ຕາແສງ ຖູດຶກ - ຈຸດເດັ່ນໃນການຫັນເປັນດີຈີຕອນ, ຖືປະຊາຊົນເປັນໃຈກາງ
[VOVWORLD] - ໃນວິວັດທະນາການຫັນເປັນດີຈີຕອນແຫ່ງຊາດ, ຕາແສງ ຖູດຶກ (ນະຄອນ ໂຮ່ຈີມິນ) ພົ້ນເດັ່ນຂຶ້ນຄືເປັນຈຸດເດັ່ນດ້ວຍຫຼາຍວິທີເຮັດທີ່ມີຫົວຄິດປະດິດສ້າງ ແລະ ມີປະສິດທິຜົນ. ໂດຍຖືປະຊາຊົນເປັນໃຈກາງ, ທ້ອງຖິ່ນໄດ້ໝູນໃຊ້ເຕັກໂນໂລຢີເຂົ້າໃນການຄຸ້ມຄອງ ແລະ ຮັບໃຊ້ເທື່ອລະກ້າວ, ປະກອບສ່ວນຍົກສູງຄຸນນະພາບການດຳລົງຊີວິດ ແລະ ເພີ່ມລັກສະນະຈະແຈ້ງໃນການບໍລິຫານ.










