ສະຖານະການ ການເມືອງ

22/11/2022

ຄ​ວາມ​ສາ​ມັກ​ຄີ​ສາ​ກົນ​ເພື່ອ​ສັນ​ຕິ​ພາບ, ການ​ຮ່ວມ​ມື ແລະ ກ​ານພັດ​ທະ​ນາແບບ​ຍືນ​ຍົງ

(VOVWORLD) -ກອງປະຊຸມໃຫຍ່ ຄັ້ງທີ 22 ສະພາສັນຕິພາບໂລກ ຖືກໄຂຂຶ້ນໃນວັນທີ 22 ພະຈິກ, ຢູ່ຮ່າໂນ້ຍ ໂດຍມີການເຂົ້າຮ່ວມຂອງຜູ້ແທນ 200 ທ່ານ, ໃນນັ້ນມີແຂກຖືກເຊີນປະມານ 100 ທ່ານທີ່ມາຈາກ 49 ປະເທດ ແລະ ເຂດແຄວ້ນເຊິ່ງເປັນສະມາຊິກຂອງບັນດາອົງການສະມາຊິກຂອງສະພາສັນຕິພາບໂລກ. ນີ້ແມ່ນເຫດການທີ່ມີຄວາມໝາຍຄວາມສຳຄັນ, ປະກອບສ່ວນຍົກສູງບົດບາດ, ທີ່ຕັ້ງຂອງ ຫວຽດນາມ, ສະແດງໃຫ້ເຫັນການປະກອບສ່ວນຢ່າງຕັ້ງໜ້າ ແລະ ເຕັມໄປດ້ວຍຄວາມຮັບຜິດຊອບຂອງຫວຽດນາມ ໃນວຽກງານການເຄື່ອນໄຫວຂອງສະພາສັນຕິພາບໂລກ ເວົ້າສະເພາະ ແລະ ຂະບວນການສັນຕິພາບໂລກ ເວົ້າລວມ.

ຄ​ວາມ​ສາ​ມັກ​ຄີ​ສາ​ກົນ​ເພື່ອ​ສັນ​ຕິ​ພາບ, ການ​ຮ່ວມ​ມື ແລະ ກ​ານພັດ​ທະ​ນາແບບ​ຍືນ​ຍົງ
21/11/2022

ຫວຽດນາມ ແລະ ບັນດາການປະກອບສ່ວນເພື່ອການຮ່ວມມືລັດຖະສະພາອາຊີຕາເວັນອອກສ່ຽງໃຕ້

(VOVWORLD) - ເຂົ້າຮ່ວມກອງປະຊຸມ AIPA ຄັ້ງ 43 ນີ້, ສະພາແຫ່ງຊາດ ຫວຽດນາມ ສືບຕໍ່ຍົກອອກຂໍ້ລິເລີ່ມເພື່ອຊຸກຍູ້ການຮ່ວມມືໃນ AIPA ແລະ ອາຊຽນ

ຫວຽດນາມ ແລະ ບັນດາການປະກອບສ່ວນເພື່ອການຮ່ວມມືລັດຖະສະພາອາຊີຕາເວັນອອກສ່ຽງໃຕ້
18/11/2022

ການພັດທະນາເຂດຕອນເໜືອພາກກາງ ແລະ ເຂດແຄມທະເລພາກກາງ ໃຫ້ເຂັ້ມແຂງດ້ານເສດຖະກິດທະເລ, ສ້າງຄວາມຮັ່ງມີຈາກທະເລ

(VOVWORLD) - ການພັດທະນາເສດຖະກິດທະເລເພື່ອຊ່ວຍໃຫ້ ຫວຽດນາມ ກາຍເປັນປະເທດເຂັ້ມແຂງດ້ານເສດຖະກິດທະເລ, ສ້າງຄວາມຮັ່ງມີຈາກທະເລແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງການນຳ ຫວຽດນາມ. ອີກເທື່ອໜຶ່ງ, ທັດສະນະນີ້ໄດ້ເນັ້ນໜັກໃນກອງປະຊຸມຜັນຂະຫຍາຍປະຕິບັດມະຕິເລກທີ 26 ກ່ຽວກັບການພັດທະນາເສດຖະກິດ, ສັງຄົມ ແລະ ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ເຂດຕອນເໜືອພາກກາງ ແລະ ເຂດແຄມທະເລພາກກາງ ຮອດປີ 2030, ວິໄສທັດຮອດປີ 2045 ທີ່ຈັດຂຶ້ນຫວ່າງແລ້ວນີ້. ຕາມນັ້ນແລ້ວ, ເຂດຕອນເໜືອພາກກາງ ແລະ ເຂດແຄມທະເລພາກກາງ ຕ້ອງເຂັ້ມແຂງທາງດ້ານເສດຖະກິດ, ສ້າງຄວາມຮັ່ງມີຈາກທະເລ.

ການພັດທະນາເຂດຕອນເໜືອພາກກາງ ແລະ ເຂດແຄມທະເລພາກກາງ ໃຫ້ເຂັ້ມແຂງດ້ານເສດຖະກິດທະເລ, ສ້າງຄວາມຮັ່ງມີຈາກທະເລ
17/11/2022

ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ເສີມຂະຫຍາຍກຳລັງແຮງພາຍໃນຂອງຫວຽດນາມ

(VOVWORLD) -ກະແສຫລັກໃນປະຫວັດສາດຂອງຊາດຫວຽດນາມ ແຕ່ກ່ອນມາຮອດປະຈຸບັນ ນັ້ນແມ່ນກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ຄວາມສາມັກຄີທົ່ວປວງຊົນທັງຊາດແມ່ນຊຶມເລິກເຂົ້າໃນແນວຄິດ, ຈິດໃຈຂອງຊາວຫວຽດນາມແຕ່ລະຄົນ ແມ່ນເນື້ອໃນຈິດໃຈຂອງແນວຄິດຕົ້ນຂອງພັກກອມມູນິດ ຫວຽດນາມ ໃນການປະຕິວັດຊາດ ປະຊາທິປະໄຕປະຊາຊົນກໍ່ຄືໃນການປະຕິວັດສັງຄົມນິຍົມປະຈຸບັນ. ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຄືໃນວັນທີ 18 ພະຈິກ ທຸກປີ ເປັນການພິສູດໃຫ້ເຫັນວິທີການປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ຫວຽດນາມ, ເສີມຂະຫຍາຍກຳລັງແຮງພາຍໃນ ເພື່ອແນໃສ່ຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄຫມໃຫ້ສຳເລັດ.

ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ເສີມຂະຫຍາຍກຳລັງແຮງພາຍໃນຂອງຫວຽດນາມ
16/11/2022

ເພີ່ມທະວີການຮ່ວມມືກັບ ໄທ, ປັບປຸງການພົວພັນຄູ່ຮ່ວມມືໃນ APEC

(VOVWORLD) -ການຢ້ຽມຢາມແມ່ນເພື່ອແນໃສ່ຊຸກຍູ້ການຮ່ວມມືຮອບດ້ານກວ່າເກົ່າ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວລະຫວ່າງ ຫວຽດນາມ ແລະ ໄທ.

ເພີ່ມທະວີການຮ່ວມມືກັບ ໄທ, ປັບປຸງການພົວພັນຄູ່ຮ່ວມມືໃນ APEC
15/11/2022

ກອງ​ປະ​ຊຸມ​ສຸດຍອດ G20 ປີ 2022 ແລະ ບັນ​ດາ​ພາ​ລະ​ກຳ​ທີ່​ເຕັ​ມ​ໄປ​ດ້ວຍ​ສິ່ງ​ທ້າ​ທາຍ

(VOVWORLD) -ວັນທີ 15 ພະຈິກ, ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ຖືກໄຂຂຶ້ນຢ່າງເປັນທາງການຢູ່ ບາລີ, ປະເທດ ອິນໂດເນເຊຍ, ດ້ວຍການເຂົ້າຮ່ວມຂອງການນຳ, ປະມຸກລັດຂອງຫຼາຍພື້ນຖານເສດຖະກິແຖວໜ້າໂລກ. ກອງປະຊຸມດັ່ງກ່າວໄດ້ຮັບຄວາມຫວັງວ່າ ຈະສືບຕໍ່ສ້າງກຳລັງໜູນແກ່ການຟື້ນຟູຢ່າງແຮງ, ຮອບດ້ານ, ຍືນຍົງຂອງເສດຖະກິດທົ່ວໂລກ.

ກອງ​ປະ​ຊຸມ​ສຸດຍອດ G20 ປີ 2022 ແລະ ບັນ​ດາ​ພາ​ລະ​ກຳ​ທີ່​ເຕັ​ມ​ໄປ​ດ້ວຍ​ສິ່ງ​ທ້າ​ທາຍ
14/11/2022

ຫວຽດ​ນາມ ຊຸກ​ຍູ້​ການ​ພົວ​ພັນ​ກັບ ສ.ເຢຍ​ລະ​ມັນ ແລະ ນິວ​ຊີ​ແລນ

(VOVWORLD) - ຊຸມເດືອນທ້າຍປີ 2022, ຫວຽດນາມ ໄດ້ມີການພົນພັວຕ່າງປະເທດຫຼາຍການເຄື່ອນໄຫວ ສຳຄັນ. ພ້ອມກັບການຢ້ຽມຢາມສອງຝ່າຍ ແລະ ການເຂົ້າຮ່ວມຂອງບັນດາເວທີປາໄສຫຼາຍຝ່າຍຂອງບັນດາການນຳ ຫວຽດນາມ, ຫວຽດນາມ ກໍ່ໄດ້ຕ້ອນຮັບການນຳບັນດາປະເທດມາຢ້ຽມຢາມຢ່າງເປັນທາງການ. ໃນນັ້ນ, ເປັນໜ້າສົນໃຈທີ່ສຸດແມ່ນການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ແລະ ທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Arden ທີ່ພວມມີການດຳເນີນດ້ວຍຫຼາຍລາຍການ, ແຜນການຮ່ວມມືຢ່າງລະອຽດ, ສ້າງທ່ວງທ່າໃຫ້ແກ່ກຳລັງແຮງໃໝ່ໃນການຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ແລະ ສອງປະເທດ ຂຶ້ນສູ່ລະດັບສູງໃໝ່.

ຫວຽດ​ນາມ ຊຸກ​ຍູ້​ການ​ພົວ​ພັນ​ກັບ ສ.ເຢຍ​ລະ​ມັນ ແລະ ນິວ​ຊີ​ແລນ
11/11/2022

ອາຊຽນ ເພີ່ມທະວີການເຊື່ອມຕໍ່ກັບບັນດາຄູ່ຮ່ວມມື

(VOVWORLD) - ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40, 41 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຈັດຂຶ້ນຢູ່ນະຄອນຫຼວງ ພະນົມເປັນ, ປະເທດ ກຳປູເຈຍ, ແຕ່ວັນທີ 10 – 13 ພະຈິກ. ບັນດາກອງປະຊຸມຄັ້ງນີ້ເປັນຂີດໝາຍໃນການເຊື່ອມຕໍ່ບັນດາການແລກປ່ຽນ, ການໂອ້ລົມສົນທະນາແບບເຊິ່ງໜ້າລະຫວ່າງບັນດາການນຳຄືນໃໝ່ ພາຍຫຼັງກ່ວາສອງປີຖືກຕັດຕອນຍ້ອນໂລກລະບາດ.

ອາຊຽນ ເພີ່ມທະວີການເຊື່ອມຕໍ່ກັບບັນດາຄູ່ຮ່ວມມື
10/11/2022

ສ້າງ, ປັບປຸງກົດໝາຍວ່າດ້ວຍການປະຕິບັດປະຊາທິປະໄຕຢູ່ຂັ້ນຮາກຖານໃນໄລຍະໃຫມ່ໃຫ້ສົມບູນແບບ

(VOVWORLD) -ຮ່າງກົດໝາຍວ່າດ້ວຍການປະຕິບັດປະຊາທິປະໄຕຢູ່ຂັ້ນຮາກຖານ ໂດຍສະພາແຫ່ງຊາດ ຊຸດທີ XV ຮັບຮອງເອົາໃນວັນທີ 10 ພະຈິກ ປີ 2022 ທີ່ກອງປະຊຸມສະໄຫມສາມັນເທື່ອທີ 4 ຢູ່ ຮ່າໂນ້ຍ, ເພື່ອແນໃສ່ສ້າງ, ປັບປຸງກົດໝາຍວ່າດ້ວຍການປະຕິບັດປະຊາທິປະໄຕຢູ່ຂັ້ນຮາກຖານໃນໄລຍະໃຫມ່ໃຫ້ສົມບູນແບບ ໃນສະພາບການ ຫວຽດນາມ ເພີ່ມທະວີການເຊື່ອມໂຍງເຂົ້າກັບສາກົນ. ຮ່າງກົດໝາຍສະບັບນີ້ແມ່ນມີຄວາມໝາຍດ້ານການເມືອງ ສັງຄົມ ອັນເລິກເຊິ່ງດ ມີລັກສະນະພິເສດສະເພາະຂອງລະບອບການເມືອງ ແລະ ກົດໝາຍ ຫວຽດນາມ, ຫັນທັດສະນະຂອງພັກ ກໍ່ຄືແນວຄວາມຄິດຂອງປະທານໂຮ່ຈີມິນ ກ່ຽວກັບປະຊາທິປະໄຕ ສັງຄົມນິຍົມ, ຮັບປະກັນສິດອຳນາດລັດແມ່ນຂຶ້ນກັບປະຊາຊົນໃຫ້ເປັນລະບອບລະບຽບການ.

ສ້າງ, ປັບປຸງກົດໝາຍວ່າດ້ວຍການປະຕິບັດປະຊາທິປະໄຕຢູ່ຂັ້ນຮາກຖານໃນໄລຍະໃຫມ່ໃຫ້ສົມບູນແບບ
09/11/2022

ຫວຽດ​ນາມ ຢັ້ງ​ຢືນ​ຫຼັກ​ໝັ້ນ​ປັບ​ປຸງ​ຄວາມ​ສາ​ມັກ​ຄີ, ເປັນ​ເອ​ກະ​ພາບ ແລະ ບົດ​ບາດ​ເປັນ​ໃຈ​ກາງ​ຂອງ ອາ​ຊຽນ

(VOVWORLD) - ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ກຳປູເຈຍ, Samdech Techo Hun Sen, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40, 41 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ. ທ່ານນາຍົກລັດຖະມົນຕີ ພ້ອມກັບການນຳໃນພາກພື້ນ ໄດ້ປຶກສາຫາລື ກ່ຽວກັບວິວັດທະນາການກໍ່ສ້າງປະຊາຄົມ ອາຊຽນ, ການພົວພັນທາງການທູດ, ບົດບາດເປັນໃຈກາງຂອງ ອາຊຽນ, ບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ຜ່ານນັ້ນ, ສືບຕໍ່ຢັ້ງຢືນວ່າ ຫວຽດນາມ ແມ່ນສະມາຊິກຍາມໃດກໍ່ມີຄວາມເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບໃນການຮັກສາ ແລະ ປັບປຸງບົດບາດເປັນໃຈກາງ ແລະ ເສີມຂະຫຍາຍຄວາມຮັບຜິດຊອບສຽງເວົ້າຂອງສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ທີ່ມີຕໍ່ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ

ຫວຽດ​ນາມ ຢັ້ງ​ຢືນ​ຫຼັກ​ໝັ້ນ​ປັບ​ປຸງ​ຄວາມ​ສາ​ມັກ​ຄີ, ເປັນ​ເອ​ກະ​ພາບ ແລະ ບົດ​ບາດ​ເປັນ​ໃຈ​ກາງ​ຂອງ ອາ​ຊຽນ