ຄົ້ນຫາຫວຽດນາມ

09/10/2019

ຄົ້ນຫາຫໍພິພິທະພັນດົງທາບ

(VOVWORLD) -ຫໍພິພິທະພັນດົງທາບຕັ້ງຢູ່ເຮືອນເລກທີ 226 ຖະໜົນ ຫງວຽນທ້າຍຫອກ ຕາແສງ 4 , ນະຄອນກາວແລ້ງ. ດ້ວຍສະຖາປັດຕະຍະກຳຝ່າຍຕາອອກ-ຕາເວັນຕົກ, ວັດຖຸພັນວາງສະແດງທີ່ອຸດົມສົມບູນ, ທັດສະນີຍະພາບທີ່ງົດງາມດ້ວຍຮົ່ມເຢັນຂອງແຖວຕົ້ນໄມ້ຂຽວ, ທາງໜ້າຂອງ ຫໍພິພິທະພັນດົງທາບມຸ່ງໄປສູ່ແມ່ນ້ຳກາວແລ້ງ, ຫໍພິພິທະພັນດົງທາບແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມສຳລັບ ແຂກທ່ອງທ່ຽວທັງຫຼາຍເມື່ອມາຢ້ຽມຢາມແຂວງດົງທາບ

ຄົ້ນຫາຫໍພິພິທະພັນດົງທາບ
02/10/2019

ງານບຸນລະດູໃບໄມ້ຫຼົ່ນ ກົນເຊີນ - ກຽບບາກ ປີ 2019 ຢູ່ແຂວງ ຫ໋າຍເຢືອງ.

(VOVWORLD) -ງານບຸນລະດູໃບໄມ້ຫຼົ່ນ ກົນເຊີນ - ກຽບບາກ ຖືກຈັດຂຶ້ນໃນແຕ່ລະປີ ຢູ່ເຂດປູຊະນີຍະສະຖານລະດັບຊາດພິເສດ ກົນເຊີນ - ກຽບບາກ ຂຶ້ນກັບນະຄອນ ຈີ໊ລິງ ແຂວງ ຫ໋າຍເຢືອງ. ງານບຸນໄດ້ນຳມາເຊິ່ງຄວາມປະທັບໃຈພິເສດ ກ່ຽວກັບວັດທະນະທຳ ງານບຸນທີ່ມີສີສັນຫຼາກຫຼາຍ ໃຫ້ແກ່ແຂກທ່ອງທ່ຽວສາລະທິດ, ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳ, ການເຫຼ້ືອມໃສຂອງຊາດ ຫວຽດນາມ ໂດຍຜ່ານບັນດາການເຄື່ອນໄຫວທີ່ມີຄວາມໝາຍ ວັດທະນະທຳມະນຸດ ແລະ ຄຸນຄ່າທາງດ້ານຄຸນສົມບັດ, ການສຶກສາທາງດ້ານປະຫວັດສາດ

ງານບຸນລະດູໃບໄມ້ຫຼົ່ນ ກົນເຊີນ - ກຽບບາກ ປີ 2019 ຢູ່ແຂວງ ຫ໋າຍເຢືອງ.
25/09/2019

ຕະຫຼາດບົນແມ່ນ້ຳ ກ໊າຍຣັງ - ສະຖານທີ່ທ່ອງທ່ຽວ ທີ່ດູດດື່ມຢູ່ນະຄອນເກິ່ນເທີ

(VOVWORLD) -ຕະຫຼາດບົນແມ່ນ້ຳ ກ໊າຍຣັງ ມີຂຶ້ນບົດແມ່ນ້ຳເກິ່ນເທີ, ເຊິ່ງແມ່ນສາຂາຂອງແມ່ນນ້ຳເຫົ້າ ໄຫຼ່ຜ່ານເມືອງ ກ໊າຍຣັງ ນະຄອນເກິ່ນເທີ. ບໍ່ພຽງແຕ່ສາມາດຮັກສາຄວາມງາມທາງດ້ານວັດທະນະທຳ ເຂດແມ້ນ້ຳລຳເຊ ທົ່ງພຽງແມ່ນ້ຳຂອງທາງພຽງແມ່ນນ້ຳຂອງທາງພາກໃຕ້ ຫວຽດນາມ ເທົ່ານັ້ນ, ຕະຫຼາດ ກ໊າຍຣັງ ຍັງແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມສຳລັບແຂກທ່ອງທ່ຽວທັງຫຼາຍ ເມື່ອມີໂອກາດມາຄົ້ນຫາຢູ່ນະຄອນເກິ່ນເທີ

ຕະຫຼາດບົນແມ່ນ້ຳ ກ໊າຍຣັງ - ສະຖານທີ່ທ່ອງທ່ຽວ ທີ່ດູດດື່ມຢູ່ນະຄອນເກິ່ນເທີ
18/09/2019

ນ້ຳຕົກຕາດ ບ໋ານຢົກ - ນ້ຳຕົກຕາດທີ່ໃຫຍ່ໂຕມະໂຫຖານ ອັນດັບໜຶ່ງ ຢູ່ອາຊີຕາເວັນອອກສ່ຽງໃຕ້

(VOVWORLD) -ກາວບັງບໍ່ພຽງແຕ່ມີຊື່ສຽງ ດ້ວຍບັນດາສະຖານທີ່ປະຫວັດສາດຄື ຫ້ວຍເລນິນ, ຖ້ຳປາກບໍ ເທົ່ານັ້ນ, ຫາກຍັງມີບັນດາທິວທັດທຳມະຊາດ ທີ່ສວຍສົດງົດງາມອີກຄື ຖ້ຳເງີ້ມງາວ, ໜອງທາງແຮນ, ພິເສດແມ່ນນ້ຳຕົກຕາດ ບ໋ານຢົກ ເຊິ່ງຖືກຂະໜາດນານວ່າ ແມ່ນນ້ຳຕົກຕາດທີ່ໃຫຍ່ໂຕມະໂຫຖານອັນດັບໜຶ່ງຢູ່ອາຊີຕາເວັນອອກສຽງໃຕ້.

ນ້ຳຕົກຕາດ ບ໋ານຢົກ - ນ້ຳຕົກຕາດທີ່ໃຫຍ່ໂຕມະໂຫຖານ ອັນດັບໜຶ່ງ ຢູ່ອາຊີຕາເວັນອອກສ່ຽງໃຕ້
11/09/2019

ບຶງທິເຕື່ອງ ສະຖານທີ່ດູດດື່ມໃນການທ່ອງທ່ຽວ ຢູ່ຕາມແມ່ນ້ຳລຳເຊໃນແຂວງ ກາເມົາ

(VOVWORLD) -ໂດຍນອນຢູ່ຫ່າງຈາກນະຄອນກາເມົາ ປະມານ 40 ກິໂລແມັດໄປທາງທິດໃຕ້, ບຶງທິເຕື່ອງ ມີເນື້ອທີ່ກວ້າງໃຫຍ່ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽນາມ ໄດ້ຮັບການຂະໜານນາມວ່າ “ທະເລຢູ່ກາງເຂດທົ່ງພຽງ”. ບຶງທິເຕື່ອງ ແມ່ນສະຖານທີ່ດູດດື່ມສຳລັບແຂກທ່ອງທ່ຽວ ເມື່ອມາຢ້ຽມຢາມແຂວງ ກາເມົາ

ບຶງທິເຕື່ອງ ສະຖານທີ່ດູດດື່ມໃນການທ່ອງທ່ຽວ  ຢູ່ຕາມແມ່ນ້ຳລຳເຊໃນແຂວງ ກາເມົາ
04/09/2019

ເຂດປູຊະນີຍະສະຖານພໍ່ຕູ້ ຫວຽນຊິງສັກ ເຊິ່ງແມ່ນບິດາຂອງປະທານ ໂຮ່ຈີມິນ

(VOVWORLD) -ເມື່ອມີໂອກາດລົງຢ້ຽມຢາມແຂວງ ດົ່ງທາບ ເຊິ່ງແມ່ນແຫ່ງຖືກຂະໜານນາມວ່າ ດິນແດນແຫ່ງດອກບົວ, ໜຶ່ງໃນບັນດາສະຖານທີ່ລືຊື່ ເຊິ່ງແຂກທ່ອງທ່ຽວບໍ່ອາດພາດໂອກາດແວ່ຢາມ ນັ້ນແມ່ນເຂດປູຊະນີຍະສະຖານພໍ່ຕູ້ ຫວຽນຊິງສັກ ເຊິ່ງແມ່ນບິດາຂອງປະທານ ໂຮ່ຈີມິນ. ນີ້ແມ່ນກຸ່ມສະຖາປັດຕະຍາະກຳທີ່ເປັນເອກະລັກສະເພາະ ເຊິ່ງໄດ້ຮັບການຢັ້ງຢືນຈາກລັດ ແມ່ນເຂດປູຊະນີຍະສະຖານລະດັບຊາດເມື່ອປີ 1992

ເຂດປູຊະນີຍະສະຖານພໍ່ຕູ້ ຫວຽນຊິງສັກ ເຊິ່ງແມ່ນບິດາຂອງປະທານ ໂຮ່ຈີມິນ
28/08/2019

ວິຫານບູຊາສອງຜົວເມຍລຸງໂດ໊ກົງເຕື່ອງ-ປູຊະນີຍະສະຖານລະດັບຊາດ

(VOVWORLD) -ວິຫານບູຊາສອງຜົວເມຍລຸງ ໂດ໊ກົງເຕື່ອງ ທີ່ເຮືອນເລກທີ 64 ຖະໜົນ ເລເລີ້ຍ ຕາແສງ ສອງ ນະຄອນກາວແຫຼັ໊ງ ແມ່ນປູຊະນີຍະສະຖານທີ່ມີບັນດາຄຸນຄ່າທາງດ້ານສິລະປະ ແລະ ຈິດໃຈສຳລັບຊາວນະຄອນກາວແຫຼັ໊ງ ແຂວງ ດົ່ງທາບ. ວັນທີ 8 ກໍລະກົດ ປີ 2019, ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ອອກໃບຢັ້ງຢືນ ວິຫານບູຊາ ແລະ ສຸສານຂອງສອງຜົວເມຍ ໂດ້ກົງເຕື່ອງ ແມ່ນປູຊະນີຍະສະຖານລະດັບຊາດ

ວິຫານບູຊາສອງຜົວເມຍລຸງໂດ໊ກົງເຕື່ອງ-ປູຊະນີຍະສະຖານລະດັບຊາດ
21/08/2019

ຄົ້ນຫາເຮືອນເກົ່າ ຮວິ່ງຖຸຍເລ ເຊິ່ງແມ່ນປູຊະນີຍະສະຖານລະດັບຊາດ

(VOVWORLD) -ເຮືອນເກົ່າ ຮວິ່ງຖຸຍເລ ແມ່ນເຮືອນເລກທີ 255 A ຢູ່ຖະໜົນ ຫງວຽນເຫວ້, ນະຄອນຊາແດັກ ແຂວງ ດົ່ງທາບ ໄດ້ຮັບການຢັ້ງຢືນ ແມ່ນປູຊະນີຍະສະຖານລະດັບຊາດ ເມື່ອປີ 2009. ນີ້ແມ່ນໜຶ່ງໃນບັນດາກິດຈະກຳສະຖາປັດຕະຍາກຳທີ່ເປັນເອກະລັກ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ເຮືອນເກົ່າຫຼັງນີ້ຍັງມີຊື່ສຽງ ຍ້ອນກ່ຽວຂ້ອງເຖິງຄວາມຮັກບໍ່ມີພົມແດນ ລະຫວ່າງເຈົ້າຂອງເຮືອນ ນັ້ນແມ່ນອ້າຍຊາວຫວຽດເຊື້ອຊາດຈີນ ຮວິ່ງຖຸຍເລ ກັບນັກປະພັນຍິງຊາວ ຝະລັ່ງ ມາກຸຍຣິດດູຣັດ ໃນຊຸມປີຕົ້ນສະຕະວັດທີ 20

ຄົ້ນຫາເຮືອນເກົ່າ ຮວິ່ງຖຸຍເລ ເຊິ່ງແມ່ນປູຊະນີຍະສະຖານລະດັບຊາດ
14/08/2019

ສາລາໄຕດັງ - ປູຊະນີຍະສະຖານລະດັບຊາດພິເສດ

(VOVWORLD) -ສາລາໄຕດັງ ຢູ່ບ້ານ ດົງ, ເທດສະບານໄຕດັງ, ເມືອງ ບາວີ່ ຫ່າງຈາກໃຈກາງນະຄອນ ຮ່າໂນ້ຍ ປະມານ 50 ກິໂລເມັດໄປທາງທິດຕາເວັນຕົກ. ສາລາແຫ່ງນີ້ມີບັນດາຄຸນຄ່າທາງດ້ານສະຖາປັດຕະຍະກຳ ແກະຄວັດສະຫຼັກທີ່ເປັນເອກະລັກສະເພາະ ແລະ ໄດ້ຮັບຖືວ່າ ປຽບເໝືອນຫໍພິພິທະພັນສິລະປະພື້ນເມືອງ ຂອງສະຕະວັດທີ 16. ສາລາໄຕດັງ ຖືກລັດຖະບານ ຫວຽດນາມ ຢັ້ງຢື້ນແມ່ນປູຊະນີຍະສະຖານລະດັບຊາດພິເສດ ເມື່ອວັນທີ 9 ທັນວາ ປີ 2013

ສາລາໄຕດັງ - ປູຊະນີຍະສະຖານລະດັບຊາດພິເສດ
07/08/2019

ວັດທຽນໝຸ ທີ່ສັກສິດຕັ້ງຢູ່ແຄມແມ່ນ້ຳເຮືອງ ໃນບໍລິເວນແຂວງ ເທື່ອທຽນເຫວ້

(VOVWORLD) -ວັດທຽນໝຸ ຍັງຖືກເອີ້ນວ່າ ວັດລິງໝຸ ຕັ້ງບົນໂນນຫ່າເຄ ແຄມແມ່ນ້ຳເຮືອງ ທີ່ສວຍສົດງົດງາມດັ່ງໃນຝັນ. ວັດເຮືອງແມ່ນຂຶ້ນກັບບໍລິເວນຕາແສງ ກີມລອງ ນະຄອນເຫວ້, ແຂວງ ເທື່ອທຽນເຫວ້. ວັດນີ້ໄດ້ຮັບການປຸກສ້າງເມື່ອປີ 1601 ສະໄໝເຈົ້າພະຍາ ຫງວຽນຮວ່າງ ເຊິ່ງແມ່ນເຈົ້າພະຍາ ໃນລາດຊະວົງ ຫງວຽນ ອົງທຳອິດຢູ່ພາກໃຕ້ ແລະ ນີ້ກໍ່ແມ່ນໜຶ່ງໃນບັນດາວັດທີ່ເກົ່າແກ່ທີ່ສຸດ ຢູ່ດິນແດນເມືອງຫຼວງເກົ່າ. ວັດແມ່ນໜຶ່ງໃນບັນດາຮູບພາບ, ເປັນສັນຍາລັກໃຫ້ແກ່ນະຄອນເຫວ້ ດ້ວຍບັນດາກິດຈະກຳ ສະຖາປັດຕະຍະກຳ ທີ່ເປັນເອກະລັກ ແລະ ນີ້ໄດ້ຮັບຖືວ່າແມ່ນວັດທີ່ສັກສິດທີ່ສຸດ ທີ່ນະຄອນເຫວ້

ວັດທຽນໝຸ ທີ່ສັກສິດຕັ້ງຢູ່ແຄມແມ່ນ້ຳເຮືອງ ໃນບໍລິເວນແຂວງ ເທື່ອທຽນເຫວ້