ສ້າງຮູບແບບເຕີບໂຕໃໝ່, ກຳລັງໜູນບຸກທະລຸ
(VOVWORLD) - ໃນບົດລາຍງານການເມືອງຍື່ນສະເໜີຕໍ່ກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດຄັ້ງທີ XIV, ພັກກອມມູນິດ ຫວຽດນາມ ສືບຕໍ່ຢັ້ງຢືນຄວາມຕັດສິນໃຈສ້າງສຳເລັດລະບອບລະບຽບການເສດຖະກິດການຕະຫຼາດຕາມການກຳນົດທິດສັງຄົມນິຍົມຢ່າງຄົບຊຸດ. ໜ້າສົນໃຈແມ່ນ, ເປັນຄັ້ງທຳອິດທີ່ບັນດາຄຳນິຍາມກ່ຽວກັບເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດແບ່ງປັນ ໄດ້ເຕື້ອງເຖິງຢ່າງເປັນທາງການ, ຮອບດ້ານໃນເອກະສານກອງປະຊຸມໃຫ່ຍ, ອັນໄດ້ສະແດງໃຫ້ເຫັນບາດກ້າວພັດທະນາໃໝ່, ບຸກທະລຸໃນຈິນຕະນາການທິດສະດີກ່ຽວກັບການພັດທະນາເສດຖະກິດ, ເປີດວິໄສທັດ ແລະ ກຳລັງໜູນໃໝ່ໃຫ້ແກ່ ຫວຽດນາມ.










