ການໂຮມບາງອົງການປົກຄອງຂັ້ນແຂວງເຂົ້າກັນ - ບາດກ້າວບຸກທະລຸເພື່ອພັດທະນາ
(VOVWORLD) - ຫວຽດນາມ ພວມຍູ້ແຮງການໂຮມບາງແຂວງເຂົ້າກັນ. ນີ້ແມ່ນແຜນນະໂຍບາຍໃຫຍ່ ເພື່ອແນໃສ່ສ້າງກົງຈັກໃຫ້ກະທັດລັດ, ຍົກສູງປະສິດທິຜົນການຄຸ້ມຄອງ ແລະ ພັດທະນາເສດຖະກິດ. ເລື່ອງໂຮມບາງແຂວງເຂົ້າກັນນັ້ນ ກໍ່ແມ່ນໂອກາດເພື່ອຈັດຕັ້ງຄືນພື້ນທີ່ພັດທະນາແຫ່ງຊາດຢູ່ຂັ້ນທ້ອງຖິ່ນ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການການເຕີບໂຕສອງຕົວເລກ ແລະ ເປັນພື້ນຖານເພື່ອໃຫ້ປະເທດຊາດບືນຕົວຂຶ້ນ.










