ມະຕິເລກທີ 36 ໄດ້ ເປີດກວ້າງຂອບຂະຫນາດໃຫຍ່ແຫ່ງການພັດທະນາເສດຖະກິດຈາກທະເລຂອງຫວຽດນາມ
(VOVWORLD) -ຫວຽດນາມ ແມ່ນ ປະເທດແຄມຝັ່ງທະເລຕາເວັນອອກ ມີດັດຊະນີທະເລສູງທົບ 6 ເທົ່າ ດັດຊະນີທະເລສະເລ່ຍຂອງທົ່ວໂລກ. ດ້ວຍ 28/63 ແຂວງ, ນະຄອນ ແຄມທະເລ, ກວມເອົາ 42% ເນື້ອທີ່ດິນຕໍ່ແຜ່ນ ແລະ 45% ຍອດຈຳນວນພົນລະເມືອງ, ຫວຽດນາມ ມີທ່າໄດ້ປຽບ ແລະ ຄວາມສາມາດບົ່ມຊ້ອນໃຫຍ່ກ່ຽວກັບຊັບພະຍາກອນທະເລ, ໝູ່ເກາະ. ມະຕິເລກທີ 36 - ມຕ/ສກ ລົງວັນທີ 22 ຕຸລາປີ 2018 ຂອງກອງປະຊຸມສູນກາງຄັ້ງທີ 8 ຊຸດທີ XII ກ່ຽວກັບ “ຍຸດທະສາດພັດທະນາເສດຖະກິດ ທະເລຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2045 ແບບຍືນຍົງ” ໄດ້ຢັ້ງຢືນທີ່ຕັ້ງ, ຄວາມສຳຄັນຂອງການພັດທະນາເສດຖະກິດທະເລໝູ່ເກາະ ຈາກບັນດາທ່າໄດ້ປຽບ ແລະ ຄວາມສາມາດບົ່ມຊ້ອນນີ້ ພ້ອມທັງ ກຳນົດຫນ້າທີ່ ນຳຫວຽດນາມ ກາຍເປັນປະເທດຮັ່ງມີເຂັ້ມແຂງຈາກທະເລ.










