ເຄື່ອງໝາຍກາເຟ ຫວຽດນາມ ມີການປ່ຽນໃຫມ່, ປະດິດຄິດສ້າງເພື່ອເຊື່ອມໂຍງ
(VOVWORLD) -ຕໍ່ຫນ້າບັນດາສິ່ງທ້າທາຍລວມຂອງທົ່ວຂະແຫນງກະສິກຳຫວຽດນາມ, ເປັນຕົ້ນເມື່ອຫວຽດນາມ ເຂົ້າຮ່ວມບັນດາສັນຍາການຄ້າລຸ້ນໃຫມ່ ຄື ສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA); ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວຫນ້າຂ້າມ ປາຊິຟິກ (CPTPP); ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP),ລະບົບມູນຄ່າກາເຟຫວຽດນາມ ພວມຢືນຢູ່ຕໍ່ຫນ້າຄວາມຮຽກຮ້ອງຕ້ອງການ ຕ້ອງມີການປ່ຽນໃຫມ່, ປະດິດຄິດສ້າງເພື່ອເຊື່ອມໂຍງ, ພັດທະນາ. ໂດຍຮັບຮູ້ໄດ້ເຖິງຄວາມຮຽກຮ້ອງຕ້ອງການນັ້ນ ບັນດາຜູ້ຜະລິດກາເຟ ຢູ່ ໄຕງວຽນ ເມືອງເອກກາເຟຂອງທັງປະເທດ ພວມຕັ້ງຫນ້າມານະພະຍາຍາມ ເອົາໃຈໃສ່ປ່ຽນໃຫມ່ ປະດິດຄິດສ້າງໃນການຜະລິດດຳເນີນທຸລະກິດກາເຟ.










