ສະຖານະການ ການເມືອງ

25/09/2024

ຫວຽດ​ນາມ - ກຸຍ​ບາ ສາ​ມັກ​ຄີ​, ຮ່ວມ​ມື​ເພື່ອ​ພ້ອມ​ກັນ​ພັດ​ທະ​ນາ

(VOVWORLD) - ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານ ເລຂາທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດ ກຸຍບາ, ປະທານປະເທດ ສ.ກຸຍບາ Miguel Díaz-Canel Bermudez ແລະ ພັນລະຍາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ, ປະທານປະເທດ ສສ. ຫວຽດນາມ ໂຕເລິມ ແລະ ພັນລະຍາ ຈະມີການຢ້ຽມຢາມທາງລັດຖະກິດຢູ່ ສ.ກຸຍບາ ໃນລະຫວ່າງວັນທີ 25 – 27 ກັນຍາ 2024. ການຢ້ຽມຢາມແນໃສ່ສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຍົກສູງປະສິດທິຜົນໃນການພົວພັນລະຫວ່າງສອງພັກ, ສອງລັດ.

ຫວຽດ​ນາມ - ກຸຍ​ບາ ສາ​ມັກ​ຄີ​, ຮ່ວມ​ມື​ເພື່ອ​ພ້ອມ​ກັນ​ພັດ​ທະ​ນາ
24/09/2024

ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ປຶກ​ສາ​ຫາ​ລື​ບັນ​ດາ​ສິ່ງ​ທ້າ​ທາຍ​ໃຫຍ່​ທົ່ວ​ໂລກ

(VOVWORLD) - ໂດຍໄດ້ດຳເນີນແຕ່ວັນທີ 24 – 28 ກັນຍາ ຢູ່ສຳນັກງານ ສປຊ ຢູ່ ນິວຢອກ (ອາເມລິກາ), ສັບປະດາຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 79 ໄດ້ປົກຄຸມດ້ວຍຄວາມສ່ຽງ ເກີດການປະທະກັນແຜ່ລາມໃນວົງກວ້າງຢູ່ຫຼາຍບ່ອນໃນທົ່ວໂລກ, ພ້ອມກັນນັ້ນ ຄວາມຮຽກຮ້ອງຕ້ອງປະຕິຮູບ ສປຊ ຢ່າງເລິກເຊິ່ງກວ້າງຂວາງ ພວມນັບມື້ນັບຮີບດ່ວນກວ່າ.

ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ປຶກ​ສາ​ຫາ​ລື​ບັນ​ດາ​ສິ່ງ​ທ້າ​ທາຍ​ໃຫຍ່​ທົ່ວ​ໂລກ
20/09/2024

ກອງ​ປະ​ຊຸມ​ສຸດຍອດ​ອະ​ນາ​ຄົດ​ຂອງ ສ​ປ​ຊ ສ້າງ​ໂລກ​ຂອງ​ສະ​ຕະ​ວັດ​ທີ 21

(VOVWORLD) - ກອງປະຊຸມສຸດຍອດອະນາຄົດຂອງ ສປຊ ໄດ້ຈັດຂຶ້ນແຕ່ວັນທີ 22-23 ກັນຍາຢູ່ ນິວຢອກ ປະເທດ ອາເມລິກາ ໄດ້ວາງເປົ້າໝາຍສ້າງອະນາຄົດໃໝ່ທີ່ສະເໝີພາບ, ກວມລວມ, ພັດທະນາແບບຍືນຍົງກ່ວາ ແລະ ມີລັກສະນະເຊື່ອມຈອດຢ່າງແຮງກ່ວາໃນສະຕະວັດທີ 21.

ກອງ​ປະ​ຊຸມ​ສຸດຍອດ​ອະ​ນາ​ຄົດ​ຂອງ ສ​ປ​ຊ ສ້າງ​ໂລກ​ຂອງ​ສະ​ຕະ​ວັດ​ທີ 21
19/09/2024

ຫວຽດນາມ ຮັບປະກັນ ສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອການຮ່ວມມື ແລະ ພັດທະນາ

(VOVWORLD) - ວັນທີ 21 ກັນຍາ ທຸກປີ ແມ່ນວັນສັນຕິພາບ ສາກົນ. ສຳລັບຫວຽດນາມ, ການຮັບປະກັນສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ເພື່ອການຮ່ວມມື ແລະ ພັດທະນາ ທັງແມ່ນພື້ນຖານທີ່ຈຳເປັນ ທັງແມ່ນຈຸດປາຍທາງເພື່ອການພັດທະນາແບບຍືນຍົງ, ວັດທະນາຖາວອນໃນໂລກ ກໍ່ຄືແຕ່ລະປະເທດ, ພາກພື້ນ. ບໍ່ພຽງແຕ່ຮັກສາສັນຕິພາບໃຫ້ແກ່ປະເທດຊາດເທົ່ານັ້ນ ຫວຽດນາມ ຍາມໃດກໍ່ພວມ ແລະ ໄດ້ປະກອບສ່ວນຕັ້ງຫນ້າເຂົ້າໃນພາລະກິດແຫ່ງການປົກປັກຮັກສາສັນຕິພາບຂອງ ສະຫະປະຊາຊາດ ແລະ ແມ່ນປັດໄຈສຳຄັນ ປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະ ໂລກ.

ຫວຽດນາມ ຮັບປະກັນ ສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອການຮ່ວມມື ແລະ ພັດທະນາ
18/09/2024

ຖື​ຜົ​ນ​ປະ​ໂຫຍດ​ຂອງ​ປະ​ເທດ​ຊາດ ແລະ ການ​ດຳ​ລົງ​ຊີ​ວິດ​ທີ່​ອີ່ມ​ໜຳ​ສຳ​ລານ, ສົມ​ບຸນ​ພຸມ​ສຸກ​ຂອງ ປະ​ຊ​າ​ຊົນ​ເໜືອ​ກ່​ວາ​ສິ່ງ​ໃດ​ໝົດ

(VOVWORLD) - ກ່າວຄຳເຫັນໄຂກອງປະຊຸມຄັ້ງທີ 10 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII, ຢູ່ຮ່າໂນ້ຍ, ຕອນເຊົ້າວັນທີ 18 ກັນຍາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ເນັ້ນໜັກເຖິງ 2 ກຸ່ມບັນຫາຍຸດທະສາດ ຢູ່ກອງປະຊຸມ. ນັ້ນແມ່ນບັນດາວຽກງານເພື່ອເພີ່ມຄວາມໄວໃນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ຢ່າງມີໄຊ ແລະ ວຽກງານກະກຽມໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກໃຫ້ສຳເລັດ. ຕາມທ່ານເລຂາທິການໃຫຍ່, ປະທານປະເທດແລ້ວ, ກອງປະຊຸມຕ້ອງຕີລາຄາສະຫຼຸບບັນດາເນື້ອໃນສຳຄັນກ່ຽວກັບທັດສະນະ, ແນວຄິດຊີ້ນຳການນຳພາ, ບັນດາແຜນນະໂຍບາຍນະໂຍບາຍປ່ຽນແປງໃໝ່ທີ່ມີລັກສະນະບຸກທະລຸ, ມີຄວາມເປັນໄປໄດ້ສູງ.

ຖື​ຜົ​ນ​ປະ​ໂຫຍດ​ຂອງ​ປະ​ເທດ​ຊາດ ແລະ ການ​ດຳ​ລົງ​ຊີ​ວິດ​ທີ່​ອີ່ມ​ໜຳ​ສຳ​ລານ, ສົມ​ບຸນ​ພຸມ​ສຸກ​ຂອງ ປະ​ຊ​າ​ຊົນ​ເໜືອ​ກ່​ວາ​ສິ່ງ​ໃດ​ໝົດ
17/09/2024

ໂລກ ຊຸກ​ຍູ້​ການ​ນຳ​ໃຊ້​ພະ​ລັງ​ງານ​ນິວ​ເຄຼຍ ເພື່ອ​ຈຸດ​ປະ​ສົງ​ສັນ​ຕິ​ພາບ

(VOVWORLD) - ໂດຍໄດ້ດຳເນີນແຕ່ວັນທີ 16 – 20 ກັນຍາ ຢູ່ ວຽນ (ໂອຕາລິດ), ກອງປະຊຸມສະມັດຊາໃຫຍ່ ອົງການພະລັງງານປະລະມານູສາກົນ (IAEA) ຄັ້ງທີ 68 ໄດ້ໃຫ້ບຸລິມະສິດໃນການປຶກສາຫາລືກ່ຽວກັບການຊຸກຍູ້ການນຳໃຊ້ນິວເຄຼຍເພື່ອຈຸດປະສົງສັນຕິພາບ ແລະ ພັດທະນາ, ໃນສະພາບການຍັງມີບັນດາຄວາມວິຕົກກັງວົນຕໍ່ບັນຫາຄວາມປອດໄພດ້ານນິວເຄຼຍ ແລະ ຄວາມສ່ຽງແຜ່ຂະຫຍາຍອາວຸດນິວເຄຼຍໃນໂລກ.

ໂລກ ຊຸກ​ຍູ້​ການ​ນຳ​ໃຊ້​ພະ​ລັງ​ງານ​ນິວ​ເຄຼຍ ເພື່ອ​ຈຸດ​ປະ​ສົງ​ສັນ​ຕິ​ພາບ
13/09/2024

ສະ​ຫະ​ປະ​ຊາ​ຊາດ ມຸ່ງ​ໄປ​ເຖິງ​ການ​ປະ​ຕິ​ຮູບ ແລະ ສ້າງ​ອະ​ນາ​ຄົດ​ໃໝ່

(VOVWORLD) - ວັນທີ 10 ກັນຍາ, ໄດ້ໄຂວາລະປະຊຸມຄັ້ງປະຖົມມະເລິກ ສະມັດຊາໃຫ່ຍ ສປຊ ຊຸດທີ 79 ດ້ວຍຄວາມຕັດສິນໃຈປະຕິຮູບ ແລະ ມີການກະທຳທີ່ຂ້ຽວຂາດກ່ວາເພື່ອຮັບມືກັບບັນດາສິ່ງທ້າທາຍທີ່ນັບມື້ນັບເພິ່ມຂຶ້ນກ່ຽວກັບດ້ານສັນຕິພາບ, ຄວາມໝັ້ນຄົງ ແລະ ການບໍລິຫານທົ່ວໂລກ.

ສະ​ຫະ​ປະ​ຊາ​ຊາດ ມຸ່ງ​ໄປ​ເຖິງ​ການ​ປະ​ຕິ​ຮູບ ແລະ ສ້າງ​ອະ​ນາ​ຄົດ​ໃໝ່
12/09/2024

ຄວາມສາມັກຄີ ຢູ່ ພາຍໃນ ແລະຕ່າງປະເທດ ເພື່ອພັດທະນາປະເທດຊາດ

(VOVWORLD) - ເຫດການເຊີດຊູ ພາສາ ຫວຽດ ປີ 2024 ແລະ ລາຍການ Gala ພາສາ ຫວຽດ ທີ່ຮັກແພງ ໄດ້ດຳເນີນໃນທ້າຍອາທິດຜ່ານມາ ຢູ່ ຮ່າໂນ້ຍ, ອີກຄັ້ງຫນຶ່ງສະແດງໃຫ້ເຫັນວ່າ ພັກ, ລັດ ຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ພິເສດຕໍ່ປະຊາຄົມຊາວຫວຽດນາມ ຢູ່ ຕ່າງປະເທດ. ພັກ, ລັດ ຍາມໃດກໍ່ມານະພະຍາຍາມເພື່ອໃຫ້ເຂົ້າໃຈຄວາມມຸ່ງມາດປາດຖະຫນາຂອງ ຊາວຫວຽດນາມ ອາໄສຢູ່ ຕ່າງປະເທດ ເພື່ອເສີມຂະຫຍາຍບົດບາດຂອງປະຊາຄົມ ຊາວ ຫວຽດນາມຢູ່ ຕ່າງປະເທດໃນວິວັດການສ້າງສາປະເທດຊາດ.

ຄວາມສາມັກຄີ ຢູ່ ພາຍໃນ ແລະຕ່າງປະເທດ ເພື່ອພັດທະນາປະເທດຊາດ