(VOVWORLD) -ເວທີປາໄສ ເສດຖະກິດ-ສັງຄົມ ຫວຽດນາມ ປີ 2023, ໂດຍສະພາແຫ່ງຊາດ ຫວຽດນາມ ຈັດຂຶ້ນໃນວັນທີ 19 ກັນຍາ ປີ 2023 ຢູ່ ຮ່າໂນ້ຍ ໄດ້ເນັ້ນຫນັກສານທີ່ຕ້ອງສ້າງ ແລະ ຊຸກຍູ້ກຳລັງແຮງພາຍໃນຢ່າງເຂັ້ມແຂງ ເພື່ອຮັບມືກັບສິ່ງທ້າທາຍ ແລະ ລັກສະນະບໍ່ເປັນປົກກະຕິຂອງບັນດາປັດໄຈພາຍນອກ. ນີ້ແມ່ນບົດຮຽນສຳຄັນຈາກພຶດຕິກຳຕົວຈິງທີ່ບືນຕົວຂຶ້ນຂອງ ຫວຽດນາມ ເມື່ອປະເຊີນຫນ້າກັບຄວາມຫຍຸ້ງຍາກ, ສິ່ງທົດສອບທີ່ຫນັກຫນ່ວງພາຍຫລັງໂລກລະບາດໂຄວິດ. ລະອຽດກວ່າ ນັ້ນແມ່ນ ຫວຽດນາມ ຄວນເພີ່ມທະວີ, ເສີມຂະຫຍາຍກຳລັງແຮງພາຍໃນ, ຍາດແຍ່ງ, ຂຸດຄົ້ນ “ກຳລັງແຮງພາຍນອກ” ຢ່າງສຸດຂີດ ແລະ ສ້າງກຳລັງຫນູນແກ່ການເຕີບໂຕ ແລະ ພັດທະນາແບບຍືນຍົງ.