ໂລກລະມັດລະວັງກວ່າກັບຄວາມສ່ຽງຖືກຕົກເຂົ້າສູ່ສະພາບຊຸດໂຊມ
(VOVWORLD) -ຕໍ່ໜ້າຄວາມສ່ຽງເສດຖະກິດທົ່ວໂລກຖືກຕົກເຂົ້າໃນສະພາບຊຸດໂຊມ ທີ່ນັບມື້ນັບມີສັນຍານຢ່າງຈະແຈ້ງກວ່າ, ບັນດາກົນໄກການເງິນ ພ້ອມດ້ວຍວົງການນັກໄຈ້ແຍກເສດຖະກິດສາກົນ ສືບຕໍ່ຍົກອອກຫຼາຍຄຳກ່າວເຕືອນຢ່າງລຽນຕິດ. ຕາມນັ້ນແລ້ວ, ລັດຖະບານບັນດາປະເທດ, ພື້ນຖານເສດຖະກິດຕ່າງໆ ຕ້ອງມີຄວາມລະມັດລະວັງເປັນພິເສດໃນການຜັນຂະຫຍາຍມາດຕະການ ແລະ ມີການກະທຳເພີ່ມເຕີມ ເພື່ອຮັບມືກັບສະພາບໄພເງິນເຟີ້ ທີ່ພວມຢູ່ໃນລະດັບສູງສະຖິຕິໃນປັດຈຸບັນ.










