ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍແຂວງ ຝູອຽນ
(VOVWORLD) - ເນື່ອງໃນໂອກາດນີ້, ແຂວງ ຝູອຽນ ໄດ້ຮັບຫຼຽນໄຊແຮງງານຊັ້ນ 1 ໂດຍທ່ານປະທານປະເທດມອບໃຫ້ ຍ້ອນມີຜົນງານດີເດັ່ນໃນການດຶງດູດການລົງທຶນ

(VOVWORLD) - ເນື່ອງໃນໂອກາດນີ້, ແຂວງ ຝູອຽນ ໄດ້ຮັບຫຼຽນໄຊແຮງງານຊັ້ນ 1 ໂດຍທ່ານປະທານປະເທດມອບໃຫ້ ຍ້ອນມີຜົນງານດີເດັ່ນໃນການດຶງດູດການລົງທຶນ

(VOVWORLD) - ຕອນບ່າຍວັນທີ 1 ເມສາ, ຢູ່ສຳນັກງານສູນກາງພັກ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໂຕເລີມ ໄດ້ໃຫ້ການຕ້ອນຮັບກະສັດແບນຊິກ Philippe

(VOVWORLD) - ຕອນບ່າຍວັນທີ 31 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບນະໂຍບາຍຍົກເວັ້ນວິຊາຝ່າຍດຽວ ແລະ ນະໂຍບາຍບຸລິມະສິດກ່ຽວກັບວິຊາສຳລັບບາງເປົ້າໝາຍ; ການກັບຄືນມາຖືສັນສາດ ຫວຽດນາມ ສຳລັບຊາວ ຫວຽດນາມ ຢູ່ຕ່າງປະເທດ.

(VOVWORLD) - ນັບແຕ່ເມື່ອເຂົ້າເປັນສະມາຊິກ IPU ເມື່ອປີ 1979, ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍເປັນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ, ສະເໜີແນະຫຼາຍຂໍ້ລິເລີ່ມ ແລະ ມີການປະກອບສ່ວນຢ່າງແທດຈິງເຂົ້າໃນການເຄື່ອນໄຫວຂອງ IPU.

(VOVWORLD) - ທ່ານບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ມີການພົບປະກັບທ່ານ Maxime Prevot ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ບັນດາບັນຫາ ເອີຣົບ ແລະ ການຮ່ວມມືພັດທະນາ ແບນຊິກ.

(VOVWORLD) - ການຮ່ວມມືກັບ DHL ກໍຈະຊ່ວຍຕອບສະໜອງແຜນການເປີດກວ້າງຕະຫຼາດຂອງ VinFast ໃນອະນາຄົດ.

(VOVWORLD) - ຕອນບ່າຍວັນທີ 31 ມີນາ, ຄະນະກຳລັງກູ້ໄພກູ້ຊີບ ຫວຽດນາມ ໄດ້ແບ່ງອອກເປັນ 2 ໜ່ວຍ, ຜັນຂະຫຍາຍການຊອກຫາຜູ້ຫາຍສາບສູນຢູ່ເຂດຊຸມຊົນ Bala Tidi, ເມືອງ Zabu Thiri, ນະຄອນຫຼວງ Naypitaw, ມຽນມາ. ໃນເວລາ 17 ໂມງ 10 ນາທີ (ຕາມເວລາທ້ອງຖິ່ນ), ໝາກູ້ໄພຂອງ ຫວຽດນາມ ໄດ້ກວດພົບ 3 ຈຸດທີ່ມີຜູ້ປະສົບເຄາະຮ້າຍ, ໃນນັ້ນໄດ້ຢັ້ງຢືນວ່າຜູ້ປະສົບເຄາະຮ້າຍໄດ້ເສຍຊີວິດແລ້ວ.

(VOVWORLD) - ໃນໄລຍະກວ່າ 45 ປີຜ່ານມາ, ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍສະແດງໃຫ້ເຫັນການເຂົ້າຮ່ວມ, ການປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບ, ພ້ອມກັບລັດຖະສະພາບັນດາປະເທດແບ່ງປັນບົດຮຽນ, ປະສົບການໃນການສ້າງນະໂຍບາຍ, ກົດໝາຍ, ບໍ່ພຽງແຕ່ເອົາໃຈໃສ່ເຖິງການເຕີບໂຕເສດຖະກິດເທົ່ານັ້ນ, ຫາກຍັງຮັບປະກັນການພັດທະນາແບບຍືນຍົງ, ຍຸຕິທຳໃນສັງຄົມ, ປົກປັກຮັກສາສິ່ງແວດລ້ອມ, ຊຸກຍູ້ນະວັດຕະກຳ, ຍາມໃດກໍຖືປະຊາຊົນເປັນໃຈກາງຂອງວິວັດການສ້າງນະໂຍບາຍ.

(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ພັນລະຍາ, ກະສັດລາຊະອານາຈັກ ແບນຊິກ Philippe ແລະ ພະມະເຫສີ Mathilde ໄດ້ໄດ້ເດີນທາງມາຮອດນະຄອນຫຼວງ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ວັນທີ 31 ມີນາ ຫາວັນທີ 04 ເມສາ. ຕອນເຊົ້າວັນທີ 01 ເມສາ, ຢູ່ທໍານຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບກະສັດ Philippe ແລະ ພະມະຫາເຫສີ Mathilde.

(VOVWORLD) - ຕອນເຊົ້າວັນທີ 1 ເມສາ, ຢູ່ສຳນັກງານສູນກາງພັກ, ຮ່າໂນ້ຍ, ກົມການເມືອງ, ຄະນະເລຂາທິການສູນກາງພັກ ໄດ້ຈັດກອງປະຊຸມຮ່ຳຮຽນຕາມຫົວເລື່ອງກ່ຽວກັບວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນ.
