ຊາບຊຶມທັດສະນະ “ຖືປະຊາຊົນເປັນກົກ”ໃຫ້ເລິກເຊິ່ງໃນການເຄື່ອນໄຫວວຽກງານການເມືອງພາຍໃນ
(VOVWORLD) - ກ່າວຄຳເຫັນທີ່ກອງປະຊຸມທົ່ວປະເທດຂອງບັນດາອົງການຮັບຜິດຊອບວຽກງານການເມືອງພາຍໃນຜັນຂະຫຍາຍການປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIIIຂອງພັກ, ວັນທີ 15 ກັນຍາ ປີ 2021 ຢູ່ ຮ່າໂນ້ຍ, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເນັ້ນຫນັກໂດຍ ຮຽກຮ້ອງໃຫ້ບັນດາອົງການຮັບຜິດຊອບວຽກງານການເມືອງພາຍໃນຕ້ອງຕິດພັນກັບປະຊາຊົນຢ່າງໃກ້ຊິດເປັນປະຈຳ, ຊາບຊຶມທັດສະນະ “ຖືປະຊາຊົນເປັນກົກ” ໃຫ້ເລິກເຊິ່ງໃນຈິນຕະນາການ ແລະ ການກະທຳ. ຍາມໃດ ບັນດາອົງການກໍ່ຕ້ອງກຳນົດ ປະຊາຊົນແມ່ນໃຈກາງ ແມ່ນພາກສ່ວນສຳຄັນໃນກິດຈະການປ່ຽນແປງໃຫມ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດ ແລະ ຕ້ອງຖືຊີວິດທີ່ສະຫງົບສຸກຂອງປະຊາຊົນແມ່ນເປົ້າໝາຍເພື່ອສູ້ຊົນ, ແມ່ນຄວາມປິຕິຊົມຊື່ນຂອງຕົນ.










