ປະທານາທິບໍດີ ອາເມລິກາ ແລະ ປະທານາທິບໍດີ ຢູແກຼນ ໂອ້ລົມທາງໂທລະສັບ
(VOVWORLD) - ໃນບົດທີ່ໄດ້ເອົາລົງໃນສື່ສັງຄົມອອນໄລ, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ການໂອ້ລົມທາງໂທລະສັບແມ່ນເພື່ອແນໃສ່ປັບປຸງບັນດາຄວາມຮຽກຮ້ອງ ແລະ ຄວາມຕ້ອງການຂອງທັງລັດເຊຍ ແລະ ຢູແກຼນ ໃຫ້ເໝາະສົມກັນ ໃນຂະນະທີ່ທ່ານຊອກຫາວິທີການຊຸກຍູ້ຄຳສັ່ງຢຸດຍິງລະຫວ່າງສອງປະເທດນີ້.










