ງານວາງສະແດງ “ເພງສະຫຼອງໄຊດັງກ້ອງກັງວານຕະຫຼອດການ” ວາດພາບຄືນບັນຍາກາດຂອງ ຮ່າໂນ້ຍ ທີ່ສະຫງ່າອົງອາດໃນວັນປົດປ່ອຍ
(VOVWORLD) - “ກວ່າ 7 ທົດສະວັດທີ່ຜ່ານພົ້ນໄປ ນັບແຕ່ວັນທີ່ກຳລັງທະຫານໄດ້ຮັບໄຊຊະນະກັບຄືນມາປົກຄອງນະຄອນຫຼວງ, ແຕ່ບັນຍາກາດປິຕິຊົມຊື່ນ ແລະ ຈິດໃຈ “ຕັດສິນໃຈເສຍສະຫຼະຊີວິດເພື່ອປົກປັກຮັກສາປະເທດຊາດ” ໃນຄວາມຊົງຈຳຂອງປະຊາຊົນຍັງເໝືອນເດີມ. ງານວາງສະແດງພາຍໃຕ້ຫົວຂໍ້ “ເພງສະຫຼອງໄຊດັງກ້ອງກັງວານຕະຫຼອດການ” ຢູ່ ອະນຸສອນສະຖານ ຄຸກ ຮ໋ວາຫຼໍ່ ບໍ່ພຽງແຕ່ແມ່ນເຫດການສະແດງຄວາມຮູ້ບຸນຄຸນເທົ່ານັ້ນ, ຫາກຍັງແມ່ນວິວັດການຫວນຄືນອະດີດຕະການທີ່ເຕັມໄປດ້ວຍຄວາມຕື້ນຕັນໃຈ ອີກດ້ວຍ.










