຳບໍ່ໜຳໄດ້ຍູ້ໃຫ້ປິ້ນຂັ້ນໃດຂຶ້ນຕື່ມກໍ່ຕາມ ແຕ່ການພົວພັນໂດຍສັງລວມ ຍັງໄດ້ຮັບການຄວບຄຸມ ໃນຂະນະທີ່ທັງສອງຝ່າຍ ລ້ວນແຕ່ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ ຄວາມຕ້ອງການເຈລະຈາ ແລະ ຮ່ວມມືນຳກັນໃນຂົງເຂດໃດໜຶ່ງ.

​ປີ​ໜຶ່ງ​ຂອງຄວາມ​ເຄັ່ງ​ຕຶງ​ໃນ​ການ​ພົວ​ພັນ ອາ​ເມ​ລິ​ກາ-ຈີນ