ສະຖານະການ ການເມືອງ

19/10/2020

ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ທີ່​ເລິກ​ເຊິ່ງ​ກ້​ວາງ​ຂ​ວາງ​ຫວຽດ​ນາມ-ຍີ່​ປຸ່ນ​ໃຫ້​ດີ​ກ່​ວາ​ອີກ

(VOVWORLD) -ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຝຸກ ແລະ ພັນລະຍາ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Suga Yoshihide ແລະ ພັນລະຍາ ໄດ້ເດີນທາງມາຢ້ຽມຢາມຫວຽດນາມ ແຕ່ວັນທີ 18-20 ຕຸລາ. ວັນທີ 19 ຕຸລາ, ໄດ້ດຳເນີນບັນດາເຫດການຈຸດສຸມຂອງການຢ້ຽມຢາມຄື: ການເຈລະຈາລະຫວ່າງນາຍົກລັດຖະມົນຕີສອງທ່ານ, ເຂົ້າຢ້ຽມຂ່ຳນັບທ່ານເລຂາທີການໃຫ່ຍ, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ, ພົບປະກັບທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ. ນາຍົກລັດຖະມົນຕີສອງທ່ານກໍ່ ແລກປ່ຽນບັນດາເອກະສານຮ່ວມມືຕ່າງໆ. ການຢ້ຽມຢາມໄດ້ປະກອບສ່ວນພັດທະນາ ການພົວພັນຄູ່ຮ່ວມມືຍຸດທະສາດທີ່ເລິກເຊິ່ງກ້ວາງຂວາງລະຫວ່າງຫວຽດນາມ-ຍີ່ປຸ່ນໃຫ້ດີກ່ວາອີກ.

ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ  ​ທີ່​ເລິກ​ເຊິ່ງ​ກ້​ວາງ​ຂ​ວາງ​ຫວຽດ​ນາມ-ຍີ່​ປຸ່ນ​ໃຫ້​ດີ​ກ່​ວາ​ອີກ
16/10/2020

ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ: ໄລ​ຍະທາງ​ແຫ່ງ​ການ​ພັດ​ທະ​ນາ​ໃໝ່

(VOVWORLD) -ໂດຍໄດ້ຮັບຄຳເຊື້ອເຊີນຈາກທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ຈະເດີນທາງມາຢ້ຽມຢາມຫວຽດນາມໃນເດືອນຕຸລາ. ນີ້ແມ່ນຄັ້ງທີ 2 ຢ່າງລຽນຕິດ ທີ່ນາຍົກລັດຖະມົນຕີ ຍີ່ປຸ່ນ ໄດ້ເລືອກມາຢ້ຽມຢາມ ຫວຽດນາມ ເປັນປະເທດທຳອິດ ພາຍຫຼັງດຳລົງຕຳແໜ່ງ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນສາຍພົວພັນອັນດີງາມ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ເສດຖະກິດ ລະຫວ່າງສອງປະເທດ, ສະແດງໃຫ້ເຫັນແນວທາງການພົວພັນຕ່າງປະເທດຢ່າງສະເໝີຕົ້ນສະເໝີປາຍຂອງ ຍີ່ປຸ່ນ ຖືການພົວພັນກັບ ຫວຽດນາມ ແລະ ພາກພື້ນ ອາຊຽນ ເປັນສຳຄັນ. ນີ້ກໍແມ່ນປະຖົມປັດໄຈທີ່ສ້າງກຳລັງໜູນໃໝ່ໃຫ້ແກ່ໄລຍະທາງແຫ່ງການຮ່ວມມື ແລະ ພັດທະນາໃໝ່ລະຫວ່າງສອງປະເທດ.

ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ: ໄລ​ຍະທາງ​ແຫ່ງ​ການ​ພັດ​ທະ​ນາ​ໃໝ່
15/10/2020

ຫວຽດນາມ ຮັບປະກັນສິດເສລີການໄປມາໃນຊ່ວງເວລາເກີດໂລກລະບາດໂຄວິດ 19

(VOVWORLD) - ໂດຍບໍ່ຫົວຊາຕໍ່ບັນດາຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ 19, ພັກ, ລັດຫວຽດນາມ ໄດ້, ພວມ ແລະ ຈະມານະພະຍາຍາມຮັບປະກັນສິດເສລີໃນການໄປມາໃຫ້ພົນລະເມືອງຫວຽດນາມແລະຕ່າງປະເທດຢ່າງສຸດຂີດ, ບົນພື້ນຖານດ້ານກົດໝາຍຫວຽດນາມແລະ ສາກົນ.

ຫວຽດນາມ ຮັບປະກັນສິດເສລີການໄປມາໃນຊ່ວງເວລາເກີດໂລກລະບາດໂຄວິດ 19
14/10/2020

ຫວຽດນາມ ສືບຕໍ່ສ້າງຄວາມປະທັບໃຈຕໍ່ໂລກ ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19

(VOVWORLD) - ຕາມຂໍ້ມູນຂ່າວສານໃນຕອນເຊົ້າວັນທີ 14 ຕຸລາ ຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຂອງ ຫວຽດນາມ ໃຫ້ຮູ້ວ່າ: ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ໃນ 24 ຊົ່ວໂມງຜ່ານມາ.

ຫວຽດນາມ ສືບຕໍ່ສ້າງຄວາມປະທັບໃຈຕໍ່ໂລກ ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19
13/10/2020

ສັນຍາອົບພະຍົບສະບັບໃໝ່ ແລະ ການແບ່ງແຍກໃນອີຢູ

(VOVWORLD) -ທ້າຍເດືອນ ກັນຍາ ຜ່ານມາ, ຄະນະກຳມະການເອີລົບ (EC) ໄດ້ປະກາດນະໂຍບາຍໃໝ່ກ່ຽວກັບການເຂົ້າເມືອງ ແລະ ລີ້ໄພ. ຈຸດສຳຄັນທີ່ສຸດຂອງສັນຍາອົບພະຍົບສະບັບໃໝ່ແມ່ນສະເໜີລົບລ້າງໂກຕາຮັບຊາວອົບພະຍົບ.

ສັນຍາອົບພະຍົບສະບັບໃໝ່ ແລະ ການແບ່ງແຍກໃນອີຢູ
12/10/2020

ຫວຽດ​ນາມ-ເປັນ​ປະ​ເທ​ດ​ຕ​າງ​ໜ້າ​ທີ່​ດີ​ເດັ່ນ​ໃຫ້​ແກ່​ບັ​ນ​ດາ​ຄຸນ​ຄ່າ​ຂອງ UNESCO

(VOVWORLD) - ນັບແຕ່ປີ 1976, ຫວຽດນາມ ໄດ້ເຂົ້າເປັນສະມາຊິກອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳຂອງ ສປຊ (UNESCO). ຮອດປີ 1977, ຫວຽດນາມ ໄດ້ສ້າງຕັ້ງຄະນະກຳມະການແຫ່ງຊາດ UNESCO ເພື່ອຊຸກຍູ້ການຮ່ວມມືກັບອົງການນີ້. 44 ປີຜ່ານມາ, ຍາມໃດຫວຽດນາມ ກໍ່ມານະພຍາຍາມ ພ້ອມກັບ UNESCO ແລະ ບັນດາປະເທດສະມາຊິກ ແກ້ໄຂ ແລະ ຍົກອອກບັນດາມາດຕະການໃຫ້ແກ່ຫຼາຍບັນຫາທົ່ວໂລກທີ່ ກ່ຽວຂ້ອງເຖິງສັນຕິພາບ, ການພັດທະນາ, ການປົກປັກຮັກສາບັນດາຄຸນຄ່າດ້ານວັດທະນະທຳ, ຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງບັນດາປະເທດ.

ຫວຽດ​ນາມ-ເປັນ​ປະ​ເທ​ດ​ຕ​າງ​ໜ້າ​ທີ່​ດີ​ເດັ່ນ​ໃຫ້​ແກ່​ບັ​ນ​ດາ​ຄຸນ​ຄ່າ​ຂອງ UNESCO
09/10/2020

ເພື່ອ​ພາກ​ພື້ນ ມະ​ຫາ​ສະ​ໝຸດ ອິນ​ເດຍ - ປາ​ຊີ​ຟິກ ທີ່ເສ​ລີ ແລະ ເປີດກວ້າງ ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ

(VOVWORLD) - ຄືດັ່ງການໃຫ້ຂໍ້ສັງເກດຂອງວົງການນັກໄຈ້ແຍກ, ໃນກອງປະຊຸມພິເສດທີ່ຖືກດຳເນີນໃນກາງອາທິດນີ້ ຢູ່ ໂຕກຽວ, ປະເທດ ຍີ່ປຸ່ນ, ກຸ່ມ 04 ປະເທດ QUAD ເຊິ່ງລວມມີ ອາເມລິກາ, ຍີ່ປຸ່ນ, ອິນເດຍ ແລະ ອົດສະຕາລີ ໄດ້ໃຫ້ຄຳໝັ້ນສັນຍາຈະສືບຕໍ່ເປີດກວ້າງການຮ່ວມມືເພື່ອປະຕິບັດວິໄສທັດພາກພື້ນ ມະຫາສະໝຸດ ອິນເດຍ - ປາຊີຟິກ ທີ່ເສລີ ແລະ ເປີດກວ້າງ ບົນພື້ນຖານກົດໝາຍສາກົນ.

ເພື່ອ​ພາກ​ພື້ນ ມະ​ຫາ​ສະ​ໝຸດ ອິນ​ເດຍ - ປາ​ຊີ​ຟິກ ທີ່ເສ​ລີ ແລະ ເປີດກວ້າງ ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ
08/10/2020

ເອກະສານການເມືອງກອງປະຊຸມໃຫຍ່ຂອງພັກແມ່ນສຸມສະຕິປັນຍາ ແລະ ຄວາມຄາດຫວັງຂອງຊາດ

(VOVWORLD) - ເອກະສານການເມືອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ຈະໄດ້ຮັບເອົາຄຳເຫັນປະກອບຢ່າງກວ້າງຂວາງຈາກປະຊາຊົນທຸກຊັ້ນວັນນະນັບແຕ່ວັນທີ 15 ຕຸລາ ຈະມາເຖິງ, ພາຍຫລັງ ຮັບເອົາຄຳເຫັນປະກອບຈາກກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ. ຫນຶ່ງໃນບັນດາຈຸດໃຫມ່ຂອງເອກະສານການເມືອງຄັ້ງນີ້ ແມ່ນວາງເປົ້າໝາຍພັດທະນາປະເທດຊາດຮອດປີ 2025 – 2030, ວິໄສທັດຮອດປີ 2045, ສ້າງຂີດໝາຍສຳຄັນ, ສູ້ຊົນນຳຫວຽດນາມ ກາຍເປັນປະເທດພັດທະນາ, ຕາມການກຳນົດທິດສັງຄົມນິຍົມ. ເອກະສານການເມືອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ແມ່ນການສຸມສະຕິປັນຍາແລະ ຄວາມຄາດຫວັງຂອງຊາດຢ່າງແທ້ຈິງ.

ເອກະສານການເມືອງກອງປະຊຸມໃຫຍ່ຂອງພັກແມ່ນສຸມສະຕິປັນຍາ ແລະ ຄວາມຄາດຫວັງຂອງຊາດ
07/10/2020

ເພີ່ມກຳລັງໃຫ້ວິສາຫະກິດຟື້ນຟູຫລັງໂລກລະບາດໂຄວິດ-19

(VOVWORLD) - ປະຈຸບັນ, ລັດຖະບານພວມສືບຕໍ່ກວດກາຄືນບັນດາບ້ວງເງິນໜູນຊ່ວຍ ເພື່ອຄົ້ນຄວ້າ, ພິຈາລະນາ, ແກ້ໄຂສິ່ງຕິດຂັດໃຫ້ແກ່ວິສາຫະກິດຢ່າງວ່ອງໄວ, ຄິດໄລ່ໄຕ່ຕອງຄວາມເປັນໄປໄດ້ ໃນການເປີດກ້ວາງເປົ້າໝາຍທີ່ຕ້ອງການຄວາມໜູນຊ່ວຍບ້ວງເງິນໜູນຊ່ວຍ, ເວລາ, ການກຳນົດເວລາ.

ເພີ່ມກຳລັງໃຫ້ວິສາຫະກິດຟື້ນຟູຫລັງໂລກລະບາດໂຄວິດ-19
06/10/2020

ຕີລາຄາ ແລະ ຄາດຄະເນໂດຍມີພື້ນຖານພຶດຕິກຳຕົວຈິງແລະວິທະຍາສາດກ່ຽວກັບສະພາບເສດຖະກິດ, ສັງຄົມ

(VOVWORLD) -ສູນກາງຕ້ອງຄົ້ນຄວ້າ, ໄຈ້ແຍກຢ່າງລະອຽດ, ຄາດຄະເນຢ່າງມີພື້ນຖານວິທະຍາສາດກ່ຽວກັບສະພາບການໃນຊຸມເດືອນທ້າຍປີ 2020 ແລະ ບັນດາປີ 2021, 2022

ຕີລາຄາ ແລະ ຄາດຄະເນໂດຍມີພື້ນຖານພຶດຕິກຳຕົວຈິງແລະວິທະຍາສາດກ່ຽວກັບສະພາບເສດຖະກິດ, ສັງຄົມ