ນະຄອນໂຮ່ຈີມິນ ຮັກສາບົດບາດນຳໜ້າເສດຖະກິດ, ສ້າງທ່າເພີ່ມຄວາມໄວໃຫ້ແກ່ປີ 2026
(VOVWORLD) - ນະຄອນໂຮ່ຈີມິນຮັກສາບົດບາດນຳໜ້າເສດຖະກິດຂອງທົ່ວປະເທດ, ບໍ່ພຽງແຕ່ຍ້ອນມີການປະກອບສ່ວນຢ່າງຫຼວງຫຼາຍເຂົ້າGDP ຂອງທົ່ວປະເທດເທົ່ານັ້ນ, ຫາກຍັງຍ້ອນຄວາມສາມາດນຳພາທ່າອ່ຽງພັດທະນາ, ສ້າງກຳລັງແຜ່ກະຈາຍຢ່າງແຮງຕໍ່ບັນດາເຂດພາກ. ບົນພື້ນຖານບັນດາໝາກຜົນພົ້ນເດັ່ນທີ່ບັນລຸໄດ້ໃນປີ 2025, ນະຄອນໂຮ່ຈີມິນກ້າວເຂົ້າສູ່ປີ 2026 ດ້ວຍຄວາມຮຽກຮ້ອງ ແລະ ເປົ້າໝາຍສູງກວ່າ, ເພີ່ມຄວາມໄວ, ພັດທະນາແບບຍືນຍົງ.










