ພັດທະນາເສດຖະກິດທະເລແບບຍືນຍົງຮອດປີ 2030, ວິໄສທັດຮອດປີ 2045
(VOVWORLD) - ມະຕິສະບັບເລກທີ 36 ມຕ/ສກ ລົງວັນທີ 22 ຕຸລາປີ 2018 ຂອງກອງປະຊຸມສູນກາງພັກຄັ້ງທີ 8 ຊຸດທີ XII “ກ່ຽວກັບຍຸດທະສາດພັດທະນາເສດຖະກິດທະເລ ຫວຽດນາມ ແບບຍືນຍົງຮອດປີ 2030, ວິໄສທັດຮອດປີ 2045 ໄດ້ຢັ້ງຢືນທີ່ຕັ້ງ, ບົດບາດສຳຄັນໃນການພັດທະນາເສດຖະກິດທະເລ ພ້ອມທັງກຳນົດຫນ້າທີ່ ນຳຫວຽດນາມ ກາຍເປັນປະເທດມີຄວາມເຂັ້ມແຂງກ່ຽວກັບທະເລ, ຮັ່ງມີຈາກທະເລ. ເຖິງວ່າບັນລຸໄດ້ຫລາຍໝາກຜົນກ່ຽວກັບການພັດທະນາເສດຖະກິດທະເລ ແຕ່ໃນໄລຍະຈະມາເຖິງ, ຫວຽດນາມ ຈະປະຕິບັດຫລາຍມາດຕະການທີ່ມີລັກສະນະປ່ຽນແປງໃຫມ່, ປະດິດຄິດສ້າງ, ບຸກທະລຸຢ່າຄົບຊຸດ ເພື່ອສືບຕໍ່ຫັນເປົ້າໝາຍຂອງມະຕິສະບັບນີ້ໃຫ້ເປັນລະອຽດ.










