ນາຍົກລັດຖະມົນຕີຊົ່ວຄາວ ເນປານ ປະກາດພາກສ່ວນຄະນະລັດຖະບານ
(VOVWORLD) - ວັນທີ 15 ກັນຍາ, ທ່ານນາງ Sushila Karki ນາຍົກລັດຖະມົນຕີຊົ່ວຄາວ ເນປານ ໄດ້ປະກາດພາກສ່ວນຄະນະລັດຖະບານທຳອິດຈຳນວນໜຶ່ງ ໃນສະພາບການປະເທດນີ້ພວມມານະພະຍາຍາມຟື້ນຟູຄວາມເປັນລະບຽບຮຽບຮ້ອຍພາຍຫຼັງການແຫ່ຂະບວນປະທ້ວງຈະລາຈົນ ເຮັດໃຫ້ອຳນາດການປົກຄອງເກົ່າຖືກລົ້ມລະລາຍ.








