ສາລະຄະດີ

26/07/2025

ຊຸມ​ວັນ​ເດືອນ​ກໍ​ລະ​ກົດ​ຢູ່ເຂດ​ສຸ​ສານ ຮ່າງ​ເຢືອງ, ໂກນ​ດ໋າວ

(VOVWORLD) - ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຮ່າງເຢືອງ (ເຂດພິເສດ ໂກນດ໋າວ) ແມ່ນບ່ອນຝັງສົບຂອງນັກຮົບປະຕິວັດນັບພັນຄົນ ທີ່ຈົງຮັກພັກດີໄດ້ເສຍສະຫຼະຊີວິດຢ່າງອົງອາດກ້າຫານເພື່ອເອກະລາດ, ເສລີພາບຂອງປະເທດຊາດ. ໃນຊຸມວັນເດືອນກໍລະກົດນີ້, ຜູ້ຄົນຢູ່ທຸກແຖບຖິ່ນໃນທົ່ວປະເທດໄດ້ຫຼັ່ງໄຫຼມາຢ່າງຄັບຄາໜາແໜ້ ນກວ່າປົກກະຕິເພື່ອອາໄລຫາ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ.

ຊຸມ​ວັນ​ເດືອນ​ກໍ​ລະ​ກົດ​ຢູ່ເຂດ​ສຸ​ສານ ຮ່າງ​ເຢືອງ, ໂກນ​ດ໋າວ
20/07/2025

ການຫັນເປັນດີຈີຕອນ ຊຸກຍູ້ອຳນາດການປົກຄອງ 2 ຂັ້ນເຄື່ອນໄຫວຢ່າງມີປະສິດທິຜົນ

(VOVWORLD) - ນັບແຕ່ວັນທີ 01 ກໍລະກົດ, ເມື່ອກົງຈັກອຳນາດການປົກຄອງຕາແສງໃໝ່ໄດ້ນຳເຂົ້າເຄື່ອນໄຫວ, ເຖິງວ່າ ພໍ່ແມ່ປະຊາຊົນມາຫຼາຍ ແຕ່ກໍ່ລ້ວນແຕ່ມີລະບຽບການ.

ການຫັນເປັນດີຈີຕອນ ຊຸກຍູ້ອຳນາດການປົກຄອງ 2 ຂັ້ນເຄື່ອນໄຫວຢ່າງມີປະສິດທິຜົນ
19/07/2025

ບັນ​ດາ​ “ດອກ​ກຸຫຼາບ​​ເຫຼັກ​” ຢູ່ກອງ​ແມ່​ຍິງ​ເກັບ​ກູ້​ລະ​ເບີດທີ່​ຍັງ​ບໍ່​ທັນ​ແຕກ​ຢູ່ ກວ໋າງ​ຈິ ຫວຽດ​ນາມ

(VOVWORLD) - ກວ໋າງຈິ ແມ່ນດິນແດນແຫ່ງອົງອາດກ້າແກ່ນ, ເຊິ່ງເປັນບ່ອນທີ່ຖືກຖີ້ມລະເບີດນັບລ້ານໂຕນໃນປາງສົງຄາມຍາດເອົາເອກະລາດແຫ່ງຊາດ, ປັດຈຸບັນນີ້ ກໍຍັງຄົງມີລູກລະເບີດນັບແສນລູກທີ່ຍັງບໍ່ທັນແຕກ. ໃນວິວັດການກຳຈັດມົນລະພິດໃຫ້ແກ່ດິນແດນແຫ່ງນີ້, ມີແມ່ຍິງຫຼາຍຄົນຍັງຍ່າງກ້າວໄປໃນທ່າມກາງຄວາມອັນຕະລາຍນີ້ໃນແຕ່ລະວັນ ເພື່ອສ້າງຊີວິດໃໝ່. ເຂົາເຈົ້າເປັນບັນດາ “ດອກກຸຫຼາບເຫຼັກ” ໃນຖັນແຖວແມ່ຍິງເກັບກູ້ລະເບີດທີ່ຍັງບໍ່ທັນແຕກທຳອິດຢູ່ ຫວຽດນາມ.

ບັນ​ດາ​ “ດອກ​ກຸຫຼາບ​​ເຫຼັກ​” ຢູ່ກອງ​ແມ່​ຍິງ​ເກັບ​ກູ້​ລະ​ເບີດທີ່​ຍັງ​ບໍ່​ທັນ​ແຕກ​ຢູ່ ກວ໋າງ​ຈິ ຫວຽດ​ນາມ
12/07/2025

ສູນ DK1 - ບັນ​ດາ “ກຳ​ແພ​ງ​ອັນ​ໝັ້ນ​ແກ່ນ” ຢູ່​ໄຫຼ່​ທະ​ວີບ

(VOVWORLD) - ກ່ອນນີ້ 36 ປີ, ວັນທີ 5 ກໍລະກົດ 1989, ສູນ DK1 ຫຼືຍັງເອີ້ນວ່າ ເຂດບໍລິການເສດຖະກິດ - ວິທະຍາສາດເຕັກນິກ ແຫ່ງທຳອິດໄດ້ຮັບການກໍ່ສ້າງຂຶ້ນຢູ່ເຂດໄຫຼ່ທະວີບທາງທິດໃຕ້ ຫວຽດນາມ. ປ້ອງກັນບັນດາ “ກຳແພງອັນໝັ້ນແກ່ນ” ຢູ່ກາງທະເລນັ້ນ ແມ່ນທະຫານກອງພັນນ້ອຍ DK1, ກອງບັນຊາການທະຫານເຂດ 2 ກອງທັບເຮືອ ຫວຽດນາມ. 36 ປີທີ່ຜ່ານພົ້ນໄປ, ໂດຍຜ່ານຜ່າທຸກພາຍຸລົມແຮງ, ທະຫານ, ນັກຮົບແຕ່ລະຄົນຢູ່ສູນ DK1 ຍາມໃດກໍມີຄວາມອົງອາດກ້າຫານປ້ອງກັນອະທິປະໄຕເຂດທະເລ, ໄຫຼ່ທະວີບທາງທິດໃຕ້ຂອງ ຫວຽດນາມ.

ສູນ DK1 - ບັນ​ດາ “ກຳ​ແພ​ງ​ອັນ​ໝັ້ນ​ແກ່ນ” ຢູ່​ໄຫຼ່​ທະ​ວີບ
11/07/2025

ຍຸດ​ທະ​ສາດ​ດຶງ​ດູດ ນັກ​ຊ່ຽວ​ຊານ AI 100 ຄົນ

(VOVWORLD) - ຫວ່າງແລ້ວນີ້, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີໃໝ່ໄດ້ປະກາດໃຊ້ “ແຜນການດຶງດູດນັກຊ່ຽວຊານເກັ່ງ 100 ຄົນທັງຢູ່ພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມບັນດາໂຄງການ, ໜ້າທີ່ວິທະຍາສາດ ແລະ ເຕັກໂນໂລຢີຈຸດສຸມລະດັບຊາດກ່ຽວກັບປັນຍາປະດິດ (AI)”. ນີ້ແມ່ນບາດກ້າວເພື່ອຫັນບັນດາເປົ້າໝາຍໃຫຍ່ໃນຍຸດທະສາດແຫ່ງຊາດກ່ຽວກັບການຄົ້ນຄ້ວາ, ພັດທະນາ ແລະ ໝູນໃຊ້ AI ຈົນຮອດປີ 2030, ພ້ອມທັງສະແດງຄວາມຕັດສິນໃຈຂອງ ລັດຖະບານໃນການລະດົມ ແລະ ເສີມຂະຫຍາຍພູມປັນຍາຂອງຖັນແຖວນັກຊ່ຽວຊານຢ່າງມີປະສິດທິຜົນເພື່ອຊຸກຍູ້ການພັດທະນາບຸກທະລຸຂອງຂົງເຂດ AI ຢູ່ ຫວຽດນາມ.

ຍຸດ​ທະ​ສາດ​ດຶງ​ດູດ ນັກ​ຊ່ຽວ​ຊານ AI 100 ຄົນ
05/07/2025

ເຈື່ອງ​ຊາ -ແກ້ວມະ​ນີ​ຂຽວ​ຢູ່​ກາງ​ທ​ະ​ເລ

(VOVWORLD) - ໂດຍຕັ້ງຢູ່ກາງທະເລ, ອາກາດປ່ຽນແປງຮ້າຍແຮງຕະຫຼອດປີແຕ່ເມືອງເກາະເຈື່ອງຊາ (ເຊິ່ງປັດຈຸບັນແມ່ນເຂດພິເສດເຈື່ອງຊາ, ແຂວງແຄັງຮວ່າຂອງຫວຽດນາມຍາມໃດກໍໄດ້ປົກຄຸມໄປດ້ວຍສີຂຽວຂອງຕົ້ນໄມ້ໃບຫຍ້າ. ດ້ວຍໂຄງການ “ຫັນເຈື່ອງຊາເປັນສີຂຽວ”, ອຳນາດການປົກຄອງແລະປະຊາຊົນເຂດພິເສດເຈື່ອງຊາໄດ້ສ້າງເຂດດຳລົງຊີວິດທີ່ປອດໂປ່ງແລະສະຫງົບສຸກ.

ເຈື່ອງ​ຊາ -ແກ້ວມະ​ນີ​ຂຽວ​ຢູ່​ກາງ​ທ​ະ​ເລ
03/07/2025

ສະ​ຫະ​ພັນ AI ເອົາ​ລາກ: ສ້າງ​ລະ​ບົບ​ນິ​ເວດ AI ທີ່​ມີ​ສີ​ສັນ ຫວຽດ

(VOVWORLD) - ສະຫະພັນ ປັນຍາປະດິດ (AI) ເອົາລາກ ຫາກໍ່ໄດ້ຮັບການສ້າງຕັ້ງຂຶ້ນດ້ວຍການເຂົ້າຮ່ວມຂອງກ່ວາ 20 ຫົວໜ່ວຍເຕັກໂນໂລຢີແຖວໜ້າຂະແໜງ ແລະ Startup ເຕັກໂນໂລຢີ ຫວຽດນາມ. ດ້ວຍເປົ້າໝາຍຫຼັກແມ່ນພັດທະນາບັນດາຮູບແບບພາສາຂະໜາດໃຫຍ່(Large Language Model) ທີ່ມີຄວາມສາມາດແກ້ໄຂພາສາຫວຽດໄດ້ຊັດເຈນ, ເໝາະສົມກັບວັດທະນະທຳ ແລະ ສີສັນ ຫວຽດນາມ, ສະຫະພັນ AI ເອົາລາກ ແມ່ນເພື່ອແນໃສ່ຍົກສູງຄວາມຮູ້ຂອງປະຊາຊົນ, ຊຸກຍູ້ການພັດທະນາເສດຖະກິດແຫ່ງຊາດ ແລະ ສ້າງເປັນລະບົບນິເວດ AI ສະເພາະທີ່ມີສີສັນ ຫວຽດ.

ສະ​ຫະ​ພັນ AI ເອົາ​ລາກ: ສ້າງ​ລະ​ບົບ​ນິ​ເວດ AI ທີ່​ມີ​ສີ​ສັນ ຫວຽດ
29/06/2025

ວັນ​ບຸນການ​ທ່ອງ​ທ່ຽວ ຮ່າ​ໂນ້ຍ 2025 - ​ການ​ເດີນທາງລົງ​ພຶດ​ຕິ​ກຳ​ຕົວ​ຈິງ​ຄົ້ນ​ຫາ​ມໍ​ລະ​ດົກ, ເຕັກ​ໂນ​ໂລ​ຢີ ແລະ ອາ​ຫານ​ການ​ກິນ​ນະ​ຄອນຫຼວງ

(VOVWORLD) - ໃນເດືອນມິຖຸນານີ້, ຢູ່ພະລາຊະວັງ ທັງລອງ ໄດ້ດຳເນີນວັນບຸນການທ່ອງທ່ຽວ ຮ່າໂນ້ຍ, ນີ້ໄດ້ຮັບຖືວ່າແມ່ນເຫດການສົ່ງເສີມການທ່ອງທ່ຽວປະຈຳປີ ເພື່ອແນໃສ່ເຊີດຊູຄວາມງາມທາງດ້ານວັດນະທະທຳ ແລະ ປະຫວັດສາດຂອງນະຄອນຫຼວງ, ໂຄສະນາບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງພ້ອມກັບບັນດາເຍື່ອງອາຫານທີ່ອຸດົມສົມບູນຂອງຮ່າໂນ້ຍ. ວັນບຸນໄດ້ສ້າງຄວາມປະທັບໃຈຍາກທີ່ຈະຫຼົງລືມໄດ້ໃຫ້ແກ່ແຂກທ່ອງທ່ຽວເມື່ອມາຢາມນະຄອນຫຼວງແຫ່ງອະລິຍາທຳນັບພັນປີ.

ວັນ​ບຸນການ​ທ່ອງ​ທ່ຽວ ຮ່າ​ໂນ້ຍ 2025 - ​ການ​ເດີນທາງລົງ​ພຶດ​ຕິ​ກຳ​ຕົວ​ຈິງ​ຄົ້ນ​ຫາ​ມໍ​ລະ​ດົກ, ເຕັກ​ໂນ​ໂລ​ຢີ ແລະ ອາ​ຫານ​ການ​ກິນ​ນະ​ຄອນຫຼວງ
28/06/2025

ວັດ​ທະ​ນະ​ທຳ​ຄອບ​ຄົວ - ຊັບສົມ​ບັດ​ອັນ​ລ້ຳ​ຄ່າ​ໃນ​ການດຳລົງຊີ​ວິດ​ຍຸກ​ທັນ​ສະ​ໄໝ

(VOVWORLD) - ເມື່ອຊີວິດຍຸກທັນສະໄໝມີຄວາມຟ້າວຟັ່ງວ່ອງໄວຄືໃນປັດຈຸບັນ ຈະມີບັນດາຄຸນຄ່າໃໝ່ປະກົດຂຶ້ນຢ່າງລຽນຕິດ, ວັດທະນະທຳຄອບຄົວແມ່ນສິ່ງທີ່ລ້ຳຄ່າ, ເຊິ່ງໄດ້ຮັບການຖະໜຸຖະໜອມ ແລະ ສືບທອດແຕ່ຄົນລຸ້ນນີ້ສູ່ຄົນລຸ້ນອື່ນ, ຍື່ນຍົງຕາມການເວລາ. ວັດທະນະທຳຄອບຄົວປະກົດມີໃນແບບແຜນການດຳລົງຊີວິດຂອງຄອບຄົວ, ໃນແຕ່ລະການກະທຳ, ແຕ່ລະຄຳວາຈາທີ່ລຽບງ່າຍໃນວັນໆນັ້ນເອງ ແມ່ນພື້ນຖານອັນໝັ້ນແກ່ນໃຫ້ແກ່ການພັດທະນາຂອງແຕ່ລະຄົນ ແລະ ທັງສັງຄົມ.

ວັດ​ທະ​ນະ​ທຳ​ຄອບ​ຄົວ - ຊັບສົມ​ບັດ​ອັນ​ລ້ຳ​ຄ່າ​ໃນ​ການດຳລົງຊີ​ວິດ​ຍຸກ​ທັນ​ສະ​ໄໝ
22/06/2025

ການ​ຫັນ​ເປັນ​ດີ​ຈີ​ຕອນ​ຢູ່​ບັນ​ດາ​ໝູ່​ບ້ານ​ອາຊີບທີ່ເປັນມູນ​ເຊື້ອ

(VOVWORLD) - ການນຳໃຊ້ສື່ສັງຄົມອອນໄລ, ສ້າງເວັບໄຊ, ເຂົ້າຮ່ວມຕະຫຼາດຄ້າຂາຍທາງເອເລັກໂຕນິກ… ໄດ້ເປີດປະຕູ ເພື່ອໃຫ້ໝູ່ບ້ານອາຊີບໂຄສະນາ, ແນະນຳ, ຊອກຫາຕະຫຼາດໃຫ້ແກ່ຜະລິດຕະພັນທີ່ເປັນມູນເຊື້ອ. ທ່າອ່ຽງທີ່ຈຳເປັນນີ້ໂດຍຫຼາຍໝູ່ບ້ານຢູ່ ຫວຽດນາມ ໝູນໃຊ້, ເສີມຂະຫຍາຍຢ່າງມີປະສິດທິຜົນ.

ການ​ຫັນ​ເປັນ​ດີ​ຈີ​ຕອນ​ຢູ່​ບັນ​ດາ​ໝູ່​ບ້ານ​ອາຊີບທີ່ເປັນມູນ​ເຊື້ອ