ດ່ານັ້ງ ແລະ ຍຸດທະສາດພັດທະນາ ຊິບເຄິ່ງຊັກນຳໄຟຟ້າ
(VOVWORLD) - ໃນສະພາບການໂລກກ້າວເຂົ້າສູ່ສັງກາດດີຈີຕອນ ແລະ ການປະຕິວັດອຸດສາຫະກຳ 4.0, ຂະແໜງອຸດສາຫະກຳຊິບເຄິ່ງຊັກນຳໄຟຟ້າ ພວມພົ້ນເດັ່ນຂຶ້ນຄືດັ່ງເປັນ “ພື້ນຖານໂຄງລ່າງຂອງພື້ນຖານໂຄງລ່າງ”, ເປັນພື້ນຖານຂອງທຸກຂົງເຂດ. ດ່ານັ້ງ, ນະຄອນທີ່ເປັນກຳລັງໜູນເຂດພາກກາງ ຫວຽດນາມ ດ້ວຍທ່າໄດ້ປຽບກ່ຽວກັບພື້ນຖານຫຼາຍຢ່າງ ພວມກຳນົດທິດຍຸດທະສາດກາຍເປັນສູນຄົ້ວຄ້ວາ, ອອກແບບ ແລະ ຜະລິດຊິບເຄິ່ງຊັກນຳໄຟຟ້າໃນທົ່ວປະເທດ.










