ຫວຽດນາມ ແລະ ອາເມລິກາ ຮັກສາທ່ວງທ່າພັດທະນາການພົວພັນສອງຝ່າຍຢ່າງຕັ້ງໜ້າ
(VOVWORLD) - ຫວຽດນາມ ປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບ ອາເມລິກາ ໃນບັນດາຂົງເຂດທີ່ສອງຝ່າຍຕ່າງມີຄວາມສົນໃຈໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ພິເສດແມ່ນວິທະຍາສາດເຕັກໂນໂລຢີ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ພະລັງງານ, ທາດເຄິ່ງຊັກນຳໄຟຟ້າ... ພ້ອມທັງສືບຕໍ່ຮັກສາການຮ່ວມມືໃນບັນດາຂົງເຂດການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ໃຫ້ເປັນຢ່າງດີ.










