ປີ 2024: ສູ້ຊົນເປັນຢ່າງສູງເພື່ອບັນລຸໝາກຜົນສູງສຸດ
(VOVWORLD) - ປີ 2024, ຫວຽດນາມ ທັງຕ້ອງປະຕິບັດບັນດາໜ້າທີ່ປະຈຳ ດ້ວຍຄວາມຮຽກຮ້ອງທີ່ສູງກວ່າ, ດ້ວຍຄາດໝາຍສູງກວ່າປີ 2023

(VOVWORLD) - ປີ 2024, ຫວຽດນາມ ທັງຕ້ອງປະຕິບັດບັນດາໜ້າທີ່ປະຈຳ ດ້ວຍຄວາມຮຽກຮ້ອງທີ່ສູງກວ່າ, ດ້ວຍຄາດໝາຍສູງກວ່າປີ 2023

(VOVWORLD) - ກ່ອນນີ້ 45 ປີ (7/1/1979 – 7/1/2024), ປະເທດ ກຳປູເຈຍ ໄດ້ຮັບການປົດປ່ອຍຈາກລະບອບດັບສູນເຊື້ອຊາດ ໂປນໂປດ ຢ່າງສົມບູນ, ເປີດສັງກາດໃໝ່, ແມ່ນໄລຍະຟື້ນຟູປະເທດຊາດ. ໃນໄຊຊະນະດັ່ງກ່າວ, ເລື່ອງທະຫານອາສາສະໝັກ ຫວຽດນາມ ຊ່ວຍເຫຼືອ ກຳປູເຈຍ ຫລຸດພົ້ນອອກຈາກວິນາດສະກຳ ດັບສູນເຊື້ອຊາດ ແມ່ນສັນຍາລັກອັນສູງສົ່ງ, ດີງາມຂອງນ້ຳໃຈສາມັກຄີຕໍ່ສູ້ທີ່ປອດໃສລະຫວ່າງສອງປະເທດ ຫວຽດນາມ ແລະ ກຳປູເຈຍ, ສະແດງໃຫ້ເຫັນນ້ຳໃຈສາມັກຄີສາກົນອັນສູງສົ່ງຂອງ ຫວຽດນາມ. ນັບແຕ່ນັ້ນມາຮອດປະຈຸບັນ, ນ້ຳໃຈສາມັກຄີສາກົນນັ້ນຂອງ ຫວຽດນາມ ສືບຕໍ່ໄດ້ຮັບການສືບທອດ ແລະ ເສີມຂະຫຍາຍໃນການພົວພັນສາກົນປະຈຸບັນ.

(VOVWORLD) -ໃນຊຸມມື້ຜ່ານມາ, ມີເຮືອນມະຫາສາມັກຄີນັບພັນຫລັງ ໄດ້ມອບໃຫ້ຜູ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ ຢູ່ ຫລາຍທ້ອງຖິ່ນຂອງຫວຽດນາມ. ການເຄື່ອນໄຫວນີ້ຍິ່ງມີຄວາມໝາຍກວ່າ ເມື່ອບຸນປີໃຫມ່ປະຈຳຊາດ ຂອງຊາວຫວຽດນາມ ໃກ້ຈະວຽນມາ. ເລື່ອງມອບເຮືອນມະຫາສາມັກຄີໃຫ້ຜູ້ທຸກຍາກເປັນການສະແດງໃຫ້ເຫັນນະໂຍບາຍມະນຸດສາດຂອງລັດ, ການຮ່ວມແຮງຮ່ວມໃຈຂອງປະຊາຄົມເພື່ອໃຫ້ຜູ້ທຸກຍາກມີຊີວິດດີກວ່າ, ປະກອບສ່ວນຮັບປະກັນຊີວິດສັງຄົມ.

(VOVWORLD) - ປີ 2023 ແມ່ນປີຟົດຟື້ນກ່ຽວກັບການພົວພັນຕ່າງປະເທດຂອງ ຫວຽດນາມ ດ້ວຍຫຼາຍຂີດໝາຍທີ່ພົ້ນເດັ່ນ, ພິເສດແມ່ນໃນຂົງເຂດການຕ່າງປະເທດຫຼາຍຝ່າຍ. ປີ 2024, ຫວຽດນາມ ຈະ ສືບຕໍ່ປະກອບສວ່ນດ້ວຍຫຼາຍຂໍ້ລິເລີ່ມ ແລະ ການກະທຳລະອຽດ, ຢັ້ງຢືນ ຫວຽດນາມຮັກຫອນສັນຕິພາບ, ພ້ອມແລ້ວທີ່ຈະຮ່ວມແຮງຮ່ວມໃຈ ແກ້ໄຂບັນດາສິ່ງທ້າທາຍ ເຊິ່ງປະຊາຄົມສາກົນ ພວມຕ້ອງປະເຊີນໜ້າ.

(VOVWORLD) - ໃນສານອວຍພອນປີໃໝ່ສະບັບຕ່າງໆ, ບັນດາການນຳໃນໂລກ ຕ່າງກໍເນັ້ນໜັກເຖິງຄວາມຈຳເປັນ ແລະ ຮີບດ່ວນຕໍ່ເລື່ອງບັນດາປະເທດ ແລະ ປະຊາຄົມຕ້ອງຟື້ນຟູຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຫວັງຕໍ່ກັນ, ເພື່ອແບ່ງປັນສະພາບແວດລ້ອມແຫ່ງການດຳລົງຊີວິດໃນສະຖຽນລະພາບ ແລະ ພັດທະນາ, ພ້ອມທັງຮ່ວມແຮງຮ່ວມໃຈຮັບມືກັບສິ່ງທ້າທາຍຕ່າງໆໃນທົ່ວໂລກ.

(VOVWORLD) - ຜົນສຳເລັດຂອງຂະແໜງອຸດສາຫະກຳແຜງວົງຈອນຊິບເຄີ່ງຊັກນຳໄຟຟ້າແມ່ນເຄື່ອງຄ້ຳຊູແກ່ການພັດທະນາເສດຖະກິດໃນຍຸກສະໄໝດີຈີຕອນ.

(VOVWORLD) - ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ກ້າວເຂົ້າສູ່ປີທີສອງດ້ວຍຄວາມດຸເດືອດທີ່ຍັງບໍ່ຫລຸດລົງເທື່ອ. ມາຮອດປະຈຸບັນ, ຍັງບໍ່ມີສັນຍານດ້ານການທູດໃດໆ ທີ່ສະແດງໃຫ້ເຫັນວ່າ ລັດເຊຍ ແລະ ຢູແກຼນ ຈະດຳເນີນການເຈລະຈາເພື່ອຢຸດຕິການປະທະກັນ.


(VOVWORLD) - ໃນປີ 2023 ນີ້, ປັນຍາປະດິດ (AI) ພົ້ນເດັ່ນຂຶ້ນກາຍເປັນໜຶ່ງໃນບັນດາບັນຫາມີລັກສະນະທົ່ວໂລກ. ພ້ອມກັບຄວາມສາມາດບົ່ມຊ້ອນຂອງການໝູນໃຊ້ຢ່າງກ້ວາງຂວາງໃນຊີວິດສັງຄົມ - ເສດຖະກິດ ຂອງບັນດາປະເທດ, AI ກໍ່ມີຄວາມສ່ຽງສູງທາງດ້ານຄວາມໝັ້ນຄົງ, ຄວາມປອດໄພ, ບັງຄັບໃຫ້ບັນດາປະເທດ ແລະ ອົງການຈັດຕັ້ງສາກົນຕ້ອງຊອກຫາມາດຕະການຄວບຄຸມ.

(VOVWORLD) -ໃນຍຸດທະສາດປົກປັກຮັກສາປະເທດຊາດ, ທັດສະນະປົກປັກຮັກສາປະເທດຊາດແຕ່ … ໄກ ຂອງພັກກອມມູນິດ ຫວຽດນາມແມ່ນການສືບທອດ, ພັດທະນາແນວຄິດທີ່ເປັນມູນເຊື້ອ “ປົກປັກຮັກສາປະເທດຊາດເມື່ອປະເທດຊາດຍັງບໍ່ທັນປະສົບກັບຄວາມສ່ຽງ”. ພ້ອມກັນນັ້ນ ກໍ່ເປັນການສະແດງໃຫ້ເຫັນຈິນຕະນາການໃຫມ່ຂອງພັກກອມມູນິດ ຫວຽດນາມ ກ່ຽວກັບວິທີການ, ຄວາມຮຽກຮ້ອງຕ້ອງການ, ຫນ້າທີ່ ປົກປັກຮັກສາປະເທດຊາດໃນສະພາບການໃຫມ່.
