ຫວຽດນາມ ເປີດປະຕູການທ່ອງທ່ຽວທັງໝົດເພື່ອຕ້ອນຮັບນັກທ່ອງທ່ຽວສາກົນ
(VOVWORLD) -ແຕ່ວັນທີ 15 ມີນາປີ 2022, ຫວຽດນາມໄດ້ທົດລອງເປີດປະຕູຕ້ອນຮັບນັກທ່ອງທ່ຽວສາກົນແລະຮອດວັນທີ 1 ພຶດສະພາປີ 2022 ຫວຽດນາມໄດ້ເປີດປະຕູການທ່ອງທ່ຽວທັງໝົດເພື່ອຮັບໃຊ້ນັກທ່ອງທ່ຽວສາກົນ. ໃນເງື່ອນໄຂເປັນປົກກະຕິໃຫມ່, ຫວຽດນາມໄດ້ຍົກເລີກຫລາຍຂໍ້ກຳນົດສຳລັບນັກທ່ອງທ່ຽວສາກົນເມື່ອມາທ່ຽວຢູ່ຫວຽດນາມ.










