ສະຖານະການ ການເມືອງ

13/04/2023

ພັດທະນາເສດຖະກິດລວມໝູ່, ສະຫະກອນ ໃນໄລຍະໃຫມ່

(VOVWORLD) -ຢູ່ ຫວຽດນາມ, ແຕ່ດົນນານມາແລ້ວ ພັກກອມມູນິດ ຫວຽດນາມ ແລະ ປະທານ ໂຮ່ຈີມິນ ໄດ້ມີຄວາມເອົາໃຈໃສ່ເຖິງເສດຖະກິດລວມໝູ່, ພັດທະນາສະຫະກອນ. ວັນທີ 11 ເມສາປີ 1946, ໃນຄວາມຫຍຸ້ງຍາກຂອງຊຸມວັນຕົ້ນແຫ່ງການສະຖາປະນາປະເທດຊາດ, ທ່ານປະທານ ໂຮ່ຈີມິນ ໄດ້ຂຽນຈົດໝາຍໂດຍຮຽກຮ້ອງຜູ້ມີດິນມີນາ, ຊາວກະສິກອນ ຫວຽດນາມ ເຂົ້າຮ່ວມສະຫະກອນກະສິກຳ. ເພີ່ນໄດ້ເນັ້ນຫນັກຢ່າງແຮງວ່າ: “ຊາວກະສິກອນ ຢາກສ້າງຄວາມຮັ່ງມີ, ກະສິກຳຢາກວັດທະນາຖາວອນ ຈຳເປັນຕ້ອງມີສະຫະກອນ”; “ສະຫະກອນ ແມ່ນການເຕົ້າໂຮມທຶນຮອນ, ສຸມກຳລັງເຫື່ອແຮງນຳກັນ. ມີທຶນຫລາຍ, ມີກຳລັງແຮງ, ຄວາມຫຍຸ້ງຍາກແມ່ນຫນ້ອຍລົງ ແຕ່ຜົນປະໂຫຍດມີຫລາຍ”. ຄວາມຈິງ ໃນ 77ປີຜ່ານມາໄດ້ຊີ້ໃຫ້ເຫັນວ່າ: ເສດຖະກິດລວມໝູ່ ຍາມໃດກໍ່ແມ່ນພາກສ່ວນເສດຖະກິດສຳຄັນ, ຕ້ອງໄດ້ຮັບການປັບປຸງ ແລະ ພັດທະນາພ້ອມກັບເສດຖະກິດແຫ່ງລັດ ໃຫ້ກາຍເປັນພື້ນຖານເສດຖະກິດແຫ່ງຊາດຢ່າງໝັ້ນຄົງຫນັກແຫນ້ນ.

ພັດທະນາເສດຖະກິດລວມໝູ່, ສະຫະກອນ ໃນໄລຍະໃຫມ່
12/04/2023

ໄລ​ຍະ​ທາງ 50 ປີ​ແຫ່ງ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ຝ​ລັ່ງ: ມຸ່ງ​ໄປ​​ສູ່ອະ​ນາ​ຄົດ

(VOVWORLD) - ວັນທີ 12 ເມສາ ແມ່ນຄົບຮອບ 50 ປີແຫ່ງວັນ ຫວຽດນາມ ແລະ ຝລັ່ງສ້າງຕັ້ງການພົວພັນທາງການທູດ (12 ເມສາ 1973 – 12 ເມສາ 2023). ໃນໄລຍະ 50 ປີຜ່ານມາ, ຜ່ານຜ່າທຸກການຜັນແປໃນປະຫວັດສາດ, ການພົວພັນມິດຕະພາບ, ການຮ່ວມມືອັນດີງາມລະຫວ່າງ ຫວຽດນາມ - ຝລັ່ງນັບມື້ນັບແໜ້ນແຟ້ນ, ເຂົ້າສູ່ລວງເລິກ, ການຮ່ວມມືຮອບດ້ານ, ອຸດົມສົມບູນ, ມີປະສິດທິຜົນໃນທຸກຂົງເຂດ. ສອງປະເທດໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດນັບແຕ່ປີ 2013. ນີ້ແມ່ນໂອກາດເພື່ອໃຫ້ສອງປະເທດຫວນຄືນໄລຍະທາງຜ່ານມາ, ກຳນົດທິດເພື່ອເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຝລັ່ງເລິກເຊິ່ງກ່ວາອີກໃນໄລຍະໃໝ່. TRANSLATE with x English Arabic Hebrew Polish Bulgarian Hindi

ໄລ​ຍະ​ທາງ 50 ປີ​ແຫ່ງ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ຝ​ລັ່ງ: ມຸ່ງ​ໄປ​​ສູ່ອະ​ນາ​ຄົດ
11/04/2023

ປະ​ຊາ​ຄົມ​ສາ​ກົນ ມານ​ະ​ພະ​ຍາ​ຍາມຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ ຢູ່ ພາກ​ພື້ນ​ຕາ​ເວັນ​ອອກ​ກາງ

(VOVWORLD) - ໃນຊຸມວັນຜ່ານມາ, ການໃຊ້ຄວາມຮຸນແຮງທີ່ນອງເລືອດ ສືບຕໍ່ເກີດຂຶ້ນ ລະຫວ່າງກອງທັບ ອິດສະຣາແອັນ ແລະ ຊາວ ປາແລັດສະຕິນ ຢູ່ເຂດ Gaza ແລະ ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ, ພ້ອມທັງຂະຫຍາຍໄປຍັງເຂດດິນແດນ Lebanon ພ້ອມກັບເຂດພູພຽງ Golan ເຊິ່ງ ອິດສະຣາແອັນ ແລະ ຊີຣີ ພວມຂັດແຍ້ງກັນ. ຄວາມສ່ຽງການໃຊ້ຄວາມຮຸນແຮງຮອບໃໝ່ອາດຈະເກີດຂຶ້ນຢູ່ພາກພື້ນຕາເວັນອອກກາງ ແລະ ກໍ່ຜົນຕາມມາຫຼາຍຢ່າງ ທີ່ຍາກຈະຄາດຄະເນລ່ວງໜ້າໄດ້ນັ້ນ ຍິ່ງບັງຄັບໃຫ້ປະຊາຄົມສາກົນ ຕ້ອງເພີ່ມທະວີຄວາມມານະພະຍາຍາມເພື່ອຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ຄວບຄຸມສະພາບການ.

ປະ​ຊາ​ຄົມ​ສາ​ກົນ ມານ​ະ​ພະ​ຍາ​ຍາມຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ ຢູ່ ພາກ​ພື້ນ​ຕາ​ເວັນ​ອອກ​ກາງ
07/04/2023

ແງ່​ຫວັງ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ​ໃນ​ສະ​ພາບ​ການ​ໃຫມ່

(VOVWORLD) -ບົນພື້ນຖານໝາກຜົນການເຄື່ອນໄຫວທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຢູ່ບັນດາພາກພື້ນ ແລະ ພື້ນຖານເສດຖະກິດໃຫຍ່ຂອງໂລກໃນໄຕມາດທຳອິດຂອງປີນີ້, ມີຫລາຍອົງການການເງິນ, ເສດຖະກິດສາກົນ ໄດ້ດັດປັບການຄາດຄະເນ ແລະ ແງ່ຫວັງການເຕີບໂຕຂອງພື້ນຖານເສດຖະກິດທົ່ວໂລກກໍ່ຄືຂອງແຕ່ລະພື້ນຖານເສດຖະກິດສະມາຊິກ. ໂດຍມີຂໍ້ສັງເກດລວມວ່າ ເສດຖະກິດໂລກພວມມີຫລາຍສັນຍານດີສົມຄວນ ແຕ່ຍັງຄົງປະເຊີນຫນ້າກັບຄວາມສ່ຽງ ແລະ ສິ່ງທ້າທາຍຮ້າຍແຮງບໍ່ແມ່ນຫນ້ອຍ.

ແງ່​ຫວັງ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ​ໃນ​ສະ​ພາບ​ການ​ໃຫມ່
06/04/2023

ຂີດໝາຍຂອງ ຫວຽດນາມ ໃນສະພາສິດທິມະນຸດ ສະຫະປະຊາຊາດ

(VOVWORLD) - ວັນທີ 3 ເມສາ 2023, ຢູ່ ເຊີແນວ, ປະເທດສະວິດ, ສະພາສິດທິມະນຸດ ສປຊ ໄດ້ ເຫັນດີເຫັນພ້ອມຮັບຮອງເອົາມະຕິສະເຫຼີມສະຫຼອງ 75 ປີບົດຖະແຫຼງການສາກົນກ່ຽວກັບສິດທິມະນຸດ ສປຊ (UDHR) ແລະ 30 ປີຖະແຫຼງການ ແລະ ໂຄງການກະທຳ Vienna (VDPA) ໂດຍ ຫວຽດນາມ ສະເໜີ ແລະ ຮຽບຮຽງ.

ຂີດໝາຍຂອງ ຫວຽດນາມ ໃນສະພາສິດທິມະນຸດ ສະຫະປະຊາຊາດ
05/04/2023

ຫວຽດ​ນາມ - ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ​ໃນ​ກົນ​ໄກ​ຮ່ວມ​ມື​ຄະ​ນະ​ກຳ​ມາ​ທິ​ການ​ແມ່​ນ້ຳ​ຂອງ

(VOVWORLD) -ວັນທີ 5 ມີນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມກັບທ່ານນາຍົກລັດຖະມົນຕີບັນດາປະເທດສະມາຊິກຄະນະກຳມາທິການ ແມ່ນ້ຳຂອງສາກົນລວມມີ: ກຳປູເຈຍ, ລາວ ແລະ ໄທ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດຄະນະກຳມາທິການ ແມ່ນ້ຳຂອງສາກົນຄັ້ງທີ 4, ທີ່ໄດ້ດຳເນີນຢູ່ນະຄອນຫຼວງວຽນຈັນ, ປະເທດລາວ. ໂດຍແມ່ນສະມາຊິກທີ່ຕັ້ງໜ້າຂອງ ຄະນະກຳມາທິການ ແລະ ໄດ້ຮັບຜົນປະໂຫຍດໂດຍກົງຈາກແມ່ນ້ຳຂອງ, ຫວຽດນາມ ສືບຕໍ່ປະກອບສ່ວນຢ່າງແທດຈິງ, ປະຕິບັດສັນຍາແມ່ນ້ຳຂອງ 1995 ຢ່າງມີປະສິດທິຜົນ ແລະ ຜ່ານນັ້ນ, ຮຽກຮ້ອງຕ້ອງການການໜູນຊ່ວຍ, ສະໜັບສະໜູນຈາກປະຊາຄົມສາກົນ ຕໍ່ພາກພື້ນ. TRANSLATE with x English Arabic Hebrew Polish Bulgarian Hindi

ຫວຽດ​ນາມ - ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ​ໃນ​ກົນ​ໄກ​ຮ່ວມ​ມື​ຄະ​ນະ​ກຳ​ມາ​ທິ​ການ​ແມ່​ນ້ຳ​ຂອງ
04/04/2023

ການ​ນຳ​ເອີ​ຣົບຫຼາຍ​ທ່ານ ໄປ​ຢ້ຽມ​ຢາມ ຈີນ ຢ່າງ​ລຽນ​ຕິດ: ບັນ​ດາ​ການ​ຄິດ​ໄລ່​ຍຸດ​ທະ​ສາດ

(VOVWORLD) -ວັນທີ 5 ເມສາ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ເລີ່ມຕົ້ນການຢ້ຽມຢາມ ຈີນ ຢ່າງເປັນທາງການເປັນເວລາ 3 ວັນ. ຮ່ວມເດີນທາງນຳການນຳ ຝລັ່ງ ຄັ້ງນີ້ ມີທ່ານ Ursula von der Leyen ປະທານຄະນະກຳມະການເອີຣົບ (EC). ສິ່ງທີ່ໜ້າສົນໃຈກວ່ານັ້ນແມ່ນ ນີ້ແມ່ນການຢ້ຽມຢາມ ຈີນ ຢ່າງເປັນທາງການ ເຖິງ 2 ຄັ້ງຢ່າງລຽນຕິດຂອງການນຳ ເອີຣົບ ໃນເວລາພຽງແຕ່ 1 ອາທິດ ເທົ່ານັ້ນ, ເຊິ່ງໄດ້ສ່ອງແສງໃຫ້ເຫັນຄວາມສົນໃຈເປັນພິເສດຂອງ ເອີຣົບ ທີ່ມີຕໍ່ ຈີນ, ພື້ນຖານເສດຖະກິດໃຫຍ່ອັນດັບທີ 2 ໃນໂລກ ແລະ ພວມມີກຳລັງຜົນສະທ້ອນນັບມື້ນັບສູງຂຶ້ນໃນຂອບເຂດທົ່ວໂລກ.

ການ​ນຳ​ເອີ​ຣົບຫຼາຍ​ທ່ານ ໄປ​ຢ້ຽມ​ຢາມ ຈີນ ຢ່າງ​ລຽນ​ຕິດ: ບັນ​ດາ​ການ​ຄິດ​ໄລ່​ຍຸດ​ທະ​ສາດ
03/04/2023

ຫວຽດນາມ - ອົດສະຕາລີ ເພີ່ມທະວີຄວາມໄວ້ເນື້ອເຊື້ອໃຈຍຸດທະສາດ

(VOVWORLD) -ປະຈຸບັນ, ການນຳ ຫວຽດນາມ ແລະ ອົດສະຕາລີ ລ້ວນແຕ່ສະໜັບສະໜູນເລື່ອງຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອເປີດໜ້າປະຫວັດສາດໃໝ່ໃນການພົວພັນ 2 ຝ່າຍ.

ຫວຽດນາມ - ອົດສະຕາລີ ເພີ່ມທະວີຄວາມໄວ້ເນື້ອເຊື້ອໃຈຍຸດທະສາດ
31/03/2023

ເວທີປາໄສ ອາຊີ ປົວອາວ 2023: ສາມັກຄີຮ່ວມມືເພື່ອຮັບມືກັບສິ່ງທ້າທາຍ

(VOVWORLD) - ວັນທີ 31 ມີນາ, ເວທີປາໄສ ອາຊີ ປົວອາວ ສິ້ນສຸດລົງຢູ່ເກາະໄຮໜານ, ປະເທດຈີນ ພາຍຫຼັງໂຮມປະຊຸມເປັນເວລາ 4 ວັນ (28 – 31 ມີນາ). ດ້ວຍຫົວຂໍ້ວ່າ: “ໂລກແຫ່ງບໍ່ແນ່ນອນ: ຄວາມສາມັກຄີ ແລະ ການຮ່ວມມືເພື່ອພັດທະນາທ່າມກາງບັນດາສິ່ງທ້າທາຍ”, ເວທີປາໄສໄດ້ຍົກອອກຂໍ້ສະເໜີແນະຫຼາຍຂໍ້ ກ່ຽວກັບທິດພັດທະນາໃນໄລຍະຫຼັງໂຄວິດ - 19 ແລະ ເພີ່ມທະວີການຮ່ວມມືໃນປະຊາຄົມສາກົນ.

ເວທີປາໄສ ອາຊີ ປົວອາວ 2023: ສາມັກຄີຮ່ວມມືເພື່ອຮັບມືກັບສິ່ງທ້າທາຍ