ຄົ້ນຫາຫວຽດນາມ

11/03/2020

ຮ່ອງຮອຍວັດທະນະທຳຈຳປາຢູ່ແຂວງ ບິ່ງດິ້ງ

(VOVWORLD) - ບິ່ງດິ້ງ ເຊິ່ງແມ່ນດິນແດນໄດ້ຖືກຂະໜານນາມວ່າ ແມ່ນດິນແດນທີ່ມີຊື່ສຽງທາງດ້ານວັດທະນະທຳ ແລະ ໃຫ້ກຳເນີດມວຍພື້ນເມືອງຂອງຫວຽດນາມ. ນີ້ກໍ່ແມ່ນແຫ່ງປະສົມປະສານ ລະຫວ່າງພູຜາປ່າໄມ້ ທະເລທີ່ກວ້າງໃຫຍ່ ເຊິ່ງໃນໄລຍະເກືອບຫ້າສະຕະວັດ ໄດ້ມີບົດບາດເປັນສູນກາງຂອງລັດຈຳປາ. ຂີດໝາຍຈຳປາໄດ້ປາກົດຂຶ້ນຢ່າງອຸດົມສົມບູນ ຜ່ານລະບົບທາດ ຫໍໂຮງທີ່ມີຫຼາຍຮູບຫຼາຍສີ ອັນໄດ້ສ້າງຄວາມດູດດື່ມສຳລັບແຂກທ່ອງທ່ຽວທັງຫຼາຍ

ຮ່ອງຮອຍວັດທະນະທຳຈຳປາຢູ່ແຂວງ ບິ່ງດິ້ງ
04/03/2020

ຫຼ້າງເຊີນ - ສະຖານທີ່ທ່ອງທ່ຽວທີ່ດູດດື່ມໃນຕະຫຼອດປີ

(VOVWORLD) - ແຂວງ ຫຼ້າງເຊີນ ຫ່າງຈາກ ຮ່າໂນ້ຍ ປະມານ 180 ກິໂລແມັດ ແມ່ນດິນແດນເຕັມໄປດ້ວຍທ່າແຮງ ບົ່ມຊ້ອນດ້ານການທ່ອງທ່ຽວ ຂອງເຂດທາງທິດຕາເວັນອອກສຽງເໜືອ ຫວຽດນາມ. ດ້ວຍລະບົບປູຊະນີຍະສະຖານທາງປະຫວັດສາດ, ທິວທັດທຳມະຊາດ, ວັດວາອາຮາມຫຼາຍແຫ່ງນັ້ນ, ແຂກທ່ອງທ່ຽວເມື່ອມາທ່ອງທ່ຽວຢູ່ ຫ້ຼາງເຊີນ ສາມາດເລືອກເຟັ້ນເອົາສະຖານທີ່ຫຼາຍແຫ່ງ ເພື່ອ ຢ້ຽມຊົມ ທັດສະນະສຶກສາ ແລະ ຄົ້ນຫາ. ຄວາມຫຼາກຫຼາຍສີສັນທາງດ້ານວັດທະນະທຳຂອງບັນດາເຜົ່າສ່ວນໜ້ອຍຢູ່ແຫ່ງນີ້ ກໍ່ແມ່ນຄວາມດູດດື່ມສຳລັບແຂກທ່ອງທ່ຽວ ເມື່ອມາຢ້ຽມຢາມແຫ່ງນີ້ ໃນຕະຫຼອດສີ່ລະດູໃນປີ

ຫຼ້າງເຊີນ - ສະຖານທີ່ທ່ອງທ່ຽວທີ່ດູດດື່ມໃນຕະຫຼອດປີ
26/02/2020

ເສົາຫຼັກໝາຍຢູ່ຈຸດຊາຍແດນ ລະຫວ່າງສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ

ຢູ່ທີ່ແຂວງ ກອນຕູມ, ໃນຕະຫຼອດລວງຍາວກວ່າ 292 ກິໂລແມັດ ຂອງເສັ້ນຊາຍແດນຕິດກັບ ລາວ ແລະ ກຳປູເຈຍ ມີທີ່ຕັ້ງສຳຄັນພິເສດ, ເຊິ່ງແມ່ນສະຖານທີ່ “ໄກ່ຂັນສາມປະເທດກໍ່ໄດ້ຍິນ”. ຢູ່ທີ່ນີ້ໃນປີ 2007 ດ້ວຍຈິດໃຈຮ່ວມມືຂອງລັດຖະບານ ແລະ ປະຊາຊົນສາມປະເທດ ຫວຽດນາມ ລາວ ກຳປູເຈຍ ໃນການປະຕິບັດການແກ້ໄຂບັນດາບັນຫາຊາຍແດນ, ຜືນແຜ່ນດິນ, ເສົາຫຼັກໝາຍຢູ່ຈຸດຊາຍແດນລະຫວ່າງສາມປະເທດ ໄດ້ຮັບການກໍ່ສ້າງຂຶ້ນ. ນີ້ແມ່ນສັນຍາລັກແຫ່ງຄວາມໄວ້ເນື້ອເຊື່ອໃຈ, ສາມັກຄີໃນການກໍ່ສ້າງເສັ້ນຊາຍແດນ ແຫ່ງສັນຕິພາບ ມິດຕະພາບຂອງສາມປະເທດ ຫວຽດນາມ ລາວ ກຳປູເຈຍ

ເສົາຫຼັກໝາຍຢູ່ຈຸດຊາຍແດນ ລະຫວ່າງສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ
19/02/2020

ຮ່ອງຮອຍເຂດຝັງເສົາ ກາວກຸ່ຍ ເປີດທິດຄົ້ນຄວ້າໃໝ່ກ່ຽວກັບໄຊຊະນະ ແບັກດັ່ງ

(VOVWORLD) -ເມື່ອບໍ່ດົນມານີ້ ປະຊາຊົນພ້ອມກັບອຳນາດການປົກຄອງທ້ອງຖິ່ນ ໄດ້ຄົ້ນພົບເຂດຝັງເສົາມີອາຍຸເກືອບ 1.000 ປີ ນອນຢູ່ແຄມແມ່ນ້ຳ ແບັກດັ່ງ ຢູ່ທົ່ງນາ ກາວກຸ່ຍ ຕາແສງ ລຽນເຄ ເມືອງ ຖຸ໋ຍງວຽນ ນະຄອນ ຫ໋າຍຟ່ອງ. ບັນດານັກວິທະຍາສາດ ໄດ້ຕີລາຄາວ່າການຄົ້ນພົບເຂດຝັງເສົາ ກາວກຸ່ຍ ແມ່ນເຫດການສຳຄັນ ເຊິ່ງໄດ້ເປີດທິດຄົ້ນຄວ້າໃໝ່, ຍິ່ງ ກວ່ານັ້ນ ກໍ່ເຮັດໃຫ້ຄວາມຮັບຮູ້ກ່ຽວກັບໄຊຊະນະປະຫວັດສາດ ແບັກດັ່ງ ເມື່ອປີ 1288 ປ່ຽນແປງໄປ

ຮ່ອງຮອຍເຂດຝັງເສົາ ກາວກຸ່ຍ ເປີດທິດຄົ້ນຄວ້າໃໝ່ກ່ຽວກັບໄຊຊະນະ ແບັກດັ່ງ
12/02/2020

ປູຊະນີຍະສະຖານ ງົວະເວິນ: ເສັ້ນທາງກັບຄືນສູ່ກົກເຄົ້າເຫງົ້າກໍຂອງຊາດ

(VOVWORLD) -ອຽນຕື່ ແລະ ງົວະເວິນ ແມ່ນສະຖານທີ່ສອງແຫ່ງນອນບົນສາຍພູ ດົງຈ່ຽວ (ແຂວງ ກວ໋າງນິງ) ແລະ ລ້ວນແຕ່ມີຄວາມໝາຍພິເສດໃນການບວດ ແລະ ປະລິນີບພານຂອງພະພຸດ ເຈົ້າຊີວິດ ເຈິ່ນເຍິນຕົງ (1258 - 1308) ເຈົ້າຊີວິດອົງນີ້ ໄດ້ປະລະສິດອຳນາດຂອງພະເຈົ້າແຜ່ນດິນ ເພື່ອເບິ່ງແຍງໃຫ້ແກ່ຈິດວິນຍານ ທາງດ້ານວັດທະນະທຳຂອງຊາດ ຫວຽດນາມ. ຖ້າຫາກວ່າ ອຽນຕື໋ ແມ່ນສະຖານທີ່ບວດຂອງພະພຸດ ເຈົ້າຊີວິດ ເຈິ່ນເຍິນຕົງ ນັ້ນ, ງົວະເວິນ ກໍພັດແມ່ນສະຖານທີ່ ເຊິ່ງພະອົງໄດ້ສຳເລັດການບວດ ຂອງສາດສະດາຜູ້ສ້າງຕັ້ງສາສະໜາພຸດນິກາຍ ຈຸກເລິມອຽນຕື໋ ເຊິ່ງແມ່ນຄວາມເອກອ້າງທະນົງໃຈຂອງພຸດທະສາສະໜາ ຫວຽດນາມ.

ປູຊະນີຍະສະຖານ ງົວະເວິນ: ເສັ້ນທາງກັບຄືນສູ່ກົກເຄົ້າເຫງົ້າກໍຂອງຊາດ
05/02/2020

ຮະລອງ - ນະຄອນໃໝ່ຢູ່ແຄມມໍລະດົກທຳມະຊາດໂລກ

(VOVWORLD) -ໂດຍຖືກນອນຢູ່ແຄມອ່າວ ຮະລອງ, ມໍລະດົກທຳມະຊາດໂລກ ເຊິ່ງໄດ້ຮັບການຮັບຮອງເປັນສອງຄັ້ງ ຈາກ Unesco, ຮະລອງ ແມ່ນນະຄອນທ່ອງທ່ຽວທີ່ພົ້ນເດັ່ນຢູ່ພາກເໜືອ ຫວຽດນາມ ດ້ວຍທິວທັດທຳມະຊາດງົດງາມມະຫັດສະຈັນ, ພື້ນຖານໂຄງລ່າງພັດທະນາ. ດ້ວຍບັນດາບາດກ້າວທີ່ແຂງແຮງທາງດ້ານເສດຖະກິດ ສັງຄົມ, ໂສມໜ້າໄດ້ປ່ຽນແປງໄປໃນແຕ່ລະວັນ. ຮະລອງ ໄດ້, ພວມ ແລະ ຈະຮັກສາບົດບາດ ເປັນກຳລັງໜູນໃຫ້ແກ່ແຂວງ ກວ໋າງນິງ ເພື່ອນຳພາບພົດ ຫວຽດນາມ ອອກສູ່ເພື່ອນມິດສາກົນ

ຮະລອງ - ນະຄອນໃໝ່ຢູ່ແຄມມໍລະດົກທຳມະຊາດໂລກ
22/01/2020

ບັນດາມໍລະດົກວັດທະນະທຳໃນແຂວງ ນິງບິ່ງ ຕ້ອນຮັບປີທ່ອງທ່ຽວແຫ່ງຊາດ 2020

(VOVWORLD) -ແຂວງ ນິງບິ່ງ ແມ່ນດິນແດນທີ່ສັກສິດ ໃຫ້ກຳເນີດບັນດາບຸກຄົນທີ່ມີຊື່ສຽງ, ຢູ່ແຫ່ງນີ້ມີປູຊະນີຍະສະຖານປະຫວັດສາດຫຼາຍແຫ່ງ ແລະ ທິວທັດທຳມະຊາດລືຊື່. ນິງບິ່ງ ແມ່ນທ້ອງຖິ່ນໄດ້ຮບການເລືອກເຟັ້ນເປັນສະຖານທີ່ຈັດຕັ້ງປີທ່ອງທ່ຽວແຫ່ງຊາດປີ 2020 ດ້ວຍຫົວຂໍ້: “ຮວາລື - ກຸງເກົ່ານັບພັນປີ”.

ບັນດາມໍລະດົກວັດທະນະທຳໃນແຂວງ ນິງບິ່ງ ຕ້ອນຮັບປີທ່ອງທ່ຽວແຫ່ງຊາດ 2020
15/01/2020

ຄຸນຄ່າປູຊະນີຍະສະຖານລະດັບຊາດພິເສດໂນນ ດົ໊ງດາ

(VOVWORLD) -ໂນນ ດົ໊ງດາ ແມ່ນສະຖານທີ່ປະຫວັດສາດຕິດພັນກັບໄຊຊະນະ ງັອກໂຮ່ຍ - ດົ໊ງດາ ຂອງເຈົ້າຊີວິດ ກວາງຈຸງ - ຫງວຽນເຫວະ ພ້ອມກັບກຳລັງທະຫານ ເຕິຍເຊີນ ຕີທັບມ້າງພວກທະຫານ ຊິງ ເຂົ້າຮຸກຮານເມື່ອລະດູບານໃໝ່ປີລະກາ 1789. ວັນທີ 24 ທັນວາ ປີ 2018 ນາຍົກລັດທະມົນຕີ ຫວຽດນາມ ໄດ້ປະກາດໃຊ້ຂໍ້ຕົກລົງ ຈັດອັນດັບປູຊະນີຍະສະຖານປະຫວັດສາດໂນນ ດົ໊ງດາ ແມ່ນປູຊະນີຍະສະຖານລະດັບຊາດພິເສດ. ໂນນ ດົ໊ງດາ ຈະໄດ້ຮັບການອະນຸລັກ, ເສີມຂະຫຍາຍຢ່າງຖືກຕ້ອງຕາມຄຸນຄ່າ, ຄວາມໝາຍອັນໃຫຍ່ຫຼວງ ຂອງປູຊະນີຍະສະຖານລະດັບຊາດພິເສດ ໃນສາງມໍລະດົກວັດທະນະທຳ ຫວຽດນາມ

ຄຸນຄ່າປູຊະນີຍະສະຖານລະດັບຊາດພິເສດໂນນ ດົ໊ງດາ
08/01/2020

ມຸ່ງໄປສູ່ການກໍ່ສ້າງຕົວເມືອງມໍລະດົກ ບົນພື້ນຖານປູຊະນີຍະສະຖານກຸງເກົ່າ ເຫວ້

(VOVWORLD) -ກຸ່ມປູຊະນີຍະສະຖານກຸງເກົ່າ ເຫວ້ ເຊິ່ງແມ່ນມໍລະດັກວັດທະນະທຳ ໂລກ ທີ່ນະຄອນ ເຫວ້, ແຂວງ ເທື່ອທຽນເຫວ້, ມາຮອດປັດຈຸບັນ ຍັງຄົງໄດ້ຮັບການອະນຸລັກຮັກສາ ດ້ວຍບັນດາກິດຈະກຳມີຄຸນຄ່າທີ່ເປັນເອກະລັກ ເຖິງວ່າໄດ້ຜ່ານຜ່າການຜັນແປຂອງປະຫວັດສາດ ຢ່າງຫຼວງຫຼາຍກໍ່ຕາມ. ບັນດາກິດຈະກຳທີ່ຂຶ້ນກັບກຸ່ມ ປູຊະນີຍະສະຖານກຸງເກົ່າ ເຫວ້ ທັງມີຫຼາຍຮູບຫຼາຍສີ ອຸດົມສົມບູນທັງເຂັ້ມຂົ້ນໄປດ້ວຍສີສັນຊາດ, ມີຄຸນຄ່າພິເສດທາງດ້ານປະຫວັດສາດ ແລະ ວັດທະນະທຳສິລະປະ. ນີ້ກໍ່ແມ່ນທ່າໄດ້ປຽບ ເພື່ອໃຫ້ແຂວງ ເທື່ອທຽນເຫວ້ ສ້າງສາ ແລະ ພັດທະນານະຄອນ ເຫວ້ ໃຫ້ກາຍເປັນຕົວເມືອງມໍລະດົກ ບົນພື້ນຖານການອະນຸລັກ ເສີມຂະຫຍາຍຄຸນຄ່າກຸ່ມປູຊະນີຍະສະຖານກຸງເກົ່າ

ມຸ່ງໄປສູ່ການກໍ່ສ້າງຕົວເມືອງມໍລະດົກ  ບົນພື້ນຖານປູຊະນີຍະສະຖານກຸງເກົ່າ ເຫວ້
25/12/2019

ສະຖານທີ່ທ່ອງທ່ຽວຢູ່ ກຣົງອານາ - ແຂວງ ດັກລັກ

(VOVWORLD) -ກຣົງອານາ ແມ່ນເມືອງທີ່ມີທິວທັດທຳມະຊາດ ທີ່ງົດງາມທີ່ສຸດໃນແຂວງ ດັກລັກ ດ້ວຍບັນດາວັດຖຸສິນພິເສດຫຼາຍຊະນິດ, ທົ່ງໄຮ່ທົ່ງນາຂຽວອຸ່ມທຸ່ມ, ມີນ້ຳຕົກຕາດທີ່ໃຫຍ່ໂຕມະໂຫຖານຫຼາຍແຫ່ງ, ມີບັນດາເຂດປ່າດົງດິບອັນຕຶບໜາ. ບໍລິເວນນີ້ຍັງແມ່ນເຂດດິນຕິດກັບເມືອງ ກຣົງໂນ ຂຶ້ນກັບແຂວງ ດັກນົງ ແຫ່ງທີ່ມີພູເຂົາໄຟ ຈືບະລຸກ ພວມໄດ້ຮັບການກໍ່ສ້າງ ເປັນສວນສາທາລະນະທໍລະນີ. ບັນດາເງື່ອນໄຂທຳມະຊາດທີ່ອຳນວຍຄວາມສະດວກ ກໍ່ແມ່ນປະຖົມປັດໄຈ ເພື່ອໃຫ້ ກຣົງອານາ ກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມ ສຳລັບແຂກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ

ສະຖານທີ່ທ່ອງທ່ຽວຢູ່ ກຣົງອານາ - ແຂວງ ດັກລັກ