ຜະລິດຕະພັນກະເສດ ຫວຽດນາມ ຍາດແຍ່ງທ່າໄດ້ປຽບຈາກທຸລະກຳພົວພັນຄ້າຂາຍທາງເອເລັກໂຕນິກ
(VOVWORLD) - ໄລຍະມໍ່ໆມານີ້ ເມື່ອການໄປມາເພື່ອພົວພັນຄ້າຂາຍລະຫວ່າງບັນດາບໍລິສັດສົ່ງອອກຜະລິດຕະພັນກະເສດຂອງຫວຽດນາມ ກັບບັນດາຄູ່ຮ່ວມມືຕ່າງປະເທດ ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ 19 ເກີດຂຶ້ນໃນທົ່ວໂລກ, ເລື່ອງພົວພັນຄ້າຂາຍທາງອອນລາຍ ໄດ້ຮັບຖືວ່າ ແມ່ນມາດຕະການເພື່ອປ່ຽນແທນ. ນີ້ແມ່ນມາດຕະການຄວນທະວີຄູນສຳລັບຂະແຫນງຜະລິດຕະພັນກະເສດຂອງຫວຽດນາມ ໃນສະພາບເກີດໂລກລະບາດໂຄວິດ 19.










