ສະຖານະການ ການເມືອງ

31/07/2024

ຊຸກ​ຍູ້​ຜົນ​ປະ​ໂຫຍດ​ຍຸດ​ທະ​ສາດ ສອງ​ຝ່າຍ ຫວຽດ​ນາມ - ຕີ​ມໍ​ແລັດສະ​​ແຕ

(VOVWORLD) - ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານປະເທດ ຫວຽດນາມ ໂຕເລິມ, ທ່ານ Jose Ramos-Horta ປະທານາທິບໍດີ ສາທາລະນະລັດ ປະຊາທິປະໄຕ ຕີມໍແລັດສະແຕ ຢ້ຽມຢາມທາງລັດຖະກິດ ຢູ່ ຫວຽດນາມໃນລະຫວ່າງວັນທີ 31 ກໍລະກົດ ຫາວັນທີ 3 ສິງຫາ. ການຢ້ຽມຢາມແມ່ນກາລະໂອກາດເພື່ອໃຫ້ສອງຝ່າຍສືບຕໍ່ແລກປ່ຽນກ່ຽວກັບບັນດາມາດຕະການຊຸກຍູ້ການຮ່ວມມື, ເຮັດໃຫ້ການພົວພັນສອງຝ່າຍເລິກເຊິ່ງຂຶ້ນຕື່ມ.

ຊຸກ​ຍູ້​ຜົນ​ປະ​ໂຫຍດ​ຍຸດ​ທະ​ສາດ ສອງ​ຝ່າຍ ຫວຽດ​ນາມ - ຕີ​ມໍ​ແລັດສະ​​ແຕ
30/07/2024

ບັນ​ດາ​ສິ່ງ​ທ້າ​ທາຍ​ສຳ​ລັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ ອີ​ຣານ ຄົນ​ໃໝ່

(VOVWORLD) - ທ່ານ Masoud Pezeshkian ປະທານາບໍດີ ອີຣານ ຜູ້ທີ່ຫາກໍ່ໄດ້ຮັບໄຊຊະນະໃນເລືອກຕັ້ງ, ໄດ້ຮັບດຳລົງຕຳແໜ່ງຢ່າງເປັນທາງການໃນວັນທີ 30 ກໍລະກົດ. ໂດຍແມ່ນນັກການເມືອງທີ່ມີແນວທາງການເມືອງກ້າວໜ້າພໍສົມຄວນ, ທ່ານປະທານາທິບໍດີ ອີຣານ ຄົນໃໝ່ ໄດ້ນຳມາເຊິ່ງຄວາມຫວັງ ຈະປະຕິບັດບັນດາການປ່ຽນແປງຢ່າງຕັ້ງໜ້າໃຫ້ແກ່ ອີຣານ. ເຖິງຢ່າງໃດກໍຕາມ, ທ່ານ Masound Pezeshkhian ປະສົບກັບສິ່ງທ້າທາຍໃຫຍ່ຫຼາຍຢ່າງນັບທັງວຽກງານພາຍໃນ ແລະ ການພົວພັນຕ່າງປະເທດ.

ບັນ​ດາ​ສິ່ງ​ທ້າ​ທາຍ​ສຳ​ລັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ ອີ​ຣານ ຄົນ​ໃໝ່
26/07/2024

ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ຫງວຽນ​ຝູ​ຈ້ອງ: ການ​ນຳ​ຜູ້​ດີ​ເດັ່ນ​ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

(VOVWORLD) - ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ແມ່ນນັກແນວຄິດ, ນັກວັດທະນະທຳ ຊື່ງຍາມໃດກໍຍົກສູງຄັນທຸງທິດສະດີຂອງພັກ, ອຸທິດສ່ວນຕະຫຼອດຊີວິດຂອງຕົນໃຫ້ແກ່ພາລະກິດການປະຕິວັດຂອງພັກ ແລະ ຂອງຊາດ. ທ່ານໄດ້ເຂົ້າສູ່ປະຫວັດສາດ ຫວຽດນາມ ດ້ວຍຖານະແມ່ນການນຳຜູ້ດີເດັ່ນທີ່ສຸດ.

ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ຫງວຽນ​ຝູ​ຈ້ອງ:  ການ​ນຳ​ຜູ້​ດີ​ເດັ່ນ​ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ
25/07/2024

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ: ຜູ້ເຊື່ອມຕໍ່ຂົວມິດຕະພາບ

(VOVWORLD) -ໃນຄາວຍັງມີຊີວິດຢູ່, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເນັ້ນຫນັກເປັນຫລາຍຄັ້ງວ່າ ຫວຽດນາມ ມີຮູບແບບການທູດສະເພາະ, ຮູບແບບການຕ່າງປະເທດມີສີສັນ ແລະ ເປັນເອກະລັກຂອງຍຸກສະໄຫມ ໂຮ່ຈີມິນ, ນັ້ນແມ່ນການທູດແບບໄມ້ໃຜ່ ຫວຽດນາມ. ບໍ່ແມ່ນຜູ້ໃດອື່ນ ຫາກແມ່ນທ່ານເລຂາທິການໃຫຍ່ເອງ ເປັນຜູ້ຊີ້ນຳ, ໝູນໃຊ້ຮູບແບບການທູດນັ້ນຢ່າງມີຫົວຄິດປະດິດສ້າງ, ມີໄຫວພິບ ເພື່ອສ້າງຂົວຕໍ່ມິດຕະພາບ ລະຫວ່າງ ຫວຽດນາມ ກັບບັນດາປະເທດ, ກຳນົດ ແລະ ໝູນໃຊ້ສິລະປະດຸ່ນດ່ຽງການພົວພັນກັບບັນດາປະເທດໃຫຍ່ຢ່າງສຳເລັດຜົນ, ຊ່ວຍ ຫວຽດນາມ ຍົກສູງທີ່ຕັ້ງບົດບາດໃນໂລກທີ່ເຕັມໄປດ້ວຍການຜັນແປຄືປະຈຸບັນ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ: ຜູ້ເຊື່ອມຕໍ່ຂົວມິດຕະພາບ
24/07/2024

ຂີດ​ໝາຍ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ຫວຽດ​ນາມ

(VOVWORLD) - ໃນໄລຍະດຳລົງຕຳແໜ່ງສູງສຸດຂອງພັກກອມມູນິດ ຫວຽດນາມ ມາເປັນເວລາກ່ວາ 13 ປີ (2011 - 2024), ທ່ານເລຂາທິການໃຫຍ່ ຫວຽດນາມ ຫງວຽນຝູຈ້ອງ ໄດ້ຢຶດໝັ້ນກັບແນວທາງປ່ຽນແປງໃໝ່, ເອກະລາດ, ເປັນເຈົ້າຕົນເອງ, ພ້ອມກັບ ຄະນະເລຂາຍົກອອກບັນດາການກຳນົດທິດໃຫຍ່, ສຳຄັນໃນການພັດທະນາເສດຖະກິດຂອງປະເທດຊາດ. ຍ້ອນແນວນັ້ນ, ຫວຽດນາມ ໄດ້ກ້າວເຂົ້າສູ່ໄລຍະເປີດປະຕູເສດຖະກິດຢ່າງແຮງກ່ວາ, ກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດພັດທະນາໄວທີ່ສຸດຢູ່ອາຊີ, ດຶງດູດເງິນລົງທຶນຈາກບັນດາບໍລິສັດໃນທົ່ວໂລກ.

ຂີດ​ໝາຍ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ຫວຽດ​ນາມ
23/07/2024

ອະ​ດີດ​ການ​ນຳ​ພັກ - ລັດ​ຖະ​ບານ ແຫ່ງ ສ​ປ​ປ.ລາວ: ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວ​ຽນ​ຝູ​ຈ້ອງ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​ເຖິງ​ການຖະ​ໜຸ​ຖະ​ໜອມ​ການ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບທີ່​ເປັນ​ມູນ​ເຊື້ອ ລາວ - ຫວຽດ​ນາມ

(VOVWORLD) - ວັນທີ 22 ກໍລະກົດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ລາວ ໄດ້ອອກແຈ້ງການກ່ຽວກັບເລື່ອງຈັດຕັ້ງພິທີໄວ້ອາໄລລະດັບຊາດ ນັບແຕ່ວັນທີ 25 – 26 ກໍລະກົດ ເພື່ອອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ການຈາກໄປຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ເພື່ອນມິດຜູ້ສະໜິດສະໜົມທີ່ສຸດຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ແມ່ນຄວາມເສົ້າສະຫຼົດໃຈຢ່າງສຸດຊື້ງ, ພິເສດແມ່ນສຳລັບການນຳພັກ, ລັດຖະບານລາວລຸ້ນຕ່າງໆທີ່ເຄີຍມີໂອກາດໄດ້ເຮັດວຽກ, ພົບປະກັບເພິ່ນມາເປັນຫຼາຍຄັ້ງ.

ອະ​ດີດ​ການ​ນຳ​ພັກ - ລັດ​ຖະ​ບານ ແຫ່ງ ສ​ປ​ປ.ລາວ: ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວ​ຽນ​ຝູ​ຈ້ອງ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​ເຖິງ​ການຖະ​ໜຸ​ຖະ​ໜອມ​ການ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບທີ່​ເປັນ​ມູນ​ເຊື້ອ ລາວ - ຫວຽດ​ນາມ
22/07/2024

ສັນຍາ ເຊີແນວ: ບົດຮຽນຜູກມັດຢ່າງແໜ້ນແຟ້ນລະຫວ່າງທ່ວງທ່າ ແລະ ກຳລັງແຮງໃນການເຄື່ອນໄຫວການທູດ

(VOVWORLD) - ເປັນຄັ້ງທຳອິດ, ຫວຽດນາມ ໄດ້ຮັບການຮັບຮູ້ດ້ວຍສັນຍາສາກົນທີ່ມີຄຸນຄ່າ ດ້ວຍການເຂົ້າຮ່ວມຂອງບັນດາປະເທດມະຫາອຳນາດ.

ສັນຍາ ເຊີແນວ: ບົດຮຽນຜູກມັດຢ່າງແໜ້ນແຟ້ນລະຫວ່າງທ່ວງທ່າ ແລະ ກຳລັງແຮງໃນການເຄື່ອນໄຫວການທູດ
19/07/2024

ລັດ​ຖະ​ສະ​ພາ ເອີ​ລົບ ຊຸດ​ໃໝ່ ບຸ​ລິ​ມະ​ສິດ​ຍຸດ​ທະ​ສາດ​ເປັກ​ປົກ​ກະ​ຕິ​ຂອງ​ກຸ່ມ

(VOVWORLD) - ວາລະປະຊຸມຄົບຄະນະຄັ້ງປະຖົມມະເລິກຂອງລັດຖະສະພາ ເອີລົບ ຊຸດໃໝ່ ດຳເນີນແຕ່ວັນທີ 16-19 ກໍລະກົດ ຢູ່ສຳນັກງານທີ່ນະຄອນ Strasbourg ປະເທດ ຝະລັ່ງ ໄດ້ປ່ອນບັດຮັບຮອງເອົາເລື່ອງໃຫ້ສັດຕະຍາບັນ ບັນດາຕຳໜ່າງການນຳຫຼັກແຫຼ່ງຂອງສະຫະພາບ ເອີລົບ ພ້ອມທັງສົ່ງສັນຍານບຸລິມະສິດກ່ຽວກັບການກະທຳໃໝ່ຂອງ ອີຢູ ໃນ 5 ປີທີ່ຈະມາເຖິງ.

ລັດ​ຖະ​ສະ​ພາ ເອີ​ລົບ ຊຸດ​ໃໝ່ ບຸ​ລິ​ມະ​ສິດ​ຍຸດ​ທະ​ສາດ​ເປັກ​ປົກ​ກະ​ຕິ​ຂອງ​ກຸ່ມ
18/07/2024

ຫວຽດນາມ ມານະພະຍາຍາມໃນບົດບາດເປັນສະມາຊິກຂອງສະພາສິດທິມະນຸດ ອາຍຸການ 2023 – 2025

(VOVWORLD) -ກອງປະຊຸມຄັ້ງທີ 56 ຂອງສະພາສິດທິມະນຸດ ສະຫະປະຊາຊາດ ຫາກໍ່ສິ້ນສຸດຢູ່ ເຊີແນວ ປະເທດ ສະວິດ. ການເຂົ້າຮ່ວມຂອງ ຫວຽດນາມ ຢູ່ ກອງປະຊຸມຄັ້ງນີ້ ສະແດງໃຫ້ເຫັນບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ ເວົ້າລວມ ກໍ່ຄືໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ເວົ້າສະເພາະ. ພ້ອມກັນນັ້ນ ກໍ່ປະກອບສ່ວນຜັນຂະຫຍາຍນະໂຍບາຍການຕ່າງປະເທດທີ່ເປັນເຈົ້າການ, ຕັ້ງຫນ້າ ແລະ ມີຄວາມຮັບຜິດຊອບສຳລັບບັນດາບັນຫາລວມຂອງປະຊາຄົມສາກົນ, ໃນບົດບາດເປັນສະມາຊິກຂອງສະພາສິດທິມະນຸດ ອາຍຸການ 2023 – 2025.

ຫວຽດນາມ ມານະພະຍາຍາມໃນບົດບາດເປັນສະມາຊິກຂອງສະພາສິດທິມະນຸດ ອາຍຸການ 2023 – 2025