ສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງ ຫວຽດນາມ ແລະ ກຳປູເຈຍ
(VOVWORLD) - ທ່ານ ປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ເນັ້ນໜັກເຖິງລະດັບຄວາມສຳຄັນຂອງການສືບຕໍ່ປັບປຸງຄວາມໄວເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ພົບປະຂັ້ນສູງ, ປະສານສົມທົບກັນຢ່າງແໜ້ນແຟ້ນ ໃນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ລະຫວ່າງສອງປະເທດ.










