ອາເມລິກາ - ຈີນມານະພະຍາຍາມຮັກສາການພົວພັນເປັນປົກກະຕິ, ຄວບຄຸມການແກ້ງແຍ້ງກັນຢ່າງມີຄວາມຮັບຜິດຊອບ
(VOVWORLD) - ໃນຂອບເຂດກອງປະຊຸມບັນດາການນຳເສດຖະກິດເວທີປາໄສການຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) ທີ່ໄດ້ດຳເນີນໃນລະຫວ່າງວັນທີ 15 - 17 ພະຈິກຢູ່ San Francisco (ອາເມລິກາ), ວັນທີ 15 ພະຈິກ, ທ່ານປະທານາທິບໍດີອາເມລິກາ Joe Biden ໄດ້ ພົບປະກັບທ່ານປະທານປະເທດຈີນສີຈິ້ນຜິງ. ນີ້ແມ່ນເຫດການສຳຄັນ, ອາດຈະຊ່ວຍສອງປະເທດມະຫາອຳນາດຮັກສາການພົວພັນເປັນປົກກະຕິພາຍຫຼັງປະສົບກັບ ສິ່ງທ້າທາຍຄວາມຫຍຸ້ງຍາກຫຼາຍຢ່າງ, ມຸ່ງໄປເຖິງອະນາຄົດທີ່ແກ້ງແຍ້ງກັນຢ່າງມີຄວາມຮັບຜິດຊອບ.










