ນຳເຕັກໂນໂລຢີດີຈີຕອນເຂົ້າໃນການປູກຕົ້ນຊາ
(VOVWORLD) - ຕາແສງ ໂວແຈງ ແມ່ນເຂດປູກຕົ້ນຊາຈຸດສຸມຂອງແຂວງ ຖາຍງວຽນ ດ້ວຍເນື້ອທີ່ປູກຕົ້ນຊາກວ່າ 2.000 ເຮັກຕາ. ທ້ອງຖິ່ນພວມຍູ້ແຮງການໝູນໃຊ້ເຕັກໂນໂລຢີດີຈີຕອນເຂົ້າໃນການຜະລິດ, ຍົກສູງປະລິມານ, ເປີດກວ້າງຕະຫຼາດບໍລິໂພກ ແລະ ສ້າງເຄື່ອງໝາຍການຄ້າຕົ້ນຊາຕາມທິດພັດທະນາຢ່າງວ່ອງໄວ ແລະ ຍືນຍົງ.










