ຄົ້ນຫາຫວຽດນາມ

09/10/2024

ບຸນແຂ່ງງົວ - ຄວາມງາມໃນຊີວິດທາງດ້ານຈິດໃຈ ຂອງປະຊາຊົນຢູ່ບັນດາໝູ່ບ້ານເຜົ່າ ຂະແມ

(VOVWORLD) -ບຸນແຂ່ງງົວຢູ່ວັດໂຣ ໃນແຂວງ ອານຢາງ ແມ່ນໜຶ່ງໃນບັນດາງານບຸນປະເພນີຂອງຊາວ ຂະແມ ພາກໃຕ້. ນີ້ແມ່ນເຫດການກິລາພື້ນເມືອງທີ່ມີລັກສະນະຜູກມັດວົງຄະນາຍາດ, ສະແດງໃຫ້ເຫັນຄວາມງາມໃນຊີວິດທາງດ້ານຈິດໃຈຂອງປະຊາຊົນຢູ່ບັນດາໝູ່ບ້ານເຜົ່າຂະແມ

ບຸນແຂ່ງງົວ - ຄວາມງາມໃນຊີວິດທາງດ້ານຈິດໃຈ ຂອງປະຊາຊົນຢູ່ບັນດາໝູ່ບ້ານເຜົ່າ ຂະແມ
02/10/2024

ເສົາທຸງຊາດ ຮ່າໂນ້ຍ - ພະຍານຫຼັກຖານປະຫວັດສາດ, ຄວາມເອກອ້າງທະນົງໃຈຂອງນະຄອນຫຼວງ

(VOVWORLD) -ວັນທີ 10 ຕຸລາ ປີ 1954, ພິທີຊັກທຸງຊາດຢູ່ເສົາທຸງຊາດ ຮ່າໂນ້ຍ ໄດ້ກາຍເປັນຈຸດເວລາທີ່ສັກກະລະບູຊາ ເປັນຂີດໝາຍປະຫວັດສາດຂອງຊາດ ຫວຽດນາມ ນັ້ນແມ່ນນະຄອນຫຼວງ ຮ່າໂນ້ຍ ໄດ້ຮັບການປົດປ່ອຍ. ເສົາທຸງຊາດ ຮ່າໂນ້ຍ ເປັນພະຍານຫຼັກຖານໃຫ້ແກ່ຈຸດເວລາປະຫວັດສາດທີ່ສະຫງ່າອົງອາດຂອງນະຄອນຫຼວງ ພ້ອມທັງແມ່ນຮ່ອງຮອຍສະຖານຈົດຈຳບັນດາຂີດໝາຍທີ່ລືຊາຜາກົດຂອງດິນແດນທັງລອງ - ຮ່າໂນ້ຍ

ເສົາທຸງຊາດ ຮ່າໂນ້ຍ - ພະຍານຫຼັກຖານປະຫວັດສາດ, ຄວາມເອກອ້າງທະນົງໃຈຂອງນະຄອນຫຼວງ
25/09/2024

ໝູ່ບ້ານຮ່ວມຂອງພໍ່ແມ່ພີນ້ອງເຂດພູສູງໃນແຂວງ ເທື່ອທຽນເຫວ້

(VOVWORLD) -ເມືອງ ອາເຫຼືອຍ ແຂວງ ເທື່ອທຽນເຫວ້ ນອນຢູ່ສາຍພູຫຼວງທີ່ໃຫຍ່ໂຕມະໂຫຖານ ແມ່ນແຫ່ງດຳລົງຊີວິດຂອງປະຊາຊົນບັນດາເຜົ່າຄື ປາໂກ, ຕາໂອຍ, ກະຕູ… ຢູ່ແຫ່ງນີ້ມີໝູ່ບ້ານວັດທະນະທຳພື້ນເມືອງທີ່ເປັນເອກະລັກ ແມ່ນບ່ອນຮ່ວມຊີວິດອະນຸລັກຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳບັນດາເຜົ່າສ່ວນໜ້ອຍໃນເມືອງ ອາເຫຼືອຍ.

ໝູ່ບ້ານຮ່ວມຂອງພໍ່ແມ່ພີນ້ອງເຂດພູສູງໃນແຂວງ ເທື່ອທຽນເຫວ້
18/09/2024

ໝູ່ບ້ານວັດທະນະທຳທ່ອງທ່ຽວຊຸມຊົມ ປ່າວີຮະ - ສະຖານທີ່ ທ່ອງທ່ຽວທີ່ດູດດື່ມຢູ່ເຂດພູພຽງຫີນ

(VOVWORLD) -ໝູ່ບ້ານວັດທະນະທຳທ່ອງທ່ຽວຊຸມຊົມເຜົ່າມົ້ງ ປ່າວີຮະ ທີ່ຕາແສງ ປ່າວີ , ແມ່ວວາກ ແຂວງ ຮ່າຢາງ ຕັ້ງຢູ່ແຄມແມ່ນ້ຳຍໍເກ໊ ທີ່ສວຍງາມ ເຊິ່ງແມ່ນດິນແດນຕອນເໜືອສຸດຂອງປະເທດຊາດ. ໝູ່ບ້ານຖືກອຸປະມາດັ່ງດອກໄມ້ຫຼາກຫຼາຍສີສັນຢູ່ຕີນພູ ໝາປີແລ່ງ ທີ່ໃຫຍ່ໂຕມະໂຫຖານ ຢູ່ແຫ່ງນີ້ມີສວນສາທາລະນະທໍລະນີໂລກພູພຽງຫີນດົ່ງວັນ

ໝູ່ບ້ານວັດທະນະທຳທ່ອງທ່ຽວຊຸມຊົມ ປ່າວີຮະ - ສະຖານທີ່ ທ່ອງທ່ຽວທີ່ດູດດື່ມຢູ່ເຂດພູພຽງຫີນ
11/09/2024

ບ້ານ ລ່ຽນ - ສະຖານທີ່ທ່ອງທ່ຽວເປັນໜ້າປະທັບໃຈ

(VOVWORLD) -ໂດຍນອນຢູ່ຫ່າງຈາກໃຈກາງເທດສະບານ ບັກຮ່າ ທີ່ເມືເອງ ບັກຮ່າ ແຂວງ ລ່າວກາຍ ປະມານ 30 ກິໂລແມັດ ບ້ານ ລ່ຽນ ແມ່ນຕາແສງທີີ່ມຊາວເຜົ່າໄຕ່ກວມເປັນສ່ວນຫຼາຍ ແຕ່ຍັງຄົງສາມາດຮັກສາຄຸນຄ່າວັດທະນະທຳດັ້ງເດີມຢູ່ເຂດ ເຕິຍບັກ. ນີ້ແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມສຳລັບແຂກທ່ອງທ່ຽວ ເມື່ອມີໂອກາດມາທ່ຽວຢູ່ເຂດພູພຽງ ບັກຮ່າ. ບ້ານ ລ່ຽນຖືກທຳມະຊາດດົນບັນດານທັດຊະນີຍະພາທີ່ສວຍງາມເປັນໜ້າຈັບໃຈ ຢູ່ທີ່ນີ້ມີອາກາດເຢັນສະບາຍປອດໂປ່ງ. ພິເສດແມ່ນຈຸດວັດທະນະທຳທີ່ເປັນເອກະລັກຂອງຊາວເຜົ່າໄຕ່ ອັນໄດ້ເຮັດໃຫ້ບ້ານ ລ່ຽນ ກາຍເປັນສະຖານທີ່ທ່ອງທ່ຽວທີ່ລຽບງ່າຍ ແຕ່ພັດມີຄວາມດູດດື່ມ

ບ້ານ ລ່ຽນ - ສະຖານທີ່ທ່ອງທ່ຽວເປັນໜ້າປະທັບໃຈ
04/09/2024

ກ໊າດບ່າ - ດິນແດນຂອງຖ້ຳທີ່ລຶກລັບມະຫັດສະຈັນ

(VOVWORLD) -ອ່າວຮະລອງ-ໝູ່ເກາະ ກ໊າດບ່າ ຫາກໍ່ຖືກສະຫະພັນວິທະຍາສາດທໍລະນີສາກົນ EUGS ຮັບຮອງແມ່ນມໍລະດົກທໍລະນີສາກົນ. ດ້ວຍເກາະດອນຫຼີນຫຼາຍໜ່ວຍພົ້ນຂຶ້ນຈາກໜ້ານ້ຳທະ, ໝູ່ເກາະ ກ໊າດບ່າ ທີ່ນະຄອນ ຫ໋າຍຟ່ອງ ຊ້ອນແຝງຖ້ຳຕ່າງໆ ທີ່ລຶກລັບມະຫັດສະຈັນ ເຊິ່ງຍາກຈະຫາໄດ້ຢູ່ແຫ່ງອື່ນ. ຈຸດທີ່ເປັນເອກະລັກຂອງຖ້ຳ ກ໊າດບ່າ ແມ່ນບັນດາກຸ່ມຖ້ຳຍາວຢຽດໄປທົ່ວເກາະ

ກ໊າດບ່າ - ດິນແດນຂອງຖ້ຳທີ່ລຶກລັບມະຫັດສະຈັນ
28/08/2024

ຄວາມເປັນເອກະລັກຂອງເຮືອນຍາວຢູ່ເຂດ ເຕິຍງວຽນ

(VOVWORLD) -ສຳລັບພໍ່ແມ່ພີ່ນ້ອງບັນດາເຜົ່າຢູ່ເຂດ ເຕິຍງວຽນ, ພ້ອມກັບຄ້ອງນັ້ນ, ສາລາບ້ານ, ເຮືອນຍາວໄດ້ຮັບຖືວ່າ ແມ່ນວັດທະນະທຳ ແມ່ນກົກເຄົ້າເກງົ້າກໍ ແລະ ແມ່ນວິນຍານຂອງເຂົ້າເຈົ້າ. ເຮືອນຍາວແມ່ນສະຖານທີ່ຮ່ວມຊີວິດຂອງແຕ່ລະຄອບຄົວ ວົງຕະກຸນ ແລະ ທັງວົງຄະນາຍາດໃນບັນດາເຫດການທຳພິທີບູຊາ ຫຼື ງານບຸນຕ່າງໆ ທັງແມ່ນສະຖານທີ່ເກັບຮັກສາເຫຼົ້າໄຫພິເສດຂອງທ້ອງຖິ່ນ

ຄວາມເປັນເອກະລັກຂອງເຮືອນຍາວຢູ່ເຂດ ເຕິຍງວຽນ
19/08/2024

ເຂດຮ່ອງຮອຍສະຖານ ບັກເຊິນ - ຄວາມເອກອ້າງທະນົງໃຈ ຂອງຊາວແຂວງ ລ້າງເຊີນ

(VOVWORLD) -ການລຸກຮື້ຂຶ້ນ ບັກເຊີນ ເມື່ອວັນທີ 27 ກັນຍາ ປີ 1940 ແມ່ນມີຄວາມໝາຍອັນໃຫຍ່ຫຼວງຕໍ່ປະຫວັດສາດຂອງຊາດ ຫວຽດນາມ, ແມ່ນສັນຍາລັກອັນໃສແຈ້ງຂອງນ້ຳໃຈຮັກຊາດ, ເຈດຈຳນົງອັນອົງອາດກ້າແກ່ນຂອງກອງທັບ ແລະ ປະຊາຊົນເມືອງ ບັກເຊີນ ເວົ້າສະເພາະ ແລະ ກອງປະທັບ ແລະ ປະຊາຊົນ ຫວຽດນາມ ເວົ້າລວມ. ປັດຈຸບັນເຂດຮ່ອງຮອຍສະຖານປະຫວັດສາດລຸກຮື້ຂຶ້ນ ບັກເຊີນ ໄດ້ຮັບການຈັດອັນດັບຈາກນາຍົກລັດຖະມົນຕີ ແມ່ນຮ່ອງຮອຍສະຖານລະດັບຊາດພິເສດປີ 2016. ໃນທຸກວັນນີ້ເຂດຮ່ອງຮອຍສະຖານປະຫວັດສາດລຸກຮື້ຂຶ້ນບັກເຊີນ ແມ່ນຫໍພິພິທະພັນທີ່ມີຊີວິດຊີວາ ເກັບຮັກສາບັນດາວັດຖຸພັນຕິດພັນກັບການລຸກຮື້ຂຶ້ນ ບັກເຊີນ

ເຂດຮ່ອງຮອຍສະຖານ ບັກເຊິນ - ຄວາມເອກອ້າງທະນົງໃຈ ຂອງຊາວແຂວງ ລ້າງເຊີນ
14/08/2024

ຄົ້ນຫາເຂດຮ່ອງຮອຍສະຖານລະດັບຊາດພິເສດ ປ໊າກບໍ໊ ໃນແຂວງ ກາວບັ່ງ

(VOVWORLD) -ເຂດຮ່ອງຮອຍສະຖານ ປ໊າກບໍ໊ນອນຢູ່ບ້ານ ປ໊າກບໍ໊ຕາແສງ ເຈື່ອງຮ່າ ເມືອງ ຮ່າກວ໋າງ ແຂວງ ກາວບັ່ງ ຫ່າງຈາກນະຄອນກາວບັ່ງ ກວ່າ 50 ກິໂລແມັດໄປທາງທິດເໜືອ. ໂດຍແມ່ນຈຸດເລີ່ມຕົ້ນຂອງເສັ້ນທາງ ໂຮ່ຈີມິນ, ເຂດຮ່ອງຮອຍສະຖານ ປ໊າກບໍ໊ ໄດ້ຮັບການຢັ້ງຢືນຈາກລັດຖະບານ ແມ່ນຮ່ອງຮອຍສະຖານລະດັບຊາດພິເສດເມື່ອວັນທີ 10 ພຶດສະພາ ປີ 2012

ຄົ້ນຫາເຂດຮ່ອງຮອຍສະຖານລະດັບຊາດພິເສດ ປ໊າກບໍ໊ ໃນແຂວງ ກາວບັ່ງ
07/08/2024

ຄົ້ນຫາການເດີນເຮືອ ຢ້ຽມຊົມມໍລະດົກອ່າວ ຮະລອງ

(VOVWORLD) -ການເດີນເຮືອຢ້ຽມຊົມມໍລະດົກອ່າວ ຮະລອງ ຂອງກຳປັ່ນທ່ອງທ່ຽວ Grand Pioneers ຂຶ້ນກັບບໍລິສັດ ຫວຽດຖ້ວນ ໄດ້ເປີດຕົວເມື່ອເດືອນພຶດສະພາແລ້ວນີ້ ແລະ ໄດ້ເລີ່ມປະຕິບັດການເດີນເຮືອນັບແຕ່ເດືອນກໍລະກົດປີ 2024. ການເດີນເຮືອນີ້ໄດ້ພາແຂກທ່ອງທ່ຽວໄປຢ້ຽມຊົມສະຖານທີ່ທ່ອງທ່ຽວທີ່ລືຊື່ເກືອບທັງໝົດໃນອ່າວ ຮະລອງ ເຊິ່ງປັດຈຸບັນຍັງບໍ່ທັນມີກຳປັ່ນທ່ອງທ່ຽວລຳໃດທີ່ມີເງື່ອນພຽງພໍ່ ເພື່ອໄດ້ຮັບອະນຸຍາດ.

ຄົ້ນຫາການເດີນເຮືອ ຢ້ຽມຊົມມໍລະດົກອ່າວ ຮະລອງ