ເລຂາທິການໃຫຍ່ ໂຕເລິມ ພົບປະກັບບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຕາງໜ້າ ຫວຽດນາມ ປະຈຳຢູ່ ຕ່າງປະເທດ
(VOVWORLD) - ຕອນເຊົ້າວັນທີ 25 ມັງກອນ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມໂຕເລິມ ໄດ້ມີການພົບປະກັບບັນດາເອກອັກຄະລັດຖະທູດ ແລະ ຫົວໜ້າບັນດາອົງການຕາງໜ້າທຸຕານຸທູດ ຂອງ ຫວຽດນາມ ປະຈຳຢູ່ຕ່າງປະເທດ ທີ່ມາເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກ. ເຂົ້າຮ່ວມການພົບປະຍັງມີທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ.







