ເຊື່ອມຕໍ່ລະຫວ່າງເຂດ ຢູ່ເຂດທົ່ງພຽງແມ່ນ້ຳຂອງເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ
(VOVWORLD) - ເຊື່ອມຕໍ່ລະຫວ່າງເຂດກ່ຽວກັບພື້ນຖານໂຄງລ່າງ ແລະ ເສດຖະກິດ ເຂດທົ່ງພຽງແມ່ນ້ຳຂອງ ໂດຍລັດຖະບານໄດ້ລະບຸໃນມະຕິເລກທີ 120 ຊື່ງໄດ້ປະກາດໃຊ້ເມື່ອປີ 2017 ເພື່ອແນໃສ່ພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ມາຮອດປະຈຸບັນ ມີຫລາຍກິດຈະກຳລົງທຶນກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມຂອງເຂດທົ່ງພຽງແມ່ນ້ຳຂອງ ໄດ້ຮັບການກໍ່ສ້າງສຳເລັດ, ສ້າງກຳລັງຫນູນຊຸກຍູ້ການພັດທະນາເສດຖະກິດ ສັງຄົມ. ພ້ອມກັນນັ້ນ ກໍມີຫລາຍມາດຕະການລົງທຶນ ໄດ້ມີຄວາມເອົາໃຈໃສ່ເຖິງການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ນ້ຳທະເລຂຶ້ນສູງ, ຮັບປະກັນສະຖຽນລະພາບແບບຍືນຍົງ.










