ນຳເອົາວິທະຍາສາດ, ເຕັກໂນໂລຊີ ເຂົ້າໃນການພັດທະນາຂອງປະເທດຊາດໃຫ້ຖືກກັບທີ່ຕັ້ງ
(VOVWORLD) - ມະຕິເລກທີ 57 ໂດຍກົມການເມືອງປະກາດໃຊ້ຫວ່າງແລ້ວນີ້ ໄດ້ຮັບຖືວ່າ ແມ່ນບາດກ້າວບຸກທະລຸໃນການພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈີຕອນແຫ່ງຊາດ. ມະຕິສະແດງໃຫ້ເຫັນຄວາມຄາດຫວັງບືນຕົວຂຶ້ນຂອງຊາດ ຫວຽດນາມ. ມະຕິສຸມໃສ່ແກ້ໄຂບັນດາຈຸດອຸດຕັນເພື່ອປົດປ່ອຍກຳລັງປະດິດຄິດສ້າງ, ກຳລັງແຮງງານ ແລະ ແຫລ່ງກຳລັງລົງທຶນຂອງທົ່ວສັງຄົມໃຫ້ແກ່ວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈີຕອນ.










