ເລຂາທິການທີ 1, ປະທານປະເທດ ກູບາ ແລະ ພັນລະຍາ ເດີນທາງມາຮອດ ຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ
(VOVWORLD) - ທ່ານເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກຄອມມູນິດ ກູບາ, ປະທານປະເທດ ສ. ກູບາ Miguel Díaz-Canel Bermúdez ແລະ ພັນລະຍາ ໄດ້ເດີນທາງມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ, ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມ ຄົບຮອບ 80 ປີ, ແຕ່ວັນທີ 31 ສິງຫາ ຫາວັນທີ 02 ກັນຍາ.







