ວິສາຫະກິດຫວຽດນາມ ກຳແຫນ້ນກາລະໂອກາດຈາກໂລກລະບາດໂຄວິດ 19
(VOVWORLD) - ປີ 2020 ແມ່ນປີທີ່ວິສາຫະກິດທັງໝົດລ້ວນປະສົບກັບຄວາມຫຍຸ້ງຍາກທີ່ສຸດຍ້ອນຖືກຜົນສະທ້ອນຈາກໂລກລະບາດໂຄວິດ 19. ເຖິງແນວນັ້ນກໍຕາມ ນີ້ແມ່ນປີສະແດງໃຫ້ເຫັນຄວາມມານະພະຍາຍາມຂອງບັນດາວິສາຫະກິດຫວຽດນາມ ໃນວິວັດທະນາການພັດທະນາ, ເຊື່ອມໂຍງ... ສິ່ງນີ້ກໍ່ແມ່ນຫນຶ່ງໃນບັນດາສາຍເຫດສຳຄັນເພື່ອໃຫ້ຫວຽດນາມ ບັນລຸໄດ້ໝາກຜົນການເຕີບໂຕເປັນບວກໃນຂະນະສະພາບການພື້ນຖານເສດຖະກິດທົ່ວໂລກພວມຊຸດໂຊມຢ່າງແຮງ.










