ສະຖານະການ ການເມືອງ

16/02/2023

ກໍ່ສ້າງເຂດທົ່ງພຽງແມ່ນ້ຳແດງໃຫ້ກາຍເປັນເຂດກຳລັງຫນູນພັດທະນາແຖວຫນ້າ

(VOVWORLD) -“ແນວຄິດຊີ້ນຳ ແລະເນື້ອໃນຂອງມະຕິເລກທີ 30 ຂອງກົມການເມືອງ ແລະ ໂຄງການດຳເນີນງານຂອງລັດຖະບານ ໄດ້ມີການກຳນົດທິດຫລາຍຢ່າງ ແລະ ວິໄສທັດໃຫມ່ ໃນການພັດທະນາເຂດທົ່ງພຽງແມ່ນ້ຳແດງ, ນຳເຂດນີ້ກາຍເປັນເຂດເສດຖະກິດກຳລັງຫນູນເຕີບໂຕໃຫຍ່ສຸດຂອງທົ່ວປະເທດ”.ນັ້ນແມ່ນສານຈາກ ກອງປະຊຸມໃຫຍ່ຜັນຂະຫຍາຍໂຄງການດຳເນີນງານຂອງລັດຖະບານໃນການປະຕິບັດມະຕິເລກທີ 30 ລົງວັນທີ 23 ພະຈິກປີ 2022 ຂອງກົມການເມືອງ ກ່ຽວກັບທິດທາງການພັດທະນາເສດຖະກິດ ສັງຄົມ, ຮັບປະກັນການປ້ອງກັນຊາດປ້ອງກັນຄວາມສະຫງົບເຂດທົ່ງພຽງແມ່ນ້ຳແດງຮອດປີ 2030, ວິໄສທັດຮອດປີ 2045, ຊື່ງໄດ້ຈັດຕັ້ງຢູ່ແຂວງ ກວ໋າງນິງ ເມື່ອວັນທີ 12 ກຸມພາ ປີ 2023.

ກໍ່ສ້າງເຂດທົ່ງພຽງແມ່ນ້ຳແດງໃຫ້ກາຍເປັນເຂດກຳລັງຫນູນພັດທະນາແຖວຫນ້າ
15/02/2023

ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ແຮງ​ຮ່ວມ​ໃຈ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ສາ​ກົນ

(VOVWORLD) - ຄະນະປະຕິບັດງານລວມມີພະນັກງານ, ນັກຮົບກອງທັບ ແລະ ຕຳຫຼວດ ຫວຽດນາມ 100 ຄົນພວມເຂົ້າຮ່ວມການເຄື່ອນໄຫວກູ້ໄພກູ້ຊີບ ພ້ອມກັບກຳລັງສາກົນ ຢູ່ເຂດຖືກຜົນສະທ້ອນຈາກເຫດແຜ່ນດິນໄຫວ ມີ ແຮງສັ່ນສະເທືອນ 7,8 ຣິກເຕີ ຢູ່ຕວັກກີ. ນີ້ແມ່ນຄັ້ງທຳອິດທີ່ ຫວຽດນາມ ໄດ້ຈັດສົ່ງກຳລັງເຂົ້າຮ່ວມການຊອກຮູ້, ກູ້ໄພກູ້ຊີບໃນເຫດໄພພິບັດທຳມະຊາດສາກົນ. ໃນໂອກາດນີ້, ລັດຖະບານ ຫວຽດນາມ ກໍ່ຕັດສິນໃຈໜູນຊ່ວຍເງິນຢ່າງຮີບດ່ວນ ໃຫ້ແກ່ ຕວັກກີ ແລະ ຊີຣີ ປະເທດລະ 100.000 USD. ການກະທຳອັນສູງສົ່ງຂອງ ຫວຽດນາມໄດ້ ສະແດງໃຫ້ເຫັນນະໂຍບາຍການຕ່າງປະເທດທີ່ດີ, ມີຄວາມຮັບຜິດຊອບສູງຕໍ່ປະຊາຄົມສາກົນ ພ້ອມທັງຢັ້ງຢືນກຳລັງຄວາມສາມາດຂອງ ຫວຽດນາມ ໃນຄວາມພ້ອມຮ່ວມແຮງຮ່ວມໃຈເຂົ້າຮ່ວມແກ້ໄຂບັນດາບັນຫາສາກົນ.

ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ແຮງ​ຮ່ວມ​ໃຈ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ສາ​ກົນ
14/02/2023

ການ​ປ​ະ​ທະ​ກັນ ລະ​ຫວ່າງ ລັດ​ເຊຍ - ຢູ​ແກຼນ ກັບບັນ​ດາ​ການ​ຜັນ​ແປ​ເຄັ່ງ​ຕຶງປິນ​ຂັ້ນ​ໄດ

(VOVWORLD) -ແງ່ຫວັງກ່ຽວກັບມາດຕະການສັນຕິພາບສຳລັບການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ແມ່ນບອບບາງທີ່ສຸດດ້ວຍຄວາມເຄັ່ງຕຶງຫຼາຍຢ່າງທີ່ເກີດຂຶ້ນໃໝ່, ໂດຍສະເພາະແມ່ນ ເມື່ອບັນດາປະຕິກິລິຍາດ້ານການທະຫານກວມເອົາສ່ວນຫຼາຍ. ພ້ອມກັບບັນດາຄຳປາໄສທີ່ແຂງກະດ້າງ ແລະ ເລື່ອງບັນດາປະເທດຝ່າຍຕາເວັນຕົກສົ່ງອຸປະກອນການທະຫານປະເພດໜັກຊ່ວຍເຫຼືອໃຫ້ແກ່ຢູແກຼນນັ້ນ ອາດຈະເຮັດໃຫ້ການປະທະກັນຖືກແກ່ຍາວຕື່ມອີກ.

ການ​ປ​ະ​ທະ​ກັນ ລະ​ຫວ່າງ ລັດ​ເຊຍ - ຢູ​ແກຼນ ກັບບັນ​ດາ​ການ​ຜັນ​ແປ​ເຄັ່ງ​ຕຶງປິນ​ຂັ້ນ​ໄດ
13/02/2023

VOV ຮ່ວມເດີນທາງພ້ອມກັບຄວາມຄາດຫວັງສັນຕິພາບຂອງຊາດ ແລະ ຂອງມວນມະນຸດ

(VOVWORLD) -ຍາມໃດ VOV ກໍ່ຢືນຢັນບົດບາດແມ່ນອົງການກະບອກສຽງສຳຄັນແຖວໜ້າຂອງ ຫວຽດນາມ, ແມ່ນສຽງຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ, ເປັນຂົວເຊື່ອມຕໍ່ມິດຕະພາບທີ່ເປັນມິດ, ໃກ້ຊິດສະໜິດສະໜົມລະຫວ່າງ ຫວຽດນາມ ກັບເພື່ອນມິດສາກົນ.

VOV ຮ່ວມເດີນທາງພ້ອມກັບຄວາມຄາດຫວັງສັນຕິພາບຂອງຊາດ ແລະ ຂອງມວນມະນຸດ
10/02/2023

ເພີ່ມທະວີຄວາມມານະພະຍາຍາມໜູນຊ່ວຍຕວກກີ ແລະ ຊີຣີ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວ

(VOVWORLD) - ພ້ອມກັບຄວາມມານະພະຍາຍາມຂອງບັນດາກຳລັງຢູ່ກັບທີ່ແລ້ວ, ໃນຊຸມວັນຜ່ານມາ, ປະຊາຄົມສາກົນໄດ້ສືບຕໍ່ເພີ່ມທະວີການໜູນຊ່ວຍຕວກກີ ແລະ ຊີຣີ ດຳເນີນວຽກງານກູ້ໄພກູ້ຊີບ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຢ່າງໜັກໜ່ວງຈາກເຫດແຜ່ນດິນໄຫວເກີດຂຶ້ນໃນວັນທີ 6 ກຸມພາ. ການຮ່ວມແຮງຮ່ວມໃຈຂອງປະຊາຄົມສາກົນ, ໃນນັ້ນມີ ຫວຽດນາມ, ບໍ່ພຽງແຕ່ຊ່ວຍກູ້ເອົາຊີວິດໃຫ້ບັນດາຜູ້ປະສົບເຄາະຮ້າຍເທົ່ານັ້ນ, ຫາກຍັງໄດ້ຊ່ວຍຮັບປະກັນຊີວິດການເປັນຢູ່ປົກກະຕິໃຫ້ແກ່ປະຊາຊົນຜູ້ຖືກຜົນສະທ້ອນຈາກໄພພິບັດແຜ່ນດິນໄຫວນັບລ້ານໆຄົນອີກດ້ວຍ.

ເພີ່ມທະວີຄວາມມານະພະຍາຍາມໜູນຊ່ວຍຕວກກີ ແລະ ຊີຣີ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວ
09/02/2023

ປຶ້ມ ພື້ນຖານມຸ່ງໄປເຖິງການສ້າງລະບອບລະບຽບການຕ້ານການສໍ້ລາດບັງຫລວງ

(VOVWORLD) -ສຳນັກພິມຈຳຫນ່າຍການເມືອງແຫ່ງຊາດ - ສຶ້ເທິດ (ຄວາມຈິງ) ຫາກໍ່ພິມຈຳຫນ່າຍປື້ມ “ເດັດດ່ຽວ, ຢຶດໝັ້ນຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ການຫຍໍ້ທໍ້, ປະກອບສ່ວນກໍ່ສ້າງພັກ ແລະ ລັດຫວຽດນາມ ໃຫ້ນັບມື້ນັບປອດໃສ, ໝັ້ນຄົງ, ເຂັ້ມແຂງ” ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນື່ອງໃນໂອກາດ ສະເຫລີມສະຫລອງ 93 ປີແຫ່ງວັນສ້າງຕັ້ງ ພັກກອມມູນິດ ຫວຽດນາມ (3/2/1930 – 3/2/2023). ບັນດາຜູ້ຊ່ຽວຊານຕີລາຄາວ່າ ນີ້ແມ່ນຊຸດເອກະສານທີ່ມີປະໂຫຍດ, ປະກອບສ່ວນຍົກສູງຄວາມຮັບຮູ້, ສ້າງຄວາມເຫັນດີເຫັນພ້ອມຂອງບັນດາພະນັກງານ, ສະມາຊິກພັກ, ປະຊາຊົນ ກໍ່ຄືທົ່ວລະບົບການເມືອງໃນພາລະກິດແຫ່ງການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ການຫຍໍ້ທໍ້.

ປຶ້ມ ພື້ນຖານມຸ່ງໄປເຖິງການສ້າງລະບອບລະບຽບການຕ້ານການສໍ້ລາດບັງຫລວງ
08/02/2023

ສ້າງ​ກຳ​ລັງ​ແຮງ​ໃໝ່​ໃຫ້​ແກ່​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ກັບ ສິງ​ກະ​ໂປ ແລະ ບ​ຣູ​ໄນ

(VOVWORLD) - ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ສ.ສິງກະໂປ ລີຊຽນຫຼົງ ແລະ ກະສັດ Sultan Haji Hassanal Bolkiah ແຫ່ງ ລາຊະອານາຈັກ ບຣູໄນ ດາຣູຊາລາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຢ້ຽມຢາມ ປະເທດ ສ.ສິງກະໂປ ແລະ ບຣູໄນ ດາຣູຊາລາມ ຢ່າງເປັນທາງການແຕ່ວັນທີ 8 – 11 ກຸມພາ ປີ 2023. ການຢ້ຽມຢາມຢ່າງເປັນທາງການຢູ່ສອງປະເທດ ສະມາຊິກ ອາຊຽນ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະແດງມໃຫ້ເຫັນການຖືເປັນສຳຄັນ ແລະ ຄວາມປາດຖະໜາຢາກສ້າງກຳລັງແຮງໃໝ່ໃຫ້ແກ່ການພົວພັນ ລະຫວ່າງ ຫວຽດນາມ ກັບສິງກະໂປ ແລະ ບຣູໄນ.

ສ້າງ​ກຳ​ລັງ​ແຮງ​ໃໝ່​ໃຫ້​ແກ່​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ກັບ ສິງ​ກະ​ໂປ ແລະ ບ​ຣູ​ໄນ
07/02/2023

ສ​ປ​ຊ ​ກັ​ລ​ບັນ​ດາ​ພາ​ລະ​ກຳ​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ໃນ​ປີ 2023

(VOVWORLD) - ວັນທີ 6 ກຸມພາ, ຢູ່ ນິວຢອກ, ອາເມລິກາ, ສະມັດຊາໃຫຍ່ ສປຊ ຊຸດທີ 77 ໄດ້ຈັດກອງປະຊຸມຄົບຄະນະກ່ຽວກັບບັນດາໜ້າທີ່ຈຸດສຸມຂອງປີ 2023. ໃນສະພາບການໂລກພວມຜ່ານຜ່າສິ່ງທ້າທາຍນາໆປະການແບບບໍ່ເຄີຍມີມາກ່ອນ, ໃນກອງປະຊຸມ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ເນັ້ນໜັກເຖິງບັນດາການເຄື່ອນໄຫວບຸລິມະສິດຂອງອົງການຫຼາຍຝ່າຍໃຫຍ່ທີ່ສຸດໃນໂລກໃນປີນີ້, ພ້ອມທັງຮຽກຮ້ອງໃຫ້ບັນດາປະເທດ ຈົ່ງຖືສັນຕິພາບເປັນໜ້າທີ່ໃຈກາງໃນທຸກຄຳວາຈາ ແລະ ການກະທຳ, ມຸ່ງໄປເຖິງການສ້າງໂລກແບບຍືນຍົງກວ່າ.

ສ​ປ​ຊ ​ກັ​ລ​ບັນ​ດາ​ພາ​ລະ​ກຳ​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ໃນ​ປີ 2023
06/02/2023

ການປະຕິຮູບການບໍລິຫານ: ໄມ້ງັດເພື່ອພັດທະນາເສດຖະກິດ, ສັງຄົມ

(VOVWORLD) -ປີ 2023, ລັດຖະບານ ຫວຽດນາມ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສຸມໃສ່ຍູ້ແຮງການປະຕິຮູບການບໍລິຫານ ຕິດພັນກັບການປ່ຽນແປງໃໝ່ປະດິດຄິດສ້າງ, ຫັນເປັນດີຈີຕອນ

ການປະຕິຮູບການບໍລິຫານ: ໄມ້ງັດເພື່ອພັດທະນາເສດຖະກິດ, ສັງຄົມ
03/02/2023

ຫວຽດນາມ ມານະພະຍາຍາມຮັບປະກັນຄວາມສາມັກຄີ ເປັນເອກະພາບຂອງ ອາຊຽນ

(VOVWORLD) - ກອງປະຊຸມວົງແຄບບັນດາລັດຖະມົນຕີການຕ່າງປະເທດ ປະຊາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຈັດຂຶ້ນຢູ່ ຈາກາຕາ, ປະເທດ ອິນໂດເນເຊຍ ໃນລະຫວ່າງວັນທີ 3 - 4 ກຸມພາ. ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ, ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ເພີ່ມທະວີນ້ຳໃຈສາມັກຄີເປັນເອກະພາບ, ຄວາມເຫັນດີເຫັນພ້ອມໃນ ອາຊຽນ. ຜ່ານນັ້ນ, ຍົກສູງທີ່ຕັ້ງ, ບົດບາດຂອງ ຫວຽດນາມ ໃນ ອາຊຽນ ແລະ ຢູ່ເວທີສາກົນ.

ຫວຽດນາມ ມານະພະຍາຍາມຮັບປະກັນຄວາມສາມັກຄີ ເປັນເອກະພາບຂອງ ອາຊຽນ