ສະຖານະການ ການເມືອງ

24/06/2025

ກອງປະຊຸມສຸດຍອດ ນາໂຕ ແລະ ຄຳຖາມກ່ຽວກັບບັນດານະໂຍບາຍຄວາມໝັ້ນຄົງຂອງ ອາເມລິກາ

(VOVWORLD) - ບັນດາປະເທດສະມາຊິກຂອງສຳພັນທະມິດການທະຫານບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບລະດັບລາຍຈ່າຍດ້ານປ້ອງກັນຊາດໃໝ່, ທຽບເທົ່າກັບ 5% ຍອດຜະລິດຕະພັນພາຍໃນ (GDP)

ກອງປະຊຸມສຸດຍອດ ນາໂຕ ແລະ ຄຳຖາມກ່ຽວກັບບັນດານະໂຍບາຍຄວາມໝັ້ນຄົງຂອງ ອາເມລິກາ
23/06/2025

ສ້າງທ່ວງ​ທ່າ​ໃຫ້​ແກ່​ການ​ພົວ​ພັນ ຫວຽດ​ນາມ - ຈີນ ແລະ ເປັນ​ເຈົ້າ​ການ​ປະ​ກອບ​ສ່ວນ​​ມາດ​ຕະ​ການ​ແກ້​ໄຂໃຫ້​ແກ່​ບັນ​ດາ​ບັນ​ຫາ​ເສດ​ຖະ​ກິດ​ທົ່ວ​ໂລກ

(VOVWORLD) - ໂດຍໄດ້ຮັບຄຳເຊື້ອເຊີນຈາກທ່ານນາຍົກລັດຖະມົນຕີ ຈີນ ຫຼີສຽງ ແລະ ທ່ານ Borge Brende ປະທານທັງເປັນຜູ້ອຳນວຍການໃຫຍ່ຝ່າຍບໍລິຫານຂອງເວທີປາໄສເສດຖະກິດໂລກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະເຂົ້າຮ່ວມກອງປະຊຸມປະຈຳປີບັນດາຜູ້ນຳໜ້າຄັ້ງທີ 16 ຂອງເວທີປາໄສເສດຖະກິດໂລກ (WEF) ເຊິ່ງໄດ້ຈັດຂຶ້ນຢູ່ນະຄອນ ທຽນຈີນ ແລະ ເຮັດວຽກຢູ່ ຈີນ ແຕ່ວັນທີ 24 – 27 ມິຖຸນາ. ເຫດການນີ້ ມີຄວາມໝາຍສຳຄັນ, ສະແດງໃຫ້ເຫັນການສະໜັບສະໜູນຂອງ ຫວຽດນາມ ທີ່ມີຕໍ່ປະເທດເຈົ້າພາບ ຈີນ, ສ້າງທ່ວງທ່າໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດ - ຈີນ, ພ້ອມທັງແມ່ນໂອກາດເພື່ອໃຫ້ ຫວຽດນາມ ເປັນເຈົ້າການປະກອບສ່ວນເຂົ້າໃນການແລກປ່ຽນ, ປຶກສາຫາລືຊອກຫາມາດຕະການແກ້ໄຂໃຫ້ແກ່ບັນດາບັນຫາເສດຖະກິດ, ການພັດທະນາຂອງພາກພື້ນ ແລະ ທົ່ວໂລກ.

ສ້າງທ່ວງ​ທ່າ​ໃຫ້​ແກ່​ການ​ພົວ​ພັນ ຫວຽດ​ນາມ - ຈີນ ແລະ ເປັນ​ເຈົ້າ​ການ​ປະ​ກອບ​ສ່ວນ​​ມາດ​ຕະ​ການ​ແກ້​ໄຂໃຫ້​ແກ່​ບັນ​ດາ​ບັນ​ຫາ​ເສດ​ຖະ​ກິດ​ທົ່ວ​ໂລກ
20/06/2025

ກອງ​ປະ​ຊຸມ​ສຸດຍອດ G7 ບໍ່​ສາມາດຮັດ​ແຄບ​ຄວາມ​ບໍ່​ລົງ​ລອຍ​ກັນ​ ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ບັນ​ດາ​ປະ​ເທດ​ສະ​ມາ​ຊິກໄດ້

(VOVWORLD) - ວັນທີ 17 ມິຖຸນາ, ກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ໄດ້ອັດລົງຢູ່ Alberta (Canada). ເລື່ອງອັດກອງປະຊຸມແຕ່ບໍ່ສາມາດອອກຖະແຫຼງການຮ່ວມກ່ຽວກັບບັນດາບັນຫາໃຫ່ຍ ພ້ອມກັບຄວາມຕັດສິນໃຈອອກຈາກກອງປະຊຸມກ່ອນກຳນົດເວລາຄາດຄະເນຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເຮັດໃຫ້ກອງປະຊຸມສຸດຍອດ G7 ບໍ່ບັນລຸໄດ້ເປົ້າໝາຍໃຫ່ຍສຸດ ຄືການຮັດແຄບຄວາມບໍ່ລົງລອຍກັນທີ່ພວມເພີ່ມຂື້ນໃນໄລຍະທີ່ຜ່ານມາ ລະຫວ່າງ ອາເມລິກາ ແລະ ບັນດາປະເທດສະມາຊິກທີ່ຍັງເຫຼືອຂອງກຸ່ມນີ້.

ກອງ​ປະ​ຊຸມ​ສຸດຍອດ G7 ບໍ່​ສາມາດຮັດ​ແຄບ​ຄວາມ​ບໍ່​ລົງ​ລອຍ​ກັນ​  ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ບັນ​ດາ​ປະ​ເທດ​ສະ​ມາ​ຊິກໄດ້
18/06/2025

ກະ​ກຽມ​ຢ່າງ​ລະ​ອຽດ​ເພື່ອ​ໃຫ້​ກົງ​ຈັກ​ການ​ຈັດ​ຕັ້ງ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ເຂົ້າ​ການ​ເຄື່ອນ​ໄຫວ​ຢ່າງ​ລຸ​ລ່ວງ ແລະ ຕໍ່​ເນື່ອງ

(VOVWORLD) - ກົງຈັກໃໝ່ຂອງ ຫວຽດນາມ ຕາມຮູບແບບການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນສອງຂັ້ນ ຈະໄດ້ນຳເຂົ້າເຄື່ອນໄຫວຢ່າງເປັນທາງການແຕ່ວັນທີ 1 ກໍລະກົດຈະມາເຖິງ. ນີ້ແມ່ນເຫດການໃຫຍ່, ມີຄວາມໝາຍປະຫວັດສາດຂອງປະເທດຊາດ. ເພື່ອໃຫ້ກົງຈັກໃໝ່ເຂົ້າເຄື່ອນໄຫວຢ່າງລຸລ່ວງ, ມີປະສິດທິຜົນ, ຫວຽດນາມ ໄດ້ກະກຽມຢ່າງລະອຽດລະອໍ, ຈັດແບ່ງໜ້າທີ່, ສິດອຳນາດ ແລະ ໂຄງຮ່າງການຈັດຕັ້ງກົງຈັກຂອງອຳນາດການປົກຄອງແຕ່ລະຂັ້ນຢ່າງລະອຽດ.

ກະ​ກຽມ​ຢ່າງ​ລະ​ອຽດ​ເພື່ອ​ໃຫ້​ກົງ​ຈັກ​ການ​ຈັດ​ຕັ້ງ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ເຂົ້າ​ການ​ເຄື່ອນ​ໄຫວ​ຢ່າງ​ລຸ​ລ່ວງ ແລະ ຕໍ່​ເນື່ອງ
17/06/2025

ການປະທະກັນ ອິດສະຣາແອັນ - ອີຣານ: ບາດລ້ຽວອັນຕະລາຍຢູ່ພາກພື້ນຕາເວັນອອກກາງ

(VOVWORLD) - ການຊີງໂຈມຕີກ່ອນຂອງ ອິດສະຣາແອັນ ແນໃສ່ ອີຣານ ໃນວັນທີ 13 ມິຖຸນາ ໄດ້ເປັນຂີດໝາຍລະເບີດຂຶ້ນຮ້າຍແຮງທີ່ສຸດໃນການພົວພັນສູ້ຢັນກັນໃນຫຼາຍປີຜ່ານມາລະຫວ່າງ ອິດສະຣາແອັນ ແລະ ອີຣານ

ການປະທະກັນ ອິດສະຣາແອັນ - ອີຣານ: ບາດລ້ຽວອັນຕະລາຍຢູ່ພາກພື້ນຕາເວັນອອກກາງ
16/06/2025

ການ​ປະ​ຕິ​ວັດ​ກ່ຽວ​ກັບ​ກົງ​ຈັກ​ການ​ຈັດ​ຕັ້ງ: ຈາກ​ທ່າ​ຮັບ ຫັນ​ມາ​ເປັນ​ສ້າງ​ສາ, ເປັນ​ເຈົ້າ​ການ​ຮັບ​ໃຊ້​ປະ​ຊາ​ຊົນ

(VOVWORLD) - ເພື່ອໃຫ້ກົງຈັກຂອງບັນດາແຂວງ, ນະຄອນ ພາຍຫຼັງໂຮມເຂົ້າກັນໄດ້ເຄື່ອນໄຫວຢ່າງລຸລ່ວງນັບແຕ່ວັນທີ 1 ກໍລະກົດ, ທ້າຍອາທິດຜ່ານມາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມທົ່ວປະເທດ ຝຶກອົບຮົມກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການພັກ, ອຳນາດການປົກຄອງ, ແນວໂຮມປະເທດຊາດ ຫວຽດນາມ, ບັນດາອົງການຈັດຕັ້ງການເມືອງຂັ້ນຕາແສງ (ກອງປະຊຸມ). ທ່ານນາຍົກລັດຖະມົນຕີ ເນັ້ນໜັກເປັນພິເສດວ່າ: ສິ່ງສຳຄັນທີ່ສຸດໃນການປະຕິວັດກ່ຽວກັບກົງຈັກການຈັດຕັ້ງແມ່ນການຫັນປ່ຽນສະພາບການມາເປັນການສ້າງສາ, ເປັນເຈົ້າການຮັບໃຊ້, ແກ້ໄຂບັນດາວຽກງານ.

ການ​ປະ​ຕິ​ວັດ​ກ່ຽວ​ກັບ​ກົງ​ຈັກ​ການ​ຈັດ​ຕັ້ງ: ຈາກ​ທ່າ​ຮັບ ຫັນ​ມາ​ເປັນ​ສ້າງ​ສາ, ເປັນ​ເຈົ້າ​ການ​ຮັບ​ໃຊ້​ປະ​ຊາ​ຊົນ
13/06/2025

ກອງ​ປະ​ຊຸມ​ສຸດຍອດ G7 ແລະ ສິ່ງ​ທ້າ​ທາຍ​ຕໍ່​ຄວາມ​ສາ​ມັກ​ຄີ​ຂອງ​ຝ່າຍ​ຕາ​ເວັນ​ຕົກ

(VOVWORLD) - ໂດຍແມ່ນກອງປະຊຸມຂັ້ນສູງຄັ້ງປະຖົມມະເລິກຂອງກຸ່ມບັນດາປະເທດອຸດສາກະກຳພັດທະນາ – G7 ນັບແຕ່ເມື່ອທ່ານປະທານາທິບໍດີ ອາເມລິກາ Donald Trump ກັບຄືນຂຶ້ນກຳອຳນາດເມື່ອຕົ້ນປີ 2025. ກອງປະຊຸມສຸດຍອດ G7 ໄດ້ດຳເນີນໄປໃນສະພາບຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກ ຍ້ອນນະໂຍບາຍພາສີອາກອນຂອງ ອາເມລິກາ ແລະ ການປະທະກັນດ້ານພູມສາດການເມືອງ ທີ່ນັບມື້ນັບສັບສົນຢູ່ຫຼາຍປະເທດໃນໂລກ.

ກອງ​ປະ​ຊຸມ​ສຸດຍອດ G7 ແລະ ສິ່ງ​ທ້າ​ທາຍ​ຕໍ່​ຄວາມ​ສາ​ມັກ​ຄີ​ຂອງ​ຝ່າຍ​ຕາ​ເວັນ​ຕົກ
11/06/2025

5 ປີ ສັນ​ຍາ EVFTA - ກຳ​ນົດ​ທິດ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ໄລ​ຍະ​ໃໝ່

(VOVWORLD) - ສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ (EVFTA) ມີຜົນສັກສິດແຕ່ເດືອນສິງຫາ 2020. ພາຍຫຼັງ ການຜັນຂະຫຍາຍມາເປັນ 5 ປີ, EVFTA ບໍ່ພຽງແຕ່ຢັ້ງຢືນຄວາມໄວ້ເນື້ອເຊື່ອໃຈຍຸດທະສາດລະຫວ່າງ ຫວຽດນາມ ແລະ EU ເທົ່ານັ້ນ, ຫາກຍັງແມ່ນເຄື່ອງມືສຳຄັນເພື່ອເຊື່ອມຕໍ່ສອງທະວີບ, ຊຸກຍູ້ການພົວພັນທາງການຄ້າລະຫວ່າງສອງຝ່າຍຢ່າງແຮງອີກດ້ວຍ. ຫວນຄືນໄລຍະທາງຜ່ານມາ, ສອງຝ່າຍໄດ້ຕັ້ງໜ້າສົມທົບກັນເພື່ອກຳນົດທິດການຮ່ວມມືຍຸດທະສາດ ໃນສະພາບການໃໝ່.

5 ປີ ສັນ​ຍາ EVFTA - ກຳ​ນົດ​ທິດ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ໄລ​ຍະ​ໃໝ່
10/06/2025

ອາເມລິກາ - ຈີນ ຊຸກຍູ້ການເຈລະຈາດ້ານການຄ້າຮອບໃໝ່

(VOVWORLD) - ການເຈລະຈາຢູ່ ລອນດອນ ໄດ້ຈັດຂຶ້ນພາຍຫຼັງທີ່ທ່ານປະທານາທິບໍດີ ອາເມລິກາ ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜິງ ມີການໂອ້ລົມທາງໂທລະສັບເປັນເວລາ 4 ວັນ

ອາເມລິກາ - ຈີນ ຊຸກຍູ້ການເຈລະຈາດ້ານການຄ້າຮອບໃໝ່
09/06/2025

ຫວຽດ​ນາມ ໝາຍ​ໝັ້ນ​ເປັນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ​ພ້ອມ​ແລ້ວຮ່ວມ​ເດີນ​ທາງ​ໃນ​ຄວາມ​ພະ​ຍາ​ຍາມ​ປົກ​ປັກ​ຮັກ​ສາ​ມະ​ຫາ​ສະ​ໝຸດ​ຂອງ​ທົ່ວ​ໂລກ

(VOVWORLD) - ວັນທີ 9 ມິຖຸນາ ກອງປະຊຸມມະຫາສະໝຸດ ສປຊ ຄັ້ງທີ 3 (UNOC 3) ຖືກໄຂຂຶ້ນຢູ່ Nice, ຝລັ່ງ ແລະ ແກ່ຍາວຮອດວັນທີ 13 ມິຖຸນາ ດ້ວຍການເຂົ້າຮ່ວມຂອງປະມຸກລັດ ແລະ ລັດຖະບານຂອງເກືອບ 70 ປະເທດ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມກອງປະຊຸມ, ເພື່ອແນໃສ່ຢັ້ງຢືນສານທີ່ວ່າ ຫວຽດນາມ ຍາມໃດກໍເປັນເຈົ້າການໃນການອະນຸລັກຮັກສາ ແລະ ນຳໃຊ້ທະເລ, ຊັບພະຍາກອນທະເລແບບຍືນຍົງ ແລະ ພ້ອມແລ້ວປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງສາກົນໃນຂົງເຂດນີ້.

ຫວຽດ​ນາມ ໝາຍ​ໝັ້ນ​ເປັນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ​ພ້ອມ​ແລ້ວຮ່ວມ​ເດີນ​ທາງ​ໃນ​ຄວາມ​ພະ​ຍາ​ຍາມ​ປົກ​ປັກ​ຮັກ​ສາ​ມະ​ຫາ​ສະ​ໝຸດ​ຂອງ​ທົ່ວ​ໂລກ