ສະພາບການນຳໃຊ້ວິທະຍາສາດເຕັກໂນໂລຢີຂອງບັນດາວິສາຫະກິດ ຫວຽດນາມ
(VOVWORLD) - ດ້ວຍລະດັບການເປີດຢ່າງໃຫຍ່ຫຼວງຂອງພື້ນຖານເສດຖະກິດ ພ້ອມກັບບັນດາສັນຍາການຄ້າເສລີສອງຝ່າຍ (FTA) ລຸ້ນໃໝ່, ບັນດາວິສາຫະກິດ ຫວຽດນາມ ພວມຢືນຢູ່ຕໍ່ໜ້າຫຼາຍໂອກາດພັດທະນາ. ຍູ້ແຮງການຫັນປ່ຽນ, ນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຢີ, ການໜູນຊ່ວຍຈາກບັນດາກົນໄກ, ນະໂຍບາຍລະອຽດ, ບັນດາວິສາຫະກິດ ຫວຽດນາມ ພວມສ້າງກຳລັງແກ້ງແຍ້ງບໍ່ພຽງແຕ່ຢູ່ຕະຫຼາດພາຍໃນປະເທດເທົ່ານັ້ນ ຫາກຍັງຢູ່ຕະຫຼາດໃນພາກພື້ນ ແລະ ໂລກອີກດ້ວຍ.










