ຍູ້ແຮງການຜັນຂະຫຍາຍການວາງແຜນຜັງເຂດ, ສ້າງບຸກທະລຸໃໝ່ໃນການພັດທະນາເຂດເສດຖະກິດ
(VOVWORLD) - ພັດທະນາເຂດແມ່ນແຜນນະໂຍບາຍລຸລ່ວງ ແລະ ສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດ ຫວຽດນາມ ໃນວິວັດການພັດທະນາປະເທດຊາດເພື່ອແນໃສ່ຂຸດຄົ້ນ, ເສີມຂະຫຍາຍບັນດາຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງບັນດາເຂດ ແລະ ທ້ອງຖິ່ນໃນທົ່ວປະເທດ. ວິວັດການສ້າງເຂດ ແລະ ຈັດແບ່ງເຂດຊຸກຍູ້ວິວັດການລົງທຶນພາກສາທາລະນະຢ່າງແຮງ, ດຶງດູດເງິນລົງທຶນເຂົ້າການພັດທະນາເສດຖະກິດ ແລະ ສ້າງກຳລັງໜູນໃນການພັດທະນາເສດຖະກິດ - ສັງຄົມ. ໜຶ່ງໃນບັນດາໜ້າທີສຳຄັນຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໃນປີນີ້ ແລະ ຊຸມປີຕໍ່ໄປແມ່ນຍູ້ແຮງການຜັນຂະຫຍາຍການວາງແຜນຜັງແຕ່ລະເຂດ, ຈາກນັ້ນ ສ້າງບຸກທະລຸໃໝ່ໃນການພັດທະນາເຂດເສດຖະກິດ, ປະກອບສ່ວນເຂົ້າໃນການບັນລຸໄດ້ເປົ້າໝາຍໂດຍການວາງແຜນຜັງສັງລວມແຫ່ງຊາດ ໄລຍະ 2021 – 2030, ວິໄສທັດຮອດປີ 2050 ທີ່ໄດ້ວາງອອກ.










