ການລົງທຶນໃຫ້ເຂດຊາວຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ: ສະແດງໃຫ້ເຫັນນະໂຍບາຍຊົນເຜົ່າຢ່າງຈະແຈ້ງ
(VOVWORLD) - ກອງປະຊຸມທົ່ວປະເທດສະຫລຸບໂຄງການເປົ້າໝາຍແຫ່ງຊາດ ພັດທະນາເສດຖະກິດ-ສັງຄົມເຂດຊາວຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ໄລຍະ 2021-2025, ການກຳນົດເນື້ອໃນໄລຍະ 2026-2030 ຫາກໍ່ຈັດຂຶ້ນເມື່ອວັນທີ 13 ສິງຫາຢູ່ ຮ່າໂນ້ຍ ແລະ ເຊື່ອມຕໍ່ທາງອອນໄລກັບບັນດາແຂວງ, ນະຄອນ. ໃນໄລຍະທີ່ຈະມາເຖິງ, ການພັດທະນາເສດຖະກິດ-ສັງຄົມເຂດຊາວຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ຕ້ອງມີວິທີເຂົ້າເຖິງທົ່ວປວງຊົນ, ຮອບດ້ານ. ການລົງທຶນໃຫ້ແກ່ເຂດຊາວຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍແມ່ນການລົງທຶນໃຫ້ແກ່ການພັດທະນາ.










